ປົກເວັບ 9

ອັດຕາເງິນເຟີ້ຂອງ ສປປ ລາວ ໃນເດືອນພຶດສະພາ 2026 ໄດ້ຊະລໍຕົວລົງມາຢູ່ທີ່ 9.0% ເຊິ່ງເປັນສັນຍານບວກຈາກການຫຼຸດລົງຂອງລາຄານໍ້າມັນ ແລະ ສະຖຽນລະພາບຂອງເງິນກີບ. ເຖິງຢ່າງໃດກໍ່ຕາມ, ຜົນກະທົບຕໍ່ຄ່າຄອງຊີບຍັງຄົງໜັກໜ່ວງ ໂດຍສະເພາະຄ່າໄຟຟ້າ ແລະ ນໍ້າປະປາທີ່ພຸ່ງສູງຂຶ້ນຢ່າງຕໍ່ເນື່ອງ ເຮັດໃຫ້ປະຊາຊົນຍັງຕ້ອງໄດ້ຮັດສາຍແອວລົງຕື່ມ.

ອີງຕາມບົດລາຍງານສະພາບອັດຕາເງິນເຟີ້ ປະຈຳເດືອນພຶດສະພາ 2026 ຂອງສູນສະຖິຕິແຫ່ງຊາດ ກະຊວງການເງິນ ທີ່ຫາກໍ່ເປີດເຜີຍອອກມາ , ສາເຫດຫຼັກທີ່ເຮັດໃຫ້ຕົວເລກເງິນເຟີ້ເດືອນນີ້ເພີ່ມຂຶ້ນຊ້າກວ່າເດືອນເມສາທີ່ຜ່ານມາ (ເຊິ່ງເຄີຍຢູ່ທີ່ລະດັບ 10.2%) ແມ່ນມາຈາກສະພາບການປ່ຽນແປງຂອງລາຄານໍ້າມັນເຊື້ອໄຟພາຍໃນປະເທດທີ່ມີການປັບລາຄາລົງ ບວກກັບອັດຕາແລກປ່ຽນທີ່ມີສະຖຽນລະພາບຫຼາຍຂຶ້ນ.

ໃນໄລຍະວັນທີ 1 ຫາ 25 ພຶດສະພາ, ລາຄານໍ້າມັນໄດ້ຖືກປັບລົງຫຼາຍຄັ້ງ ໂດຍສະເລ່ຍແລ້ວລາຄານໍ້າມັນແອັດຊັງທຳມະດາໄດ້ຫຼຸດລົງເຖິງ 14.1% (ຈາກ 40.483 ກີບ ມາເປັນ 34.776 ກີບຕໍ່ລິດ) ແລະ ນໍ້າມັນກາຊວນຫຼຸດລົງເຖິງ 22.5% ເມື່ອທຽບກັບເດືອນເມສາ. ການຫຼຸດລົງນີ້ຍັງໄດ້ສົ່ງຜົນດີຕໍ່ຕົ້ນທຶນການຂົນສົ່ງໂດຍກົງ ເຊັ່ນ: ຄ່າປີ້ລົດເມດ່ວນວຽງຈັນ-ປາກເຊ ທີ່ປັບຫຼຸດລົງຈາກ 500.000 ກີບ ມາເປັນ 450.000 ກີບຕໍ່ຖ້ຽວ. ຄຽງຄູ່ກັນນັ້ນ, ເງິນກີບຍັງໄດ້ແຂງຄ່າຂຶ້ນເລັກນ້ອຍເມື່ອທຽບກັບເງິນຕ່າງປະເທດ ໂດຍອັດຕາແລກປ່ຽນເງິນກີບທຽບກັບໂດລາໄດ້ປັບຈາກ 22.086 ກີບຕໍ່ໂດລາ ໃນເດືອນເມສາ ມາເປັນ 21.954 ກີບຕໍ່ໂດລາ ໃນເດືອນພຶດສະພາ 2026.

ເຖິງແມ່ນວ່າພາບລວມຂອງເງິນເຟີ້ຈະເບິ່ງຄືວ່າຜ່ອນຄາຍລົງເມື່ອທຽບແບບເດືອນຕໍ່ເດືອນເຊິ່ງຫຼຸດລົງ 0.5% ກໍ່ຕາມ, ແຕ່ຖ້າເຈາະເລິກລົງໄປໃນລາຍຈ່າຍພື້ນຖານໃນຊີວິດປະຈຳວັນເມື່ອທຽບກັບປີຜ່ານມາ ຈະເຫັນວ່າປະຊາຊົນຍັງຄົງແບກຫາບຄ່າໃຊ້ຈ່າຍທີ່ສູງລິບລິ່ວ. ໝວດທີ່ພັກອາໄສ, ນໍ້າປະປາ, ໄຟຟ້າ ແລະ ເຊື້ອເພີງຫຸງຕົ້ມ ກາຍເປັນໝວດທີ່ໜ້າເປັນຫ່ວງທີ່ສຸດ ໂດຍມີອັດຕາເພີ່ມຂຶ້ນເຖິງ 20.4%.

ສິ່ງທີ່ສ້າງຜົນກະທົບໂດຍກົງ ແລະ ຫຼີກລ້ຽງບໍ່ໄດ້ສຳລັບທຸກຄົວເຮືອນຄືລາຄາໄຟຟ້າທີ່ຖີບຕົວສູງຂຶ້ນເຖິງ 51.9% ແລະ ນໍ້າປະປາທີ່ເພີ່ມຂຶ້ນເຖິງ 45.8%. ນອກຈາກນີ້, ຄ່າໃຊ້ຈ່າຍດ້ານການສຶກສາກໍ່ຍັງເປັນອີກໜຶ່ງປັດໄຈທີ່ສ້າງຄວາມກົດດັນໃຫ້ແກ່ຫຼາຍຄອບຄົວ ໂດຍສະເພາະຄ່າຮຽນເພີ່ມສະເລ່ຍທີ່ພຸ່ງຂຶ້ນເຖິງ 20.4% ແລະ ຄ່າປຶ້ມຫຼັກສູດການຮຽນເພີ່ມຂຶ້ນ 15.4%. ພ້ອມດຽວກັນນັ້ນ, ໝວດສິນຄ້າ ແລະ ບໍລິການອື່ນໆກໍ່ເພີ່ມຂຶ້ນສູງເຖິງ 28.0% ເຊິ່ງປັດໄຈຫຼັກແມ່ນໄດ້ຮັບແຮງຍູ້ຈາກລາຄາຄຳຮູບປະພັນທີ່ປັບຕົວສູງຂຶ້ນເຖິງ 49.1% ເມື່ອທຽບໃສ່ໄລຍະດຽວກັນຂອງປີກ່ອນ.

ເມື່ອພິຈາລະນາເບິ່ງອັດຕາເງິນເຟີ້ແຍກຕາມແຫຼ່ງທີ່ມາ, ສິນຄ້ານຳເຂົ້າຍັງຄົງເປັນຕົວຂັບເຄື່ອນສຳຄັນທີ່ເຮັດໃຫ້ລະດັບລາຄາສິນຄ້າພາຍໃນປະເທດສູງຂຶ້ນ ໂດຍອັດຕາເງິນເຟີ້ສິນຄ້ານຳເຂົ້າໃນເດືອນພຶດສະພາ 2026 ຢືນຢູ່ທີ່ລະດັບ 10.3% ໃນຂະນະທີ່ອັດຕາເງິນເຟີ້ສິນຄ້າພາຍໃນປະເທດຢູ່ທີ່ 8.5%. ຂໍ້ມູນເຫຼົ່ານີ້ສະທ້ອນໃຫ້ເຫັນວ່າ ເຖິງແມ່ນວ່ານະໂຍບາຍການຄຸ້ມຄອງລາຄານໍ້າມັນ ແລະ ການຮັກສາສະຖຽນລະພາບຂອງເງິນຕາຈະເລີ່ມເຫັນຜົນໃນໄລຍະສັ້ນ, ແຕ່ການແກ້ໄຂບັນຫາໂຄງສ້າງລາຄາພະລັງງານພື້ນຖານເຊັ່ນໄຟຟ້າ ແລະ ນໍ້າປະປາ ຍັງຄົງເປັນສິ່ງທ້າທາຍອັນໃຫຍ່ຫຼວງທີ່ພາກສ່ວນກ່ຽວຂ້ອງຕ້ອງໄດ້ເລັ່ງແກ້ໄຂ ເພື່ອຫຼຸດຜ່ອນຜົນກະທົບຕໍ່ການດຳລົງຊີວິດຂອງປະຊາຊົນຢ່າງແທ້ຈິງ.

#laoXperts #ອັດຕາເງິນເຟີ້ລາວ #ເສດຖະກິດລາວ #ຄ່າຄອງຊີບ #ສູນສະຖິຕິແຫ່ງຊາດ #ເງິນກີບ #ລາຄານໍ້າມັນ #ລາຄາໄຟຟ້າ

Comments are disabled