ອິດສະຣາແອນ ເປີດສາກໂຈມຕີທາງອາກາດຢ່າງໜັກໜ່ວງໃສ່ພາກໃຕ້ຂອງເລບານອນ ເຮັດໃຫ້ມີຜູ້ບາດເຈັບ 14 ລາຍ ພ້ອມທັງອອກປະກາດເຕືອນໄພຂັ້ນສູງໃຫ້ປະຊາຊົນທີ່ອາໄສຢູ່ທາງຕອນໃຕ້ຂອງແມ່ນໍ້າຊາຮຣານີ (Zahrani) ອົບພະຍົບອອກຈາກພື້ນທີ່ໂດຍທັນທີ ເພື່ອຫຼີກລ່ຽງຜົນກະທົບຮ້າຍແຮງຈາກການຂະຫຍາຍປະຕິບັດການທາງທະຫານ.
ເຫດການໂຈມຕີຫຼ້າສຸດນີ້ເກີດຂຶ້ນໃນວັນອາທິດທີ 31 ພຶດສະພາ ຜ່ານມາ ໂດຍສູນປະຕິບັດການສຸກເສີນດ້ານສາທາລະນະສຸກຂອງເລບານອນລາຍງານວ່າ ການໂຈມຕີທາງອາກາດໄດ້ແນໃສ່ພື້ນທີ່ໃກ້ຄຽງກັບໂຮງໝໍຮີຣາມ (Hiram) ໃນເມືອງໄທຣ (Tyre) ເຊິ່ງສົ່ງຜົນກະທົບໂດຍກົງຕໍ່ບຸກຄະລາກອນທາງການແພດ. ຈາກເຫດການດັ່ງກ່າວ ມີພະນັກງານຂອງໂຮງໝໍໄດ້ຮັບບາດເຈັບ 13 ຄົນ ລວມເຖິງເຈົ້າໜ້າທີ່ກູ້ໄພຈາກສູນປ້ອງກັນໄພພົນລະເຮືອນອີກ 1 ຄົນ ທີ່ໄດ້ຮັບບາດເຈັບໃນຂະນະປະຕິບັດໜ້າທີ່ກູ້ໄພໃນຈຸດເກີດເຫດ ທັງຍັງສ້າງຄວາມເສຍຫາຍຢ່າງໜັກຕໍ່ຕົວອາຄານຂອງໂຮງໝໍ.
ໃນຂະນະດຽວກັນ ເພື່ອເປັນການຕອບໂຕ້, ກຸ່ມຮິສບອລເລາະຮ໌ (Hezbollah) ໄດ້ອອກຖະແຫຼງການຢືນຢັນເຖິງການນຳໃຊ້ລູກສອນໄຟນຳວິຖີ ຍິງສະກັດກັ້ນລົດຖັງ ເມີຄາວາ (Merkava) ຂອງກອງທັບອິດສະຣາແອນໃນເມືອງບາຢາດາ ໂດຍອ້າງວ່າສາມາດໂຈມຕີເປົ້າໝາຍໄດ້ຢ່າງແມ່ນຍຳ ພ້ອມທັງລະດົມຍິງຈະຫຼວດໂຈມຕີຖານທີ່ໝັ້ນ ແລະ ພາຫະນະທາງທະຫານຂອງອິດສະຣາແອນໃນພື້ນທີ່ດັ່ງກ່າວຢ່າງຕໍ່ເນື່ອງ.
ທ່າມກາງສະຖານະການທີ່ນັບມື້ບານປາຍ ທ່ານ ເບນຈາມິນ ເນທັນຢາຮູ ນາຍົກລັດຖະມົນຕີອິດສະຣາແອນ ໄດ້ອອກຖະແຫຼງການຜ່ານວິດີໂອ ໂດຍລະບຸວ່າຕົນໄດ້ສັ່ງການໃຫ້ກອງທັບຍົກລະດັບກຳລັງພົນ ແລະ ຂະຫຍາຍຂອບເຂດການຄວບຄຸມເຂົ້າສູ່ພື້ນທີ່ຕ່າງໆໃນເລບານອນ ທີ່ຢູ່ພາຍໃຕ້ການຍຶດຄອງຂອງກຸ່ມຮິສບອລເລາະຮ໌.
ຄວາມເຄັ່ງຕອງຄັ້ງນີ້ຊີ້ໃຫ້ເຫັນວ່າ ຂໍ້ຕົກລົງຢຸດຍິງລະຫວ່າງສອງຝ່າຍທີ່ມີຜົນບັງຄັບໃຊ້ຕັ້ງແຕ່ເດືອນເມສາຜ່ານມາ ບໍ່ສາມາດຢຸດຕິຄວາມຮຸນແຮງໄດ້ຢ່າງແທ້ຈິງ ເນື່ອງຈາກອິດສະຣາແອນຍັງຄົງເປີດສາກໂຈມຕີເລບານອນແທບທຸກມື້ ສວນທາງກັບການຕອບໂຕ້ຂອງກຸ່ມຮິສບອລເລາະຮ໌.
ຂໍ້ມູນລ້າສຸດຈາກສູນປະຕິບັດການສຸກເສີນດ້ານສາທາລະນະສຸກຂອງເລບານອນ ລະບຸວ່າ ຍອດຜູ້ເສຍຊີວິດສະສົມຈາກການໂຈມຕີຂອງອິດສະຣາແອນນັບຕັ້ງແຕ່ວັນທີ 2 ມີນາ ເປັນຕົ້ນມາ ໄດ້ພຸ່ງສູງເຖິງ 3,412 ລາຍ ແລະ ມີຜູ້ໄດ້ຮັບບາດເຈັບແລ້ວເຖິງ 10,269 ລາຍ ກາຍເປັນວິກິດການດ້ານມະນຸດສະທຳທີ່ໜ້າກັງວົນຢ່າງຍິ່ງໃນພາກພື້ນ.
ເປັນຫຍັງ 2 ຝ່າຍນີ້ຄືຜິດກັນ:
ຄວາມຂັດແຍ່ງອັນຍາວນານລະຫວ່າງອິດສະຣາແອນ ແລະ ກຸ່ມຮິສບອລເລາະຮ໌ (Hezbollah) ໃນເລບານອນ ບໍ່ໄດ້ຫາກໍເກີດຂຶ້ນພຽງແຕ່ໃນໄລຍະມໍ່ໆມານີ້, ແຕ່ມີຮາກເຫງົ້າປະຫວັດສາດທີ່ເລິກເຊິ່ງ ແລະ ຊັບຊ້ອນ ໂດຍຕິດພັນກັບບັນຫາຊາວປາແລັດສະຕິນ, ສົງຄາມກາງເມືອງໃນເລບານອນ ແລະ ສົງຄາມຕົວແທນໃນພາກພື້ນຕາເວັນອອກກາງ.
ຈຸດເລີ່ມຕົ້ນສາມາດຢ້ອນກັບໄປໃນປີ 1948 ພາຍຫຼັງການກໍ່ຕັ້ງລັດອິດສະຣາແອນ ຊຶ່ງເຮັດໃຫ້ຊາວປາແລັດສະຕິນຫຼາຍແສນຄົນຕ້ອງອົບພະຍົບໜີໄພສົງຄາມເຂົ້າໄປລີ້ໄພໃນປະເທດເລບານອນ. ຕໍ່ມາ, ອົງການປົດປ່ອຍປາແລັດສະຕິນ (PLO) ໄດ້ນຳໃຊ້ພື້ນທີ່ທາງພາກໃຕ້ຂອງເລບານອນເປັນຖານທີ່ໝັ້ນສຳຄັນໃນການຊ່ອງສຸມກຳລັງ ແລະ ເປີດສາກໂຈມຕີຂ້າມຊາຍແດນເຂົ້າສູ່ພາກເໜືອຂອງອິດສະຣາແອນຢ່າງຕໍ່ເນື່ອງ.
ເພື່ອເປັນການກວາດລ້າງກຸ່ມ PLO ດັ່ງກ່າວ, ໃນປີ 1982 ອິດສະຣາແອນຈຶ່ງໄດ້ຕັດສິນໃຈສົ່ງກອງທັບບຸກເຂົ້າໄປໃນເລບານອນ ແລະ ຍຶດຄອງພື້ນທີ່ທາງພາກໃຕ້ຂອງປະເທດໄວ້.
ການບຸກລຸກ ແລະ ການຍຶດຄອງດິນແດນຂອງອິດສະຣາແອນໃນຄັ້ງນັ້ນ ໄດ້ສ້າງຄວາມຄຽດແຄ້ນຢ່າງໜັກໃຫ້ແກ່ຊາວມຸສລິມນິກາຍຊີອະ (Shia) ທີ່ອາໄສຢູ່ໃນພາກໃຕ້ຂອງເລບານອນ. ຄວາມບໍ່ພໍໃຈນີ້ ບວກກັບການສະໜັບສະໜູນຢ່າງເຕັມທີ່ທາງດ້ານການເງິນ, ອາວຸດຍຸດໂທປະກອນ ແລະ ການເຝິກອົບຮົມຈາກກອງກຳລັງພິທັກການປະຕິວັດອິດສະລາມອິຣ່ານ (IRGC) ໄດ້ກາຍເປັນຈຸດກຳເນີດຂອງກອງກຳລັງຕິດອາວຸດທີ່ຮູ້ຈັກກັນໃນນາມ “ຮິສບອລເລາະຮ໌” ຫຼື ພັກຂອງພຣະເຈົ້າ.
ເປົ້າໝາຍສູງສຸດຂອງພວກເຂົາໃນເວລານັ້ນແມ່ນເພື່ອຕໍ່ຕ້ານ ແລະ ຂັບໄລ່ກອງທັບອິດສະຣາແອນອອກຈາກດິນແດນອະທິປະໄຕຂອງເລບານອນ. ຕະຫຼອດຊຸມປີ 1980 ຫາ 1990 ອິດສະຣາແອນໄດ້ພະຍາຍາມຮັກສາເຂດປອດໄພບໍລິເວນຊາຍແດນ ແຕ່ກໍຕ້ອງປະເຊີນກັບການສູ້ຮົບແບບກອງໂຈນ ທັງການລອບໂຈມຕີ ແລະ ວາງລະເບີດຈາກກຸ່ມຮິສບອລເລາະຮ໌ຢ່າງໜັກໜ່ວງ ຈົນໃນທີ່ສຸດ ຫຼັງຈາກສູນເສຍກຳລັງພົນໄປເປັນຈຳນວນຫຼາຍ ອິດສະຣາແອນກໍໄດ້ຕັດສິນໃຈຖອນທະຫານອອກຈາກພາກໃຕ້ຂອງເລບານອນຢ່າງເປັນທາງການໃນເດືອນພຶດສະພາ ປີ 2000 ເຊິ່ງເຫດການນີ້ໄດ້ເຮັດໃຫ້ຮິສບອລເລາະຮ໌ປະກາດໄຊຊະນະ ແລະ ກ້າວຂຶ້ນມາກາຍເປັນກອງກຳລັງທີ່ຊົງອິດທິພົນທີ່ສຸດໃນປະເທດ.
ດັ່ງນັ້ນ ຄວາມຂັດແຍ່ງໃນປັດຈຸບັນຈຶ່ງບໍ່ແມ່ນພຽງແຕ່ເລື່ອງການຍາດແຍ່ງເຂດແດນ ແຕ່ເປັນພາບສະທ້ອນອັນແຈ້ງຂາວຂອງສົງຄາມຕົວແທນລະຫວ່າງອິດສະຣາແອນ ກັບເຄືອຂ່າຍອິດທິພົນຂອງອິຣ່ານ ທີ່ຍັງຄົງປົກຄຸມ ແລະ ສ້າງຄວາມສັ່ນຄອນໃຫ້ແກ່ພາກພື້ນຕາເວັນອອກກາງມາຢ່າງຍາວນານ.
#LaoX #Israel #Lebanon #MiddleEastCrisis #WorldNews #ອິດສະຣາແອນ #ເລບານອນ #ຂ່າວຕ່າງປະເທດ #ສົງຄາມຕາເວັນອອກກາງ


