ລັດຖະບານຍີ່ປຸ່ນອັດສີດງົບຊ່ວຍເຫຼືອລ້າເພີ່ມ 1 ພັນກວ່າລ້ານເຢນ ຍູ້ມູນຄ່າໂຄງການຍົກລະດັບສະໜາມບິນວັດໄຕທະລຸ 3,863 ລ້ານເຢນ ຮັບປະກັນການກໍ່ສ້າງໃຫ້ຕໍ່ເນື່ອງ. ການຮ່ວມມືນີ້ແນໃສ່ຍົກລະດັບສັກກະຍະພາບການຂົນສົ່ງທາງອາກາດ ພ້ອມທັງເປີດປະຕູຮັບການເຕີບໂຕຂອງຂະແໜງທ່ອງທ່ຽວ ແລະ ເສດຖະກິດລາວໃນໄລຍະຍາວ.
ຕາມການລາຍງານຂອງ ວິທະຍຸກະຈາຍສຽງແຫ່ງຊາດ, ພິທີລົງນາມເອກະສານແລກປ່ຽນສະບັບປັບປຸງດັ່ງກ່າວ ໄດ້ຈັດຂຶ້ນຢ່າງເປັນທາງການໃນຕອນບ່າຍຂອງວັນທີ 5 ສິງຫາ 2026 ທີ່ກະຊວງການຕ່າງປະເທດ ໂດຍການໃຫ້ກຽດຮ່ວມລົງນາມລະຫວ່າງ ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ໂຄອິຊຸມິ ຊຶໂຕະມຸ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.
ການລົງນາມຄັ້ງນີ້ເປັນການສືບຕໍ່ຈາກສັນຍາໂຄງການປັບປຸງສະໜາມບິນສາກົນວັດໄຕສະບັບເດີມໃນປີ 2024 ໂດຍໄດ້ປັບເພີ່ມມູນຄ່າຈາກ 2,836 ລ້ານເຢນ ຂຶ້ນຕື່ມອີກ 1,027 ລ້ານເຢນ ເຮັດໃຫ້ມູນຄ່າການຊ່ວຍເຫຼືອລ້າລວມທັງໝົດສູງເຖິງ 3,863 ລ້ານເຢນ ຫຼື ປະມານ 26,5 ລ້ານໂດລາສະຫະລັດ.
ສາເຫດຫຼັກຂອງການປັບເພີ່ມງົບປະມານ ແມ່ນເພື່ອຮັບມືກັບຜົນກະທົບຈາກສະພາວະເງິນເຟີ້ ແລະ ລາຄາການຈັດຊື້-ຈັດຈ້າງທີ່ຖີບຕົວສູງຂຶ້ນ ເຊິ່ງຈະຊ່ວຍຮັບປະກັນໃຫ້ການຈັດຕັ້ງປະຕິບັດໂຄງການດຳເນີນໄປໄດ້ຢ່າງລ່ຽນໄຫຼ ແລະ ບັນລຸຜົນສຳເລັດຕາມເປົ້າໝາຍທີ່ວາງໄວ້.
ໃນໂອກາດສຳຄັນນີ້ ທ່ານ ອານຸພາບ ວົງໜໍ່ແກ້ວ ໄດ້ຕາງໜ້າລັດຖະບານລາວສະແດງຄວາມຂອບໃຈຢ່າງເລິກເຊິ່ງຕໍ່ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ທີ່ໄດ້ໃຫ້ການສະໜັບສະໜູນອັນລ້ຳຄ່າຢ່າງທັນທ່ວງທີສະເໝີມາ ເຊິ່ງໄດ້ປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແລະ ການຍົກລະດັບພື້ນຖານໂຄງລ່າງຂອງລາວ ໂດຍສະເພາະຂະແໜງຄົມມະນາຄົມຂົນສົ່ງທາງອາກາດ.
ພ້ອມກັນນີ້ ກໍໄດ້ຢືນຢັນເຖິງຄວາມມຸ່ງໝັ້ນໃນການຈັດຕັ້ງປະຕິບັດໂຄງການໃຫ້ເກີດປະໂຫຍດສູງສຸດ ແລະ ຫວັງຢ່າງຍິ່ງວ່າຈະສືບຕໍ່ໄດ້ຮັບການສະໜັບສະໜູນໃນຊຸມປີຕໍ່ໜ້າ. ຂະນະດຽວກັນ ທ່ານເອກອັກຄະຣາຊະທູດ ໂຄອິຊຸມິ ຊຶໂຕະມຸ ກໍໄດ້ສະແດງຄວາມໝາຍໝັ້ນທີ່ຈະເຮັດວຽກຮ່ວມກັບຝ່າຍລາວຢ່າງໃກ້ຊິດ ເພື່ອຍູ້ແຮງສາຍພົວພັນມິດຕະພາບ ແລະ ສົ່ງເສີມການເປັນ “ຄູ່ຮ່ວມຍຸດທະສາດຮອບດ້ານ” ໃຫ້ແໜ້ນແຟ້ນຍິ່ງຂຶ້ນ ເພື່ອນຳເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນທັງສອງຊາດ.
ນອກຈາກການຮ່ວມມືດ້ານການພັດທະນາແລ້ວ ສາຍພົວພັນຂອງທັງສອງປະເທດຍັງສະແດງອອກເຖິງຄວາມຜູກພັນອັນເລິກເຊິ່ງໃນຍາມວິບັດ ເຊິ່ງໃນພິທີດັ່ງກ່າວ ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຍັງໄດ້ຕາງໜ້າລັດຖະບານ ແລະ ປະຊາຊົນລາວ ສົ່ງສານສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງໄປຍັງລັດຖະບານ, ປະຊາຊົນຍີ່ປຸ່ນ ແລະ ຄອບຄົວຜູ້ທີ່ໄດ້ຮັບຜົນກະທົບຈາກເຫດການແຜ່ນດິນໄຫວຢ່າງຮຸນແຮງທີ່ແຂວງຄຸມະໂມໂຕ ເມື່ອວັນທີ 28 ກໍລະກົດ 2026 ທີ່ຜ່ານມາ ອັນເປັນການຢ້ຳຄືນເຖິງມິດຕະພາບທີ່ຄອຍຄຽງຂ້າງກັນໃນທຸກສະຖານະການ.
#LaoX #ລາວຍີ່ປຸ່ນ #ສະໜາມບິນວັດໄຕ #ການພັດທະນາພື້ນຖານໂຄງລ່າງ #ຄູ່ຮ່ວມຍຸດທະສາດຮອບດ້ານ #ເສດຖະກິດລາວ #ມິດຕະພາບລາວຍີ່ປຸ່ນ


