Kathom web

ອ້າງອີງຈາກໜັງສືແຈ້ງການຈາກເຈົ້າໜ້າທີ່ແຂວງຫຼວງນ້ຳທາ ສປປ ລາວ, ໄດ້ມີການແຈ້ງເຕືອນໄປຍັງນັກຮຽນລາວທີ່ກຳລັງສຶກສາຢູ່ປະເທດຈີນ ໃຫ້ຫຼີກລ້ຽງການກ່ຽວຂ້ອງກັບ “ກະທ່ອມ” ແລະ “ນ້ຳກະທ່ອມ” ທຸກຮູບແບບ ບໍ່ວ່າຈະເປັນການດື່ມ, ຄອບຄອງ, ຊື້ຂາຍ, ຮັບຝາກ, ນຳພາ ຫຼື ສົ່ງຕໍ່ໃຫ້ຜູ້ອື່ນ.

ໃນໜັງສືແຈ້ງການໄດ້ເນັ້ນຢ່າງຊັດເຈນວ່າ ນັກຮຽນລາວຄວນ “ປະຕິບັດຕາມກົດໝາຍ ແລະ ລະບຽບຂອງປະເທດທີ່ໄປສຶກສາຢ່າງເຄັ່ງຄັດ” ໂດຍສະເພາະກົດໝາຍກ່ຽວກັບສານເສບຕິດ ແລະ ສິ່ງຂອງຕ້ອງຫ້າມ. ຫາກຝ່າຝືນ ອາດສົ່ງຜົນຕໍ່ສະຖານະການຢູ່ອາໄສ, Visa ນັກຮຽນ, ການຮຽນ ແລະ ໂອກາດທາງການສຶກສາໃນອະນາຄົດ.

ຄຳເຕືອນດັ່ງກ່າວຍັງໄດ້ກຳຊັບໃຫ້ນັກຮຽນລາວຢ່າຮັບຝາກ ຫຼື ນຳພາສິ່ງຂອງໃຫ້ບຸກຄົນອື່ນ ໂດຍບໍ່ຮູ້ທີ່ມາ ຫຼື ສ່ວນປະກອບຂອງສິ່ງຂອງນັ້ນ ເພາະອາດກາຍເປັນຄວາມຜິດທາງກົດໝາຍໄດ້ ແມ້ຈະບໍ່ໄດ້ຕັ້ງໃຈກໍຕາມ.

ປະເດັນກ່ຽວກັບກະທ່ອມ ແລະ ນ້ຳກະທ່ອມ ຖືເປັນເລື່ອງທີ່ຫຼາຍປະເທດໃຫ້ຄວາມສຳຄັນຫຼາຍຂຶ້ນ ເນື່ອງຈາກກະທ່ອມເປັນພືດທີ່ມີສານອອກລິດຕໍ່ລະບົບປະສາດ ແລະ ມັກຖືກນຳໄປຕົ້ມເປັນເຄື່ອງດື່ມ. ໃນບາງກໍລະນີ ອາດມີການນຳໄປປະສົມກັບສານອື່ນ ເຊິ່ງເພີ່ມຄວາມສ່ຽງທັງຕໍ່ສຸຂະພາບ ແລະ ບັນຫາທາງກົດໝາຍ.

ນອກຈາກນີ້, ສະຖານທູດ ແລະ ກົມກົງສຸນໄທໃນປະເທດຈີນ ກໍເຄີຍອອກຄຳເຕືອນຕໍ່ນັກທ່ອງທ່ຽວໄທວ່າ ບໍ່ຄວນນຳຜະລິດຕະພັນທີ່ມີສ່ວນປະສົມຂອງກະທ່ອມ ຫຼື ກັນຊາເຂົ້າປະເທດຈີນ ແມ້ຜະລິດຕະພັນບາງປະເພດອາດຖືກກົດໝາຍໃນປະເທດຕົ້ນທາງກໍຕາມ ແຕ່ອາດເຂົ້າຂ່າຍຜິດກົດໝາຍຈີນ ແລະ ມີໂທດຮຸນແຮງ.

ດັ່ງນັ້ນ, ຄຳເຕືອນເທື່ອນີ້ຈຶ່ງຖືເປັນສັນຍານສຳຄັນສຳລັບນັກຮຽນລາວທີ່ກຳລັງສຶກສາຢູ່ຕ່າງປະເທດ ລວມເຖິງຜູ້ປົກຄອງ ແລະ ສະຖານສຶກສາ ໃຫ້ຮ່ວມກັນໃຫ້ຄວາມຮູ້ ແລະ ກຳຊັບນັກຮຽນກ່ຽວກັບກົດໝາຍຂອງປະເທດປາຍທາງ ໂດຍສະເພາະເລື່ອງສານເສບຕິດ, ສິ່ງຂອງຕ້ອງຫ້າມ ແລະ ການຮັບຝາກສິ່ງຂອງຈາກບຸກຄົນອື່ນ.

ຜູ້ປົກຄອງຄວນໂອ້ລົມກັບບຸດຫຼານຢ່າງໃກ້ຊິດ ພ້ອມຍ້ຳໃຫ້ນັກຮຽນຫຼີກລ້ຽງການທົດລອງ, ຊື້ຂາຍ, ພົກພາ ຫຼື ກ່ຽວຂ້ອງກັບນ້ຳກະທ່ອມທຸກຮູບແບບ ເພາະຄວາມຜິດພຽງເທື່ອດຽວອາດສົ່ງຜົນກະທົບຕໍ່ການຮຽນ, Visa, ພາບລັກ ແລະ ອະນາຄົດໃນໄລຍະຍາວ.

Comments are disabled