ປົກເວັບ 25

ກະຊວງການເງິນເປີດຕົວລະບົບພາສີທັນສະໄໝລວມສູນ (Smart Customs) ຢ່າງເປັນທາງການ ຂັບເຄື່ອນການຫັນເປັນດິຈິຕອນ ມຸ່ງເປົ້າໝາຍລຸດຜ່ອນຂັ້ນຕອນ-ເວລາ, ເພີ່ມຄວາມໂປ່ງໃສ ແລະ ຍົກປະສິດທິພາບການອຳນວຍຄວາມສະດວກດ້ານການຄ້າ. ການປ່ຽນແປງຄັ້ງໃຫຍ່ນີ້ຈະຊ່ວຍສ້າງຄວາມເຊື່ອໝັ້ນໃຫ້ນັກລົງທຶນ ແລະ ຊຸກຍູ້ການເກັບລາຍຮັບເຂົ້າລັດໃຫ້ບັນລຸ 20% ຂອງ GDP ໃນປີ 2026.

ພິທີເປີດນຳໃຊ້ລະບົບດັ່ງກ່າວໄດ້ຈັດຂຶ້ນໃນວັນຈັນຜ່ານມາ ທີ່ດ່ານພາສີສາກົນທ່າບົກທ່ານາແລ້ງ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການເງິນ ພ້ອມດ້ວຍການນຳຂັ້ນສູງ, ພາກສ່ວນກ່ຽວຂ້ອງ ແລະ ຕົວແທນຈາກພາກທຸລະກິດ.  ໜັງສືພີມວຽງຈັນທາມລາຍງານ.

ທ່ານ ວົງວັນເພັງ ພູມສະຫວັນ ຮອງຫົວໜ້າກົມພາສີ ໄດ້ກ່າວໃນງານວ່າ ລະບົບໃໝ່ນີ້ແມ່ນບາດກ້າວສຳຄັນໃນການຫັນການບໍລິຫານລັດໃຫ້ທັນສະໄໝ ຕາມຍຸດທະສາດການພັດທະນາເສດຖະກິດດິຈິຕອນແຫ່ງຊາດ 2021-2030 ເຊິ່ງຈະເປັນການພັດທະນາຈາກຍຸກທີ່ເຄີຍໃຊ້ເຈ້ຍ ແລະ ເກັບເງິນສົດ ມາສູ່ການລວມສູນລະບົບຕ່າງໆເຂົ້າກັນ. 

ລະບົບ Smart Customs ນີ້ ໄດ້ເຊື່ອມໂຍງເອົາການແຈ້ງພາສີ, ການຄຸ້ມຄອງສາງ, ການຕິດຕາມພາຫະນະ, ການສະແກນ X-ray, ຊິງຊັ່ງນ້ຳໜັກອັດສະລິຍະ ແລະ ການຊຳລະເງິນແບບເອເລັກໂຕຣນິກ ໃຫ້ມາຢູ່ພາຍໃຕ້ສູນບັນຊາການພາສີທັນສະໄໝພຽງແຫ່ງດຽວ.

ສຳລັບແຜນພັດທະນາໃນໄລຍະ 5 ປີຕໍ່ໜ້າ (2026-2030), ທ່ານ ອານຸສັກ ສີສະອາດ ຮອງຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ ໄດ້ຊີ້ໃຫ້ເຫັນເຖິງວິໄສທັດໃນການສ້າງຖານຂໍ້ມູນສູນກາງ (Data Hub) ລະດັບຊາດ ເພື່ອລຸດຜ່ອນຄວາມຊໍ້າຊ້ອນຂອງຂໍ້ມູນ. 

ໃນປີ 2026 ຈະເລີ່ມຈັດຕັ້ງປະຕິບັດເຕັກໂນໂລຊີສຳຄັນຢູ່ 6 ດ່ານສາກົນບຸລິມະສິດ ເຊັ່ນ: ທ່າບົກທ່ານາແລ້ງ, ຂົວມິດຕະພາບລາວ-ໄທ ແຫ່ງທີ 1, 2 ແລະ 3, ດ່ານນາເພົ້າ, ແດນສະຫວັນ ແລະ ບໍ່ເຕັນ ກ່ອນຈະຂະຫຍາຍໄປສູ່ດ່ານອື່ນໆໃນອະນາຄົດ. ນອກຈາກນີ້, ຍັງມີແຜນພັດທະນາແອັບພລິເຄຊັນເທິງມືຖື ເພື່ອຊ່ວຍໃຫ້ເຈົ້າໜ້າທີ່ ແລະ ຜູ້ປະກອບການສາມາດກວດກາ ແລະ ນຳໃຊ້ລາຍເຊັນເອເລັກໂຕຣນິກໄດ້ຢ່າງສະດວກ ຊຶ່ງຈະຊ່ວຍແກ້ໄຂບັນຫາຄວາມແອອັດຢູ່ຕາມດ່ານຊາຍແດນໄດ້ຢ່າງແທ້ຈິງ.

ບໍລິສັດ IQURI Tech Co., Ltd. ຜູ້ພັດທະນາລະບົບ ໄດ້ຢືນຢັນຄວາມມຸ່ງໝັ້ນໃນການນຳໃຊ້ເຕັກໂນໂລຊີດິຈິຕອນຂັ້ນສູງ ແລະ ປັນຍາປະດິດ (AI) ເພື່ອຍົກລະດັບວຽກງານພາສີລາວ ໃຫ້ກາຍເປັນລະບົບນິເວດຂໍ້ມູນທີ່ຄົບວົງຈອນ. 

ລະບົບ Smart Customs ບໍ່ພຽງແຕ່ຈະຊ່ວຍຍົກສູງປະສິດທິພາບ ແລະ ຄວາມສາມາດໃນການແຂ່ງຂັນຂອງຂະແໜງພາສີເທົ່ານັ້ນ, ແຕ່ຍັງເປັນກຸນແຈສຳຄັນໃນການຊຸກຍູ້ປະເທດລາວໃຫ້ກ້າວເຂົ້າສູ່ເສດຖະກິດດິຈິຕອນຢ່າງເຕັມຮູບແບບ ແລະ ປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາເສດຖະກິດຂອງຊາດຢ່າງຍືນຍົງ.

#LaoXperts #SmartCustoms #DigitalTransformation #LaosEconomy #LaoFinanceMinistry #TradeEfficiency #ThanalengDryPort

Comments are disabled