ກອງທຶນການເງິນລະຫວ່າງປະເທດ (IMF) ປັບຫຼຸດຄາດການເຕີບໂຕຂອງເສດຖະກິດໂລກປີ 2026 ລົງຈາກ 3.1% ເຫຼືອ 3% ຈາກຜົນກະທົບຂອງສົງຄາມໃນຕາເວັນອອກກາງ ແລະ ຄວາມສ່ຽງໃນຕະຫຼາດ AI. ເຖິງຢ່າງໃດກໍຕາມ, ຍັງມີສັນຍານບວກໂດຍຄາດວ່າຈະມີການຟື້ນຕົວແບບຮູບຕົວວີ (V-shape) ກັບມາເຕີບໂຕທີ່ 3,4% ໃນປີ 2027 ທ່າມກາງສິ່ງທ້າທາຍດ້ານເງິນເຟີ້ ແລະ ລາຄາພະລັງງານ.
ຕາມການລາຍງານຂອງ Reuter, ບົດລາຍງານຫຼ້າສຸດຈາກ IMF ລະບຸວ່າ ເສດຖະກິດໂລກສາມາດລອດພົ້ນຈາກພາວະຖົດຖອຍຮຸນແຮງມາໄດ້ ໂດຍໄດ້ຮັບແຮງໜູນຈາກຄວາມຕ້ອງການດ້ານເຕັກໂນໂລຊີ ແລະ AI ເຊິ່ງຊ່ວຍຊົດເຊີຍການຫຼຸດລົງຢ່າງໜັກຂອງການສະໜອງພະລັງງານທີ່ເກີດຈາກສົງຄາມ.
ຢ່າງໃດກໍຕາມ, ທ່ອ່ຽງຂອງ ອັດຕາເງິນເຟີ້ ພັດບໍ່ຄ່ອຍສົດໃສປານໃດ ໂດຍ IMF ໄດ້ປັບເພີ່ມຄາດການເງິນເຟີ້ທົ່ວໄປໃນປີ 2026 ຂຶ້ນ 0,3% ມາຢູ່ທີ່ລະດັບ 4,7% ກ່ອນຈະຫຼຸດລົງເຫຼືອ 3,9% ໃນປີຖັດໄປ ເນື່ອງຈາກລາຄາພະລັງງານໄດ້ຖີບຕົວສູງຂຶ້ນເຖິງ 25% ເມື່ອທຽບກັບຊ່ວງກ່ອນເກີດສົງຄາມ.
ການຄາດການໃໝ່ນີ້ ຕັ້ງຢູ່ເທິງສົມມຸດຕິຖານທີ່ວ່າ ຊ່ອງແຄບຮໍມຸດ (Strait of Hormuz) ຈະເລີ່ມກັບມາເປີດນຳໃຊ້ໃນກາງເດືອນກໍລະກົດ ແລະ ການສັນຈອນຈະຄ່ອຍໆກັບຄືນສູ່ສະພາບປົກກະຕິພາຍໃນເດືອນມີນາ 2027 ໂດຍປະເມີນລາຄານ້ຳມັນສະເລ່ຍທີ່ 89 ໂດລາຕໍ່ບາເຣວ.
“ໃນຄວາມເປັນຈິງແລ້ວ, ພວກເຮົາຄາດຫວັງການຟື້ນຕົວແບບຮູບຕົວວີ (V-shaped) ຄືການເຕີບໂຕທີ່ອ່ອນແອລົງໃນປີນີ້ ເຊິ່ງຈະຕາມມາດ້ວຍການດີດຕົວຂຶ້ນໃນປີໜ້າ. ເສດຖະກິດໂລກສາມາດຮັບມືກັບຜົນກະທົບຈາກສົງຄາມໄດ້ດີກວ່າທີ່ເຄີຍກັງວົນໄວ້” ທ່ານນາງ Petya Koeva Brooks ຮອງຜູ້ອຳນວຍການຝ່າຍຄົ້ນຄວ້າຂອງ IMF ກ່າວ.
ໃນຂະນະທີ່ການເຕີບໂຕຂອງການຄ້າໂລກຖືກຄາດການວ່າຈະຊ້າລົງຢ່າງໜັກມາຢູ່ທີ່ 3,5% ໃນປີ 2026 ກ່ອນຈະຟື້ນຕົວເປັນ 4,3% ໃນປີ 2027, ບັນດາປະເທດຜູ້ສົ່ງອອກພະລັງງານ ແລະ ປະເທດທີ່ມີການເຊື່ອມໂຍງກັບພາກສ່ວນເຕັກໂນໂລຊີຢ່າງໃກ້ຊິດພັດໄດ້ຮັບການປັບເພີ່ມຄາດການເຕີບໂຕຂຶ້ນ.
ສຳລັບຄາດການລາຍປະເທດ, IMF ຍັງຄົງຮັກສາຕົວເລກການເຕີບໂຕຂອງ ສະຫະລັດອາເມລິກາ ໄວ້ທີ່ 2,3% ໃນປີ 2026. ສ່ວນ ເຂດຢູໂຣ (Euro area) ຖືກປັບຫຼຸດລົງເຫຼືອ 0,9% ແລະ ຍີ່ປຸ່ນ ຫຼຸດລົງເລັກໜ້ອຍເຫຼືອ 0,6%. ໃນທາງກັບກັນ, ສ.ເກົາຫຼີ ຖືກປັບເພີ່ມຂຶ້ນເປັນ 2,6% ຍ້ອນການສົ່ງອອກຮາດແວ AI ທີ່ແຂງແຮງ.
ຂະນະດຽວກັນ, ເສດຖະກິດຂອງ ຈີນ ຄາດວ່າຈະບັນລຸ 4,6% ຫຼັງຈາກມີການເຕີບໂຕທີ່ດີໃນໄຕມາດທຳອິດ, ແລະ ອິນເດຍ ຖືກປັບຫຼຸດລົງເລັກໜ້ອຍມາຢູ່ທີ່ 6,4% ແຕ່ຍັງຄົງເປັນໜຶ່ງໃນປະເທດທີ່ເສດຖະກິດເຕີບໂຕໄວທີ່ສຸດໃນໂລກ. ສຳລັບພາກພື້ນຕາເວັນອອກກາງ ແລະ ອາຊີກາງ ເຊິ່ງໄດ້ຮັບຜົນກະທົບໜັກໜ່ວງທີ່ສຸດຈາກສົງຄາມ ຖືກປັບຫຼຸດລົງເຫຼືອພຽງ 0,7% ແຕ່ຄາດວ່າຈະມີການດີດຕົວຂຶ້ນຢ່າງແຮງເຖິງ 6,5% ໃນປີ 2027.
#LaoXperts #IMF #ເສດຖະກິດໂລກ #ອັດຕາເງິນເຟີ້ #ສົງຄາມຕາເວັນອອກກາງ #ການລົງທຶນ #ເຕັກໂນໂລຊີAI


