ໃນງານ Startnovation Forum 2026 ທີ່ຈັດຂຶ້ນຢ່າງຍິ່ງໃຫຍ່ໃນວັນທີ 4 ກໍລະກົດ ທີ່ຜ່ານມາ, ໜຶ່ງໃນປະເດັນທີ່ໜ້າສົນໃຈ ແລະ ຄວນນຳມາຄິດຕໍ່ແມ່ນແນວຄິດເລື່ອງ “ການປະຕິວັດ AI” ຈາກ ທ່ານ ອຸໄທ ໄຊອຸດົມ ຫຼື ລຸງ Os ຈາກບໍລິສັດ LAOITDEV
ສິ່ງທີ່ເຮົາໄດ້ຈາກເວທີນີ້ແມ່ນ AI ບໍ່ໄດ້ເປັນພຽງເຄື່ອງມືໃໝ່ສຳລັບການເຮັດວຽກ ຫຼື ເປັນພຽງເຕັກໂນໂລຊີທີ່ອົງກອນຕ້ອງຮຽນຮູ້ເທົ່ານັ້ນ. ແຕ່ AI ກຳລັງກາຍເປັນຈຸດປ່ຽນສຳຄັນທີ່ສົ່ງຜົນຕໍ່ທັງພາກທຸລະກິດ, ໂຄງສ້າງພື້ນຖານຂອບງປະເທດ ແລະ ການວາງແຜນຊີວິດຂອງຄົນເຮົາໃນໄລຍະຍາວ.
ໜຶ່ງໃນມຸມມອງທີ່ໂດດເດັ່ນແມ່ນ ປະເທດລາວອາດຍັງບໍ່ຈຳເປັນຕ້ອງແຂ່ງຂັນກັບບໍລິສັດເຕັກໂນໂລຊີລະດັບໂລກໃນການສ້າງ AI Model ຫຼື Software ຂະໜາດໃຫຍ່, ເພາະຕະຫຼາດນັ້ນມີຜູ້ຫຼິນລາຍໃຫຍ່ທີ່ຄອບຄອງຢູ່ແລ້ວ. ແຕ່ສິ່ງທີ່ລາວມີສັກກະຍະພາບ ແລະ ຄວນໃຫ້ຄວາມສຳຄັນ ແມ່ນໃຊ້ຈຸດແຂງດ້ານພະລັງງານໄຟຟ້າ ແລະ ໂຄງສ້າງພື້ນຖານ ເພື່ອຮອງຮັບການເຕີບໃຫຍ່ຂອງອຸດສາຫະກຳ AI ໃນອະນາຄົດ.
ໃນຍຸກທີ່ AI ຕ້ອງການພະລັງໃນການປະມວນຜົນ ຫຼື Processing Power ຫຼາຍຂຶ້ນເລື້ອຍໆ ພະລັງງານໄຟຟ້າ ແລະ ລະບົບໂຄງສ້າງພື້ນຖານທີ່ໝັ້ນຄົງຈຶ່ງກາຍເປັນປັດໄຈສຳຄັນ ຫາກລາວເຮົາສາມາດພັດທະນາຈຸດແຂງນິ້ໃຫ້ເປັນຮູບປະທຳ ກໍອາດກາຍເປັນໂອກາດໃໝ່ໃນການດຶງດູດນັກລົງທຶນດ້ານ AI Hardware, Data Processing ແລະ ເຕັກໂນໂລຊີທີ່ກ່ຽວຂ້ອງເຂົ້າມາໃນປະເທດ.
ກ່າວອີກມຸມໜຶ່ງ, ລາວອາດບໍ່ໄດ້ເປັນຜູ້ແຂ່ງຂັນໂດຍກົງໃນສະໜາມ AI Software ລະດັບໂລກ ແຕ່ສາມາດເປັນ “ຖານສະໜັບສະໜູນສຳຄັນ” ຂອງລະບົບນິເວດ AI ໄດ້ ຜ່ານບົດບາດດ້ານພະລັງງານ, ໂຄງສ້າງພື້ນຖານ ແລະ ການປະມວນຜົນຂໍ້ມູນ ເຊິ່ງເປັນຫົວໃຈສຳຄັນທີ່ເຮັດໃຫ້ AI ສາມາດເຮັດວຽກໄດ້ແທ້.
ນອກຈາກມຸມມອງດ້ານປະເທດ ແລະ ທຸລະກິດແລ້ວ, ອີກປະເດັນທີ່ໜ້າສົນໃຈແມ່ນການເຊື່ອມໂຍງດ້ານແນວຄວາມຄິດດ້ານເຕັກໂນໂລຊີເຂົ້າກັບການວາງແຜນຊີວິດ. ໂດຍສະເພາະແນວຄິດ “Proof of Work” ທີ່ຖືກນຳມາອະທິບາຍໃນມຸມມອງຂອງການເຮັດວຽກ, ການສ້າງຊັບສິນ ແລະ ການກຽມຄວາມພ້ອມທາງການເງິນໃນອະນາຄົດ.
ຈາກມຸມມອງນີ້, ການເຮັດວຽກໃນມື້ນີ້ບໍ່ຄວນເປັນພຽງການແລກເວລາກັບລາຍໄດ້ເທົ່ນັ້ນ ແຕ່ຄວນເປັນການສ້າງພື້ນຖານບາງຢ່າງໃຫ້ກັບຊີວິດ ບໍ່ວ່າຈະເປັນຄວາມຮູ້, ທັກສະ, ປະສົບການ ຫຼື ຊັບສິນ ເພື່ອໃຫ້ໃນອະນາຄົດເຮົາມີອິດສະຫຼະຫຼາຍພໍທີ່ຈະເລືອກໃຊ້ຊີວິດ ແລະ ເລືອກເຮັດວຽກໃນສິ່ງທີ່ມີຄຸນຄ່າຕໍ່ຕົນເອງຫຼາຍຂຶ້ນ.
ສິ່ງທິ່ໜ້າສົນໃຈຈາກການແລກປ່ຽນເທື່ອນີ້ ຄືຄຳວ່າ “ກະສຽນ” ອາດບໍ່ໄດ້ໝາຍເຖິງການຢຸດເຮັດວຽກໂດຍສິ້ນເຊີງ ແຕ່ໝາຍເຖິງການມີຄວາມໝັ້ນຄົງຫຼາຍພໍທີ່ຈະເລືອກເຮັດວຽກດ້ວຍຄວາມສະໝັກໃຈ ບໍ່ແມ່ນເຮັດວຽກເພາະຄວາມຈຳເປັນພຽງຢ່າງດຽວ.
ໂດຍສະຫຼຸບ, ເວລາ Startnovation Forum 2026 ໄດ້ສະທ້ອນໃຫ້ເຫັນວ່າ ການປະຕິວັດ AI ບໍ່ແມ່ນເລື່ອງໄກໂຕອີກຕໍ່ໄປ ແຕ່ເປັນສິ່ງທີ່ທຸກພາກສ່ວນຕ້ອງເລີ່ມທຳຄວາມເຂົ້າໃຈ ຕັ້ງແຕ່ລະດັບທຸລະກິດ, ຜູ້ປະກອບການ, ພະນັກງານທົ່ວໄປ ໄປຈົດຮອດລະດັບປະເທດ.
AI ອາດເປັນທັງຄວາມທ້າທາຍ ແລະ ໂອກາດໃນເວລາດຽວກັນ ແຕ່ສຳລັບທຸລະກິດ ແລະ ປະເທດລາວ ຈຸດສຳຄັນອາດບໍ່ໄດ້ຢູ່ພຽງແຕ່ການແລ່ນຕາມໂລກໃຫ້ທັນທຸກດ້ານ ແຕ່ຢູ່ທີ່ການແນມເຫັນຈຸດແຂງຂອງຕົນເອງ ແລະ ໃຊ້ຈຸດແຂງນັ້ນສ້າງໂອກາດໃໝ່ໃນຍຸກເຕັກໂນໂລຊີ.
ເພາະທ້າຍທີ່ສຸດແລ້ວ ການປະຕິວັດ AI ຫຼື AI Renovation ບໍ່ໄດ້ປ່ຽນແຕ່ເຄື່ອງມືໃນການເຮັດວຽກ ແຕ່ກຳລັງ່ປຽນວິທີຄິດ, ວິທີວາງແຜນ ແລະ ທິດທາງອະນາຄົດຂອງທຸລະກິດລາວຢ່າງແທ້ຈິງ.
#StartnovationForum2026 #AIRevolution #LaoBusiness #DigitalTransformation #Innovation #FutureOfWork #Laos


