ປົກເວັບ 18

ລັດຖະບານສະຫະລັດອາເມຣິກາ ຕັດສິນໃຈຄືນເງິນພາສີນຳເຂົ້າຈຳນວນມະຫາສານເຖິງ 22,000 ລ້ານໂດລາສະຫະລັດ ໃຫ້ແກ່ບັນດາຜູ້ປະກອບການນຳເຂົ້າສິນຄ້າ. ການເຄື່ອນໄຫວຄັ້ງນີ້ເກີດຂຶ້ນຫຼັງສານສູງສຸດມີຄຳສັ່ງລະງັບມາດຕະການເກັບພາສີບາງສ່ວນໃນຍຸກຂອງ Donald Trump ເຊິ່ງສົ່ງຜົນກະທົບຢ່າງໜັກໜ່ວງເຮັດໃຫ້ລາຍຮັບຈາກພາສີອາກອນປະຈຳເດືອນຕິດລົບເປັນຄັ້ງທຳອິດໃນປະຫວັດສາດ.

ອີງຕາມການລາຍງານຂອງສຳນັກBloomberg ລະບຸວ່າ ກະຊວງການຄັງ ຫຼື ການເງິນສະຫະລັດໄດ້ເປີດເຜີຍເຖິງການຄືນເງິນພາສີຄັ້ງໃຫຍ່ທີ່ສຸດໃນເດືອນພຶດສະພາທີ່ຜ່ານມາ ເຊິ່ງເປັນຜົນສືບເນື່ອງມາຈາກການທີ່ສານດີກາສະຫະລັດ ມີຄຳວິນິໄສຍົກເລີກສ່ວນສຳຄັນຂອງມາດຕະການພາສີນຳເຂົ້າ ທີ່ປະທານາທິບໍດີ Donald Trump ເຄີຍໃຊ້ອຳນາດບັງຄັບໃຊ້. ສານໄດ້ຊີ້ແຈງຢ່າງຈະແຈ້ງວ່າ Trump ບໍ່ມີອຳນາດໃນການນຳໃຊ້ກົດໝາຍອຳນາດທາງເສດຖະກິດສຸກເສີນລະຫວ່າງປະເທດ (IEEPA) ເພື່ອກຳນົດພາສີນຳເຂົ້າໃນກໍລະນີດັ່ງກ່າວ ເຊິ່ງທາງລັດຖະບານໄດ້ເລີ່ມທະຍອຍດຳເນີນການຄືນເງິນໃຫ້ພາກທຸລະກິດມາຕັ້ງແຕ່ເດືອນເມສາເປັນຕົ້ນມາ.

ຜົນກະທົບຈາກການຄືນເງິນກ້ອນໃຫຍ່ນີ້ ແມ່ນມີມູນຄ່າໃກ້ຄຽງກັບລາຍຮັບຈາກພາສີນຳເຂົ້າທີ່ລັດຖະບານສາມາດຈັດເກັບໄດ້ໃນເດືອນດຽວກັນ ສົ່ງຜົນໃຫ້ລາຍຮັບສຸດທິຈາກພາສີຖືກລົບລ້າງອອກໄປຈົນໝົດກ້ຽງ. 

ຂໍ້ມູນຈາກກະຊວງການຄັງສະແດງໃຫ້ເຫັນວ່າ ລາຍຮັບສຸດທິຈາກພາສີໃນເດືອນພຶດສະພາຕິດລົບປະມານ 42 ລ້ານໂດລາສະຫະລັດ ເຊິ່ງນັບເປັນຄັ້ງທຳອິດທີ່ຕົວເລກດັ່ງກ່າວຕົກຢູ່ໃນສະພາວະຕິດລົບໃນຖານຂໍ້ມູນທີ່ບລູມເບີກເຄີຍລວບລວມໄວ້ຕັ້ງແຕ່ປີ 2015.

ຢ່າງໃດກໍຕາມ ຂອບເຂດອັນຊັດເຈນຂອງການຄືນເງິນຍັງຄົງມີຄວາມບໍ່ແນ່ນອນ ເນື່ອງຈາກປັດຈຸບັນລັດຖະບານກຳລັງຢູ່ໃນຊ່ວງຍື່ນອຸທອນຄຳສັ່ງສານ ທີ່ກຳນົດໃຫ້ຕ້ອງຄືນເງິນແກ່ຜູ້ນຳເຂົ້າທຸກລາຍທີ່ເຄີຍຊຳລະພາສີໄປແລ້ວ ຊຶ່ງມີມູນຄ່າລວມສູງເຖິງ 1.66 ແສນລ້ານໂດລາສະຫະລັດ ພາຍໃຕ້ກົດໝາຍສະບັບດັ່ງກ່າວ.

ທາງດ້ານ ທ່ານ Scott Bessent ລັດຖະມົນຕີວ່າການກະຊວງການຄັງສະຫະລັດ ໄດ້ອອກມາຢືນຢັນລະຫວ່າງການໃຫ້ການຕໍ່ສະພາຄອງເກຣສໃນອາທິດກ່ອນວ່າ ເງິນພາສີທີ່ຖືກຮຽກເກັບພາຍໃຕ້ມາດຕະການທີ່ຖືກຍົກເລີກນັ້ນ ຈະຖືກສົ່ງຄືນໃຫ້ກັບບໍລິສັດຜູ້ນຳເຂົ້າສິນຄ້າຢ່າງແນ່ນອນ. 

#LaoXperts #ເສດຖະກິດສະຫະລັດ #ພາສີນຳເຂົ້າ #ຄືນເງິນພາສີ #ຂ່າວເສດຖະກິດ #ທຸລະກິດນຳເຂົ້າ #Bloomberg #USATariffs #EconomicNews

Comments are disabled