ປົກເວັບ 23

ຄະນະສະເພາະກິດແຂວງໄຊສົມບູນລົງດາບກຸ່ມລັກລອບຂຸດຄົ້ນຄຳຕົກຂ້ອນຜິດກົດໝາຍຢູ່ເມືອງອະນຸວົງ ຢຶດເຄື່ອງຈັກໜັກ ແລະ ອຸປະກອນຄົບຊຸດ. ແນໃສ່ຈັດຕັ້ງປະຕິບັດຄຳສັ່ງນາຍົກລັດຖະມົນຕີຢ່າງເດັດຂາດ ເພື່ອປົກປ້ອງຊັບພະຍາກອນທຳມະຊາດ ແລະ ສະກັດກັ້ນການສູນເສຍຜົນປະໂຫຍດຂອງຊາດ.

ຕາມການລາຍງານຂອງ ຂປລ, ໃນວັນທີ 31 ພຶດສະພາ 2026 ທີ່ຜ່ານມາ, ທ່ານ ໄຊຍະເດດ ວົງສາຣະວັນ ຫົວໜ້າຫ້ອງການຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນແຂວງ ທັງເປັນຄະນະສະເພາະກິດຕິດຕາມກວດກາແຮ່ທາດ ໄດ້ນໍາພາທີມງານພະນັກງານລັດ ແລະ ເຈົ້າໜ້າທີ່ກ່ຽວຂ້ອງ ລົງເຄື່ອນໄຫວລາດຕະເວນຢູ່ເຂດຫ້ວຍນ້ຳບ້ານນໍ້າຍ້ອນ ເມືອງອະນຸວົງ. 

ຜ່ານການກວດກາຕົວຈິງ, ກໍາລັງເຈົ້າໜ້າທີ່ໄດ້ເຂົ້າຈັບກຸມກຸ່ມຄົນທີ່ພວມລັກລອບຂຸດຄົ້ນແຮ່ຄຳຕົກຂ້ອນແບບຜິດກົດໝາຍ ໂດຍສາມາດກັກຕົວຜູ້ຮ່ວມຂະບວນການໄດ້ 3 ຄົນ ພ້ອມທັງຢຶດເຄື່ອງຂອງກາງທີ່ນຳໃຊ້ເຂົ້າໃນການກະທຳຜິດຈຳນວນຫຼາຍ ເຊິ່ງອຸປະກອນທີ່ຖືກຢຶດປະກອບມີລົດຂຸດສອງຄັນ, ຕະແກງໃຫຍ່ສຳລັບຮ້ອນແຮ່ຄຳ, ຈັກດູດນ້ຳຂະໜາດໃຫຍ່, ນ້ຳມັນເຊື້ອໄຟຈຳນວນຫ້າຖັງ, ພ້ອມດ້ວຍອຸປະກອນດັກຄຳ ແລະ ທໍ່ດູດນ້ຳອີກຈຳນວນໜຶ່ງ.

ການລົງປະຕິບັດງານໃນຄັ້ງນີ້ ສະແດງໃຫ້ເຫັນເຖິງຄວາມເດັດຂາດຂອງການນໍາແຂວງ ໃນການຈັດຕັ້ງປະຕິບັດຄໍາສັ່ງນາຍົກລັດຖະມົນຕີ ສະບັບເລກທີ 06/ນຍ ວ່າດ້ວຍການເພີ່ມທະວີການຄຸ້ມຄອງ ແລະ ຕ້ານປະກົດການຫຍໍ້ທໍ້ຕ່າງໆ ທີ່ສ້າງຄວາມເສຍຫາຍໃຫ້ແກ່ສັງຄົມ. 

ປັດຈຸບັນ, ຄະນະສະເພາະກິດໄດ້ນໍາເອົາອຸປະກອນ ແລະ ພາຫະນະທີ່ຢຶດໄດ້ທັງໝົດໄປເກັບຮັກສາໄວ້ທີ່ກອງບັນຊາການປ້ອງກັນຄວາມສະຫງົບແຂວງໄຊສົມບູນ ເພື່ອໃຊ້ເປັນຫລັກຖານອ້າງອີງໃນການດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍຕໍ່ຜູ້ລະເມີດຢ່າງເຄັ່ງຄັດ.

#LaoX #ຂ່າວເສດຖະກິດ #ແຂວງໄຊສົມບູນ #ຂຸດຄຳຜິດກົດໝາຍ #ຄຸ້ມຄອງຊັບພະຍາກອນ #LaoNews

Comments are disabled