ບໍລິສັດ ຊຳຊຸງ (Samsung) ກຽມທຸ່ມງົບ 1.5 ພັນລ້ານໂດລາສະຫະລັດ ສ້າງໂຮງງານທົດສອບຊິບແຫ່ງທຳອິດໃນຫວຽດນາມ ໂດຍຕັ້ງເປົ້າເປີດນຳໃຊ້ໃນປີ 2027 ເພື່ອອຸດຊ່ອງຫວ່າງການຂາດແຄນຊິບໃນອຸດສາຫະກຳສະມາດໂຟນ ແລະ ຍານຍົນ ເຊິ່ງເປັນຜົນກະທົບໂດຍກົງຈາກການຂະຫຍາຍຕົວຂອງຕະຫຼາດ AI ໃນທົ່ວໂລກ.
ໂຄງການຍັກໃຫຍ່ມູນຄ່າ 39 ພັນຕື້ດົງນີ້ ຕັ້ງຢູ່ໃນສວນອຸດສາຫະກຳຂອງແຂວງທາຍຫງວຽນ ຫ່າງຈາກນະຄອນຫຼວງຮ່າໂນ້ຍໄປທາງທິດເໜືອປະມານ 60 ກິໂລແມັດ ເຊິ່ງຕັ້ງຢູ່ຕິດກັບຖານການຜະລິດສະມາດໂຟນ ແລະ ແທັບເລັດເດີມຂອງບໍລິສັດ. ການກໍ່ສ້າງໄດ້ເລີ່ມຕົ້ນຂຶ້ນແລ້ວ ໂດຍມີວິສະວະກອນ ແລະ ພະນັກງານຫຼາຍກວ່າ 200 ຄົນລົງພື້ນທີ່ປະຕິບັດງານຕັ້ງແຕ່ເດືອນເມສາທີ່ຜ່ານມາ ເພື່ອໃຫ້ໂຮງງານສາມາດເລີ່ມເດີນເຄື່ອງໄດ້ຕາມກຳນົດໃນເດືອນພະຈິກ 2027. ຕາມການລາຍງານຂອງ The nation thailand
ເຖິງແມ່ນວ່າໂຮງງານແຫ່ງນີ້ຈະເນັ້ນໄປທີ່ການທົດສອບຊິບໜ່ວຍຄວາມຈຳຮຸ່ນມາດຕະຖານ (mature memory chips) ເຊິ່ງບໍ່ແມ່ນຊິ້ນສ່ວນຫຼັກສຳລັບ AI ໂດຍກົງ, ແຕ່ຊິບປະເພດນີ້ກຳລັງຂາດແຄນຢ່າງໜັກ ເນື່ອງຈາກຜູ້ຜະລິດລາຍໃຫຍ່ທົ່ວໂລກໄດ້ຫັນກຳລັງການຜະລິດໄປສຸມໃສ່ຊິບສຳລັບ AI ຫຼາຍຂຶ້ນ.
ເມື່ອໂຮງງານສ້າງສຳເລັດ ຈະມີກຳລັງການທົດສອບຊິບ DRAM ສູງເຖິງ 153.3 ພັນຕື້ກິກະບິດ ແລະ ຊິບ NAND ອີກ 255.6 ພັນຕື້ກິກະບິດຕໍ່ປີ ເຊິ່ງການທົດສອບນີ້ແມ່ນຂັ້ນຕອນສຸດທ້າຍຂອງການຜະລິດ ເພື່ອກວດສອບຄຸນນະພາບກ່ອນສົ່ງອອກສູ່ຕະຫຼາດ. ທາງການຫວຽດນາມໄດ້ອະນຸມັດການລົງທຶນດັ່ງກ່າວໄປແລ້ວໃນເດືອນມີນາ ເຊິ່ງ ຊຳຊຸງ ຍັງມີແຜນທີ່ຈະນຳເອົາຜົນກຳໄລຈາກໂຄງການນີ້ ໄປລົງທຶນຕໍ່ຍອດໃນມູນຄ່າສູງເຖິງ 2.5 ພັນລ້ານໂດລາ ສຳລັບຄວາມເປັນໄປໄດ້ໃນການສ້າງໂຮງງານແຫ່ງທີສອງໃນອະນາຄົດ.
ການເຄື່ອນໄຫວຄັ້ງນີ້ຍິ່ງເປັນການຕອກຢໍ້າສະຖານະຂອງ ຊຳຊຸງ ໃນຖານະນັກລົງທຶນຕ່າງຊາດລາຍໃຫຍ່ທີ່ສຸດໃນຫວຽດນາມ ດ້ວຍຍອດເງິນລົງທຶນສະສົມຫຼາຍກວ່າ 23 ພັນລ້ານໂດລາຕະຫຼອດຫຼາຍທົດສະວັດທີ່ຜ່ານມາ. ພ້ອມດຽວກັນນີ້ ຍັງເປັນການຍົກລະດັບໃຫ້ຫວຽດນາມກາຍເປັນຖານການຜະລິດທີ່ສຳຄັນ ສຳລັບອຸດສາຫະກຳເຊມິຄອນດັກເຕີໃນຂັ້ນຕອນການປະກອບ ແລະ ທົດສອບ (Back-end) ໂດຍປັດຈຸບັນຫວຽດນາມກໍເປັນບ່ອນຕັ້ງຂອງບໍລິສັດຊັ້ນນຳລະດັບໂລກຫຼາຍແຫ່ງ ເຊັ່ນ Intel, Amkor Technology ແລະ Hana Micron.
#LaoXperts #Samsung #Semiconductor #Vietnam #Investment


