ປົກເວັບ 48

ມູນຄ່າການຄ້າຕ່າງປະເທດຂອງ ສປປ ລາວ ໃນໄລຍະ 6 ເດືອນຕົ້ນປີ 2026 ສາມາດບັນລຸໄດ້ເຖິງ 10,107.94 ລ້ານໂດລາສະຫະລັດ , ເຊິ່ງເປັນຜົນງານທີ່ສະທ້ອນໃຫ້ເຫັນເຖິງຄວາມພະຍາຍາມໃນການຮັກສາດຸນການຄ້າໃຫ້ເປັນບວກ ທ່າມກາງສິ່ງທ້າທາຍຈາກອັດຕາພາສີໂລກ ເພື່ອແນໃສ່ສ້າງສະຖຽນລະພາບທາງດ້ານການເງິນ ແລະ ຊຸກຍູ້ການເຕີບໂຕຂອງເສດຖະກິດມະຫາພາກ.  

ຕົວເລກດັ່ງກ່າວ ຖືກລາຍງານໂດຍທ່ານ ນາຍົກ ສອນໄຊ ສີພັນດອນ ໃນກອງປະຊູມ ສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 6 ກໍລະກົດ 2026. ໂດຍຕົວເລກມູນຄ່າການຄ້າດັ່ງກ່າວນີ້ ຄິດເປັນ 44.2% ຂອງແຜນການປີທີ່ລັດຖະບານວາງໄວ້. 

ເມື່ອເຈາະເລິກລົງໄປໃນລາຍລະອຽດຈະພົບວ່າ ມູນຄ່າການສົ່ງອອກສາມາດປະຕິບັດໄດ້ 5,633.51 ລ້ານໂດລາສະຫະລັດ ໃນຂະນະທີ່ການນຳເຂົ້າປະຕິບັດໄດ້ 4,474.43 ລ້ານໂດລາສະຫະລັດ. ສິ່ງທີ່ໜ້າຊື່ນຊົມຄື ສປປ ລາວ ຍັງສາມາດຮັກສາສະຖານະການໄດ້ປຽບດຸນການຄ້າໄວ້ໄດ້ຢ່າງແຂງແກ່ນທີ່ 1,159.08 ລ້ານໂດລາສະຫະລັດ. 

ເຖິງຢ່າງໃດກໍຕາມ, ເມື່ອເບິ່ງພາບລວມທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ຕົວເລກການຄ້າລວມພັດມີທ່າອ່ຽງຫຼຸດລົງ 10.2% ເຊິ່ງເປັນສັນຍານທີ່ພາກສ່ວນກ່ຽວຂ້ອງຕ້ອງໄດ້ຈັບຕາເບິ່ງຢ່າງໃກ້ຊິດ.  

ທ່ານ ນາຍົກລາຍງານວ່າ ສາເຫດຫຼັກທີ່ເຮັດໃຫ້ມູນຄ່າການສົ່ງອອກຫຼຸດລົງ 12.1% ນັ້ນ ແມ່ນໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກການສົ່ງອອກອຸປະກອນໄຟຟ້າ ໂດຍສະເພາະແມ່ນແຜງໂຊລາເຊວ ທີ່ທະລູດລົງເຖິງ 60.5%. ປັດໄຈສຳຄັນທີ່ຢູ່ເບື້ອງຫຼັງການຫຼຸດລົງນີ້ ແມ່ນການປັບຂຶ້ນອັດຕາພາສີນຳເຂົ້າຂອງສະຫະລັດອາເມລິກາ ທີ່ເຄີຍດີດຕົວສູງເຖິງ 48% ກ່ອນທີ່ຈະມີການປັບລົງມາຢູ່ທີ່ 40%. 

ນອກຈາກອຸດສາຫະກຳເຕັກໂນໂລຊີແລ້ວ, ຂະແໜງການອື່ນໆກໍໄດ້ຮັບຜົນກະທົບເຊັ່ນກັນ ເຊັ່ນ: ການສົ່ງອອກແຮ່ທອງຫຼຸດລົງ 25.9% ແລະ ການສົ່ງອອກເຈ້ຍຫຼຸດລົງ 20%. ໃນຂະນະດຽວກັນ, ຕົວເລກການນຳເຂົ້າທີ່ຫຼຸດລົງ 7.8% ນັ້ນ ແມ່ນຕິດພັນໂດຍກົງກັບສະຖານະການຂອງໂຮງງານປຸງແຕ່ງແຜງໂຊລາເຊວ ເຊິ່ງສົ່ງຜົນກະທົບເປັນລູກໂສ້ ເຮັດໃຫ້ການນຳເຂົ້າຜະລິດຕະພັນເຄມີທີ່ສຳຄັນຢ່າງຊີລີຄອນ ຫຼຸດລົງ 36.1% ແລະ ການນຳເຂົ້າອຸປະກອນກົນຈັກຫຼຸດລົງຮອດ 43%.  

ເພື່ອຮັບມືກັບສະພາບການດັ່ງກ່າວ ແລະ ພິກວິກິດໃຫ້ເປັນໂອກາດໃນໄລຍະ 6 ເດືອນທ້າຍປີ, ລັດຖະບານລາວໄດ້ວາງເປົ້າໝາຍຍຸດທະສາດຢ່າງຊັດເຈນໃນການຫັນມາກະຕຸ້ນຂະແໜງການທີ່ມີທ່າແຮງພາຍໃນ. ລັດຖະບານເລັ່ງຊຸກຍູ້ການຜະລິດສິນຄ້າກະສິກຳທີ່ຕິດພັນກັບການປຸງແຕ່ງ ເພື່ອສົ່ງອອກໃຫ້ບັນລຸເປົ້າໝາຍ 1,900 ລ້ານໂດລາສະຫະລັດ. ພ້ອມດຽວກັນນັ້ນ, ຍັງໄດ້ມຸ່ງເນັ້ນໄປທີ່ການຊຸກຍູ້ການຜະລິດແຮ່ທາດເພື່ອການສົ່ງອອກ ໂດຍຕັ້ງເປົ້າໄວ້ທີ່ 2,185.9 ລ້ານໂດລາສະຫະລັດ ຄຽງຄູ່ໄປກັບການຍົກລະດັບການຄຸ້ມຄອງການຂົນສົ່ງຢ່າງເຂັ້ມງວດ ເພື່ອຮັບປະກັນການຈັດເກັບລາຍຮັບເຂົ້າງົບປະມານຢ່າງເຕັມເມັດເຕັມໜ່ວຍ. 

ການປັບປ່ຽນກົນລະຍຸດຄັ້ງນີ້ ບໍ່ພຽງແຕ່ເປັນການແກ້ໄຂບັນຫາການສົ່ງອອກທີ່ສະດຸດລົງເທົ່ານັ້ນ, ແຕ່ຍັງເປັນການວາງຮາກຖານທີ່ໝັ້ນຄົງກວ່າເກົ່າ ເພື່ອຫຼຸດຜ່ອນການເພິ່ງພາຕະຫຼາດ ຫຼື ອຸດສາຫະກຳໃດໜຶ່ງຫຼາຍເກີນໄປ ເຊິ່ງຈະເປັນກຸນແຈສຳຄັນໃນການນຳພາເສດຖະກິດລາວໃຫ້ເຕີບໂຕຢ່າງຍືນຍົງໃນອະນາຄົດ. 

#LaoXperts  #LaoEconomy #ForeignTrade #ASEANBusiness #GlobalEconomy #LaoPDR

Comments are disabled