ປົກເວັບ 21

ແຂວງສາລະວັນ ໄດ້ເປີດສາກກໍ່ສ້າງໂຄງການພະລັງງານແສງຕາເວັນ 9,5 ເມກາວັດ ຢ່າງເປັນທາງການແລ້ວໃນວັນທີ 29 ພຶດສະພາ ຜ່ານມາ ເພື່ອແນໃສ່ສະໜອງກະແສໄຟຟ້າທີ່ສະອາດໃຫ້ແກ່ຊຸມຊົນທ້ອງຖິ່ນ. ຖືເປັນບາດກ້າວສຳຄັນໃນການຊຸກຍູ້ການຜະລິດພະລັງງານທົດແທນທີ່ເປັນມິດກັບສິ່ງແວດລ້ອມ ພ້ອມທັງຕອບໂຈດເປົ້າໝາຍການພັດທະນາແບບຍືນຍົງຂອງລັດຖະບານລາວຢ່າງແທ້ຈິງ.

ໃນໂອກາດດັ່ງກ່າວ ທ່ານ ສຸກສະຫວັນ ໄດ້ລາຍງານຄວາມເປັນມາຂອງໂຄງການວ່າ ການພັດທະນາພະລັງງານແສງຕາເວັນຄັ້ງນີ້ມີກຳລັງການຜະລິດລວມ 9,5 ເມກາວັດ ເຊິ່ງແບ່ງການກໍ່ສ້າງອອກເປັນ 3 ຈຸດພາຍໃນແຂວງ ຄື: ຂະໜາດ 3 ເມກາວັດ ຢູ່ບ້ານເຕົາປູນ ເມືອງສາລະວັນ, ຂະໜາດ 3 ເມກາວັດ ຢູ່ເຂດບ້ານຜັກຂາ ເມືອງວາປີ ແລະ ຂະໜາດ 3,5 ເມກາວັດ ຢູ່ບ້ານປະລອຍ ເມືອງຕະໂອ້ຍ. ປັດຈຸບັນ ທັງ 3 ໂຄງການແມ່ນໄດ້ເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບລາຄາໄຟຟ້າກັບ ລັດວິສາຫະກິດໄຟຟ້າລາວ (EDL) ເປັນທີ່ຮຽບຮ້ອຍແລ້ວ ສ່ວນສັນຍາສຳປະທານຢ່າງເປັນທາງການແມ່ນໄດ້ລົງນາມໄປເມື່ອວັນທີ 13 ພະຈິກ 2025.

ການກໍ່ສ້າງໃນຄັ້ງນີ້ແມ່ນຮັບຜິດຊອບໂດຍ ບໍລິສັດ ວີເອັສ ເອັນຈິເນຍຣິງ ຈຳກັດ (VS Engineering Co Ltd) ເຊິ່ງຄາດວ່າຈະສຳເລັດພ້ອມຈ່າຍກະແສໄຟຟ້າຮັບໃຊ້ຊຸມຊົນໃນທົ່ວແຂວງສາລະວັນພາຍໃນທ້າຍປີ 2026. ບໍລິສັດ ວີເອັສ ໂຊລາ ວັນ ຈຳກັດ ໃນຖານະຜູ້ພັດທະນາໂຄງການ ແມ່ນມີຜົນງານພົ້ນເດັ່ນໃນການພັດທະນາພະລັງງານທົດແທນ ໂດຍກ່ອນໜ້ານີ້ກໍປະສົບຜົນສຳເລັດໃນການຈັດຕັ້ງປະຕິບັດໂຄງການພະລັງງານແສງຕາເວັນ ຂະໜາດ 7,5 ເມກາວັດ (ລວມ 3 ຈຸດ) ຢູ່ແຂວງບໍລິຄຳໄຊ ເຊິ່ງພວມດຳເນີນການກໍ່ສ້າງຢ່າງໄວວາ ແລະ ມີແຜນຈະເຊື່ອມຕໍ່ເຂົ້າລະບົບສາຍສົ່ງຂອງ EDL ພາຍໃນເດືອນມິຖຸນາ 2026 ນີ້. 

ນອກຈາກນັ້ນ, ທາງບໍລິສັດຍັງມີແຜນທີ່ຈະຂະຫຍາຍກຳລັງການຜະລິດຢູ່ບໍລິຄຳໄຊເພີ່ມຂຶ້ນເປັນ 15 ເມກາວັດ ພ້ອມທັງເດີນໜ້າສຶກສາສຳຫຼວດໂຄງການພະລັງງານສະອາດໃນເຂດອື່ນໆຂອງປະເທດຢ່າງຕໍ່ເນື່ອງ.

ພິທີວາງສີລາລືກດັ່ງກ່າວ ໄດ້ຈັດຂຶ້ນທີ່ບ້ານເຕົ້າປູນ ເມືອງສາລະວັນ, ໂດຍການເຂົ້າຮ່ວມຂອງ ທ່ານ ປອ ດາວວົງ ພອນແກ້ວ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງ, ທ່ານ ປະເດີມພອນ ສົນທະນີ ຮອງເລຂາພັກແຂວງ ປະທານຄະນະກໍາມະການປົກຄອງແຂວງ, ທ່ານ ທ່ານ ໂຊກສະຫວັນ ເພັດຣາສີ ຜູ້ອໍານວຍການ ບໍລິສັດ ວີເອັສ ໂຊລ່າວັນ ຈໍາກັດ, ມີບັນດາການນໍາຂອງແຂວງ, ການນໍາຂອງເມືອງສາລະວັນ, ວາປີ ແລະ ເມືອງຕະໂອ້ຍ ພ້ອມດ້ວຍຜູ້ຕາງໜ້າຂະແໜງການທີ່ກ່ຽວຂ້ອງ, ຕາງໜ້າອຳນາດການປົກຄອງບ້ານເຂົ້າຮ່ວມ.

#LaoXperts #ພະລັງງານສະອາດ #ພະລັງງານແສງຕາເວັນ #ແຂວງສາລະວັນ #ຂ່າວເສດຖະກິດລາວ #SolarEnergyLaos #VSSolarOne

Comments are disabled