Reuters ລາຍງານອ້າງອີງຄົນວົງໃນວ່າ Apple ໄດ້ສັ່ງໃຫ້ Foxconn ຍ້າຍກະບວນການຜະລິດ iPad ແລະ MacBook ຈາກຈີນມາຫວຽດນາມແທນເພື່ອລົດຜົນກະທົບຈາກສົງຄາມການຄ້າລະຫວ່າງສະຫະລັດອາເມຣິກາ ແລະ ຈີນ.
Reuters ບອກວ່າຂະນະນີ້ Foxconn ກຳລັງສ້າງໂຮງງານສຳຫຼັບປະກອບ iPad ແລະ MacBook ໃຫ້ Apple ໃນແຂວງບັກຊາງທາງຕາເວັນອອກສຽງເໜືອຂອງປະເທດ ແລະ ພ້ອມເດີນສາຍການຜະລິດໃນຊ່ວງເຄິ່ງປີທຳອິດຂອງປີໜ້າ ແຕ່ເຖິງຢ່າງໃດກໍຕາມລາຍການຜະລິດນີ້ຍັງຄົງມີສ່ວນໜຶ່ງໃນຈີນຢູ່.
ຂະນະທີ່ Foxconn ກໍກຳລັງຍ້າຍໂຮງງານນອກຈາກຈີນ ແລະ ສ້າງໃໝ່ໃນຫຼາຍປະເທດເພື່ອລົດຜົນກະທົບຈາກສົງຄາມການຄ້າເຊັ່ນກັນ ເຊິ່ງນອກຈາກຫວຽດນາມແລ້ວກໍມີອິນເດຍ ແລະ ແມັກຊິໂກ.
ທີ່ມາ: https://www.blognone.com/node/119808