ອົງການ FAO ປະຈຳລາວ ຮ່ວມມືກັບ ລັດຖະບານ ເລັ່ງທົບທວນນະໂຍບາຍ ແລະ ວາງແຜນລົງທຶນ ເພື່ອຫັນປ່ຽນການລ້ຽງງົວແບບດັ້ງເດີມໄປສູ່ລະບົບຟາມເຄິ່ງການຄ້າ ເຊິ່ງເປົ້າໝາຍແມ່ນເພື່ອແກ້ໄຂຂໍ້ຈຳກັດດ້ານການຜະລິດ, ຕອບສະໜອງຕະຫຼາດທີ່ກຳລັງເຕີບໂຕ ແລະ ສ້າງຄວາມໝັ້ນຄົງທາງດ້ານສະບຽງອາຫານ ອັນຈະສົ່ງຜົນກະທົບທາງບວກໃນການຍົກລະດັບເສດຖະກິດ ແລະ ຊີວິດການເປັນຢູ່ຂອງຊາວກະສິກອນລາວ.
ປັດຈຸບັນ ຄວາມຕ້ອງການຊີ້ນງົວທັງໃນຕະຫຼາດພາຍໃນ ແລະ ພາກພື້ນແມ່ນມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ເຊິ່ງກາຍເປັນໂອກາດທອງສຳລັບຊາວກະສິກອນ ແລະ ຜູ້ປະກອບການໃນຕ່ອງໂສ້ມູນຄ່າການລ້ຽງງົວ.
ເຖິງຢ່າງໃດກໍ່ຕາມ ຂະແໜງການນີ້ຍັງປະເຊີນກັບສິ່ງທ້າທາຍຫຼາຍດ້ານ ເປັນຕົ້ນແມ່ນປະສິດທິພາບການຜະລິດ, ການເຂົ້າເຖິງຕະຫຼາດ, ເຕັກນິກວິຊາການ ແລະ ການຄຸ້ມຄອງສິ່ງແວດລ້ອມ.
ທ່ານ ດຣ. ພັນທະວົງ ວົງສຳພັນ ຮອງຫົວໜ້າກົມລ້ຽງສັດ ແລະ ການປະມົງ ໄດ້ເນັ້ນໜັກວ່າ ການພັດທະນາການລ້ຽງງົວແມ່ນບູລິມະສິດແຫ່ງຊາດ ເຊິ່ງການຈະກ້າວໄປສູ່ການເຕີບໂຕແບບຍືນຍົງໄດ້ນັ້ນ ຈຳເປັນຕ້ອງມີຫຼັກຖານທີ່ຊັດເຈນວ່າການລົງທຶນຮູບແບບໃດຈະເກີດປະໂຫຍດສູງສຸດໃນແຕ່ລະພື້ນທີ່ ເພື່ອສ້າງຍຸດທະສາດທີ່ປະຕິບັດໄດ້ໃນຕົວຈິງ.
ຕາມການລາຍງານຂອງ FAO ປະຈຳລາວ, ເພື່ອຕອບສະໜອງຕໍ່ເປົ້າໝາຍດັ່ງກ່າວ ຈຶ່ງໄດ້ມີການຈັດກອງປະຊຸມສຳຄັນຂຶ້ນ ໂດຍກອງປະຊຸມທຳອິດແມ່ນແນໃສ່ການທົບທວນຄືນບັນດານິຕິກຳ ແລະ ຊອກຫາຊ່ອງຫວ່າງທາງນະໂຍບາຍທີ່ເປັນອຸປະສັກ.
ຂະນະດຽວກັນ ກອງປະຊຸມຄັ້ງທີສອງແມ່ນໄດ້ລົງເລິກເຖິງການວາງແຜນອອກແບບການສຳຫຼວດເກັບກຳຂໍ້ມູນພາກສະໜາມທົ່ວປະເທດ ໂດຍກວມເອົາທັງຊາວກະສິກອນ, ພໍ່ຄ້າ ແລະ ຜູ້ມີສ່ວນກ່ຽວຂ້ອງ. ທ່ານ ດຣ. ສຸພັດສັກ ສຸພະຣັດ ຈາກອົງການ FAO ປະຈຳລາວ ໄດ້ຊີ້ແຈງຕື່ມວ່າ ການຫັນປ່ຽນນີ້ບໍ່ສາມາດໃຊ້ນະໂຍບາຍດຽວໃນທົ່ວປະເທດໄດ້ ດັ່ງນັ້ນຂໍ້ມູນວິທະຍາສາດທີ່ໜັກແໜ້ນຈາກການສຳຫຼວດ ຈະເປັນກຸນແຈສຳຄັນໃນການຕັດສິນໃຈລົງທຶນໃຫ້ກົງຈຸດ ຊຶ່ງປັດຈຸບັນທີມງານໄດ້ເລີ່ມລົງທົດສອບເຄື່ອງມືເກັບກຳຂໍ້ມູນຕົວຈິງແລ້ວຢູ່ຟາມງົວໃນແຂວງວຽງຈັນ ກ່ອນຈະຂະຫຍາຍການສຳຫຼວດໄປທົ່ວປະເທດ.
ສຳລັບການຂັບເຄື່ອນໂຄງການຍົກລະດັບຂະແໜງການລ້ຽງສັດໃນຄັ້ງນີ້ ແມ່ນເກີດຂຶ້ນພາຍໃຕ້ການຮ່ວມມືຢ່າງໃກ້ຊິດລະຫວ່າງ ອົງການອາຫານ ແລະ ກະສິກຳແຫ່ງສະຫະປະຊາຊາດ (FAO) ແລະ ກົມລ້ຽງສັດ ແລະ ການປະມົງ (DLF).
ໂດຍອົງການ FAO ໄດ້ເຂົ້າມາສ້າງຕັ້ງຫ້ອງການໃນນະຄອນຫຼວງວຽງຈັນ ຕັ້ງແຕ່ປີ 1980 ເຊິ່ງມີພາລະບົດບາດສຳຄັນໃນການເຮັດວຽກຮ່ວມກັບລັດຖະບານ, ອົງການຈັດຕັ້ງພາກປະຊາສັງຄົມ ແລະ ພາກເອກະຊົນ ເພື່ອສະໜັບສະໜູນການພັດທະນາໂດຍໄດ້ຮັບການຊ່ວຍເຫຼືອຈາກຄູ່ຮ່ວມງານທັງໃນພາກພື້ນ ແລະ ສາກົນ.
ໃນຂະນະດຽວກັນ ກົມລ້ຽງສັດ ແລະ ການປະມົງ ພາຍໃຕ້ກະຊວງກະສິກຳ ແລະ ສິ່ງແວດລ້ອມ ກໍເປັນອົງການຫຼັກທີ່ມີອຳນາດໜ້າທີ່ໂດຍກົງໃນການຄຸ້ມຄອງ, ປົກປ້ອງ, ສົ່ງເສີມ ແລະ ວາງຍຸດທະສາດການຜະລິດທີ່ຍືນຍົງໃນລະດັບຊາດ ລວມເຖິງການກຳນົດມາດຕະການບັງຄັບໃຊ້ ແລະ ໃຫ້ບໍລິການດ້ານວິຊາການ. ການຮ່ວມມືຂອງສອງພາກສ່ວນຫຼັກນີ້ ຈຶ່ງເປັນການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບການບໍລິການສັດຕະວະແພດ, ປັບປຸງນະໂຍບາຍ ແລະ ພັດທະນາຕ່ອງໂສ້ມູນຄ່າ ເພື່ອຍົກລະດັບລະບົບການຜະລິດອາຫານ-ກະສິກຳຂອງລາວ ໃຫ້ມີຄວາມທົນທານ, ຍືນຍົງ ແລະ ສາມາດແຂ່ງຂັນໄດ້ໃນຕະຫຼາດໄລຍະຍາວ.
ຮູບພາບ: FAO ປະຈຳລາວ
#LaoXperts #ຂ່າວກະສິກຳລາວ #FAOປະຈຳລາວ #ການລ້ຽງງົວເປັນສິນຄ້າ #ກະຊວງກະສິກຳ #ເສດຖະກິດລາວ #ການພັດທະນາແບບຍືນຍົງ #ການລ້ຽງງົວແບບທອມ


