ປົກເວັບ 11

ຂໍ້ມູນສະຖິຕິປີ 2024 ຈາກທະນາຄານໂລກ ຊີ້ໃຫ້ເຫັນວ່າ ສປປ ລາວ ມີອັດຕາການເພິ່ງພາພະລັງງານຟອດຊິວເພື່ອຜະລິດໄຟຟ້າຕໍ່າທີ່ສຸດໃນພາກພື້ນ ພຽງແຕ່ 22.20%. ຈຸດເດັ່ນດ້ານພະລັງງານສະອາດນີ້ ບໍ່ພຽງແຕ່ຊ່ວຍສ້າງຄວາມໝັ້ນຄົງທາງດ້ານລາຄາພາຍໃນປະເທດ ແຕ່ຍັງກາຍເປັນ “ແມ່ເຫຼັກ” ສຳຄັນໃນການດຶງດູດການລົງທຶນສີຂຽວ ແລະ ສ້າງໂອກາດມະຫາສານໃນຍຸກທີ່ທົ່ວໂລກກຳລັງຫຼຸດຜ່ອນການປ່ອຍກາກບອນ.

ໃນຂະນະທີ່ປະເທດເພື່ອນບ້ານ ແລະ ມະຫາອຳນາດທາງເສດຖະກິດໃນອາຊຽນເຊັ່ນ: ສິງກະໂປ (99.45%), ອິນໂດເນເຊຍ (85.24%) ແລະ ໄທ (84.54%) ຍັງຄົງຕ້ອງເພິ່ງພາການເຜົາໄໝ້ຖ່ານຫີນ, ອາຍແກັສ ແລະ ນໍ້າມັນຢ່າງໜັກໜ່ວງເພື່ອຂັບເຄື່ອນເສດຖະກິດ, ສປປ ລາວ ພັດສາມາດຮັກສາລະດັບການໃຊ້ພະລັງງານຟອດຊິວໄດ້ຕໍ່າທີ່ສຸດຢູ່ທີ່ 22.20%. ສັດສ່ວນທີ່ເຫຼືອສ່ວນໃຫຍ່ແມ່ນໄດ້ມາຈາກພະລັງງານໝູນວຽນ ໂດຍສະເພາະພະລັງງານນໍ້າ (Hydropower)

ໂອກາດມະຫາສານໃນຍຸກ “ເສດຖະກິດສີຂຽວ” (Green Economy)

ໃນຍຸກທີ່ທົ່ວໂລກກຳລັງຕື່ນຕົວເລື່ອງການປ່ຽນແປງສະພາບອາກາດ (Climate Change), ຕົວເລກ 22.20% ນີ້ຄືຕົ້ນທຶນທີ່ສຳຄັນທີ່ສຸດໃນການແຂ່ງຂັນທາງເສດຖະກິດ ເຊັ່ນການດຶງດູດການລົງທຶນຕ່າງປະເທດ (FDI), ບໍລິສັດຂະໜາດໃຫຍ່ລະດັບໂລກ (ໂດຍສະເພາະກຸ່ມເຕັກໂນໂລຊີ ແລະ ການຜະລິດ) ລ້ວນແຕ່ມີເປົ້າໝາຍ ESG (Environmental, Social, and Governance) ແລະ ຕ້ອງການໃຊ້ພະລັງງານສະອາດ 100% (RE100). ສປປ ລາວ ສາມາດໃຊ້ຈຸດແຂງນີ້ເພື່ອດຶງດູດໂຮງງານອຸດສາຫະກຳ, ສູນຂໍ້ມູນຂະໜາດໃຫຍ່ (Data Centers) ແລະ ໂຮງງານຜະລິດລົດຍົນໄຟຟ້າ (EV) ໃຫ້ເຂົ້າມາຕັ້ງຖານການຜະລິດໄດ້.

ປະເທດເພື່ອນບ້ານທີ່ຕິດຫຼົ່ມພະລັງງານຟອດຊິວ (ເຊັ່ນ: ສິງກະໂປ ແລະ ໄທ) ກຳລັງຕ້ອງການນຳເຂົ້າພະລັງງານສະອາດເພື່ອຫຼຸດຜ່ອນຮອຍຕີນກາກບອນ (Carbon Footprint) ຂອງຕົນເອງ. ນີ້ເປັນໂອກາດໃຫ້ລາວສາມາດເຈລະຈາຂາຍໄຟຟ້າໃນລາຄາທີ່ດີຂຶ້ນໃນຖານະ “ພະລັງງານສີຂຽວພຣີມຽມ”.

ການຜະລິດພະລັງງານສະອາດສາມາດຫັນປ່ຽນເປັນຄາບອນເຄຣດິດ ເພື່ອຂາຍໃນຕະຫຼາດໂລກ ສ້າງແຫຼ່ງລາຍຮັບໃໝ່ເຂົ້າປະເທດໄດ້ອີກຊ່ອງທາງໜຶ່ງ.

ການຮັກສາລະດັບການເພິ່ງພາພະລັງງານຟອດຊິວໃຫ້ຕໍ່າ ແລະ ສືບຕໍ່ພັດທະນາພະລັງງານໝູນວຽນອື່ນໆ ເຊັ່ນ: ພະລັງງານແສງຕາເວັນ ແລະ ພະລັງງານລົມ ຄວບຄູ່ໄປກັບພະລັງງານນໍ້າ ຈະຍິ່ງເຮັດໃຫ້ ສປປ ລາວ ກາຍເປັນຜູ້ນຳດ້ານເສດຖະກິດສີຂຽວທີ່ໂດດເດັ່ນທີ່ສຸດໃນພາກພື້ນຢ່າງແທ້ຈິງ.

#LaoXperts #GreenEconomy #CleanEnergy #Laos #BatteryOfASEAN #WorldBank #ESG #ພະລັງງານສະອາດ #ເສດຖະກິດລາວ

Comments are disabled