ຫຼັງການລະບາດຂອງ Hantavirus ກັບມາເປັນປະເດັນທີ່ທົ່ວໂລກຈັບຕາອີກຄັ້ງ ໂລກອອນໄລກໍເລີ່ມແຊຂໍ້ມູນຈຳນວນຫຼາຍກ່ຽວກັບຜົນຂ້າງຄຽງ ໂດຍສະເພາະປະເດັນທີ່ວ່າ Hantavirus ອາດເຮັດໃຫ້ອະໄວຍະວະເພດຊາຍນ້ອຍລົງ ຫຼື ສົ່ງຜົນຕໍ່ປະສິດທິພາບທາງເພດຂອງຜູ້ຊາຍ ຈົນກາຍເປັນຫົວຂໍ້ທີ່ຖືກເວົ້າເຖິງກັນຢ່າງໜັກໃນໂຊຊຽວ.
ເຖິງແມ້ວ່າຫຼາຍໂພສຈະໃຊ້ຄຳເວົ້າທີ່ແຮງ ຫຼື ຂຽນໃນລັກສະນະໃຫ້ເປັນກະແສ, ແຕ່ໃນທາງການແພດ ນັກວິໄຈຍອມຮັບວ່າ Hantavirus ອາດສົ່ງຜົນກະທົບຕໍ່ລະບົບສືບພັນ ແລະ ຮໍໂມນເພດຊາຍໄດ້ແທ້ໃນບາງກໍລະນີ ໂດຍສະເພາະຜູ້ທີ່ມີອາການຮຸນແຮງ.
Hantavirus ເປັນໄວຣັສທີ່ມັກແຜ່ກະຈາຍຈາກສັດແຂ້ວແທະ ເຊັ່ນ ໜູ ຜ່ານຍ່ຽວ, ມູນ ຫຼື ຝຸ່ນທີ່ປົນເປື້ອນເຊື້ອ ຜູ້ຕິດເຊື້ອມັກເລີ່ມຈາກອາການໄຂ້, ປວດກ້າມເນື້ອ, ອ່ອນເພຍ ກ່ອນລຸກລາມໄປສູ່ສະພາວະປອດອັກເສບ ຫຼື ໄຕວາຍ ເຊິ່ງໃນບາງສາຍພັນມີອັດຕາການເສຍຊີວິດສູງຮອດປະມານ 30-40%.
ສິ່ງທີ່ເຮັດໃຫ້ນັກວິທະຍາສາດເລີ່ມສົນໃຈຫຼາຍຂຶ້ນ ແມ່ນຜົນກະທົບຂອງໄວຣັສຕໍ່ຫຼອດເລືອດ ແລະ ລະບົບຮໍໂມນ ເນື່ອງຈາກ Hantavirus ບໍ່ໄດ້ໂຈມຕີພຽງແຕ່ປອດ ແຕ່ຍັງເຮັດໃຫ້ເກີດການອັກເສບຂອງຫຼອດເລືອດທົ່ວຮ່າງກາຍ ສົ່ງຜົນໃຫ້ລະບົບໄຫຼວຽນເລືອດເຮັດວຽກຜິດປົກກະຕິ.
ແພດອະທິບາຍວ່າ ອະໄວຍະວະເພດຊາຍເພິ່ງພາການໄຫຼວຽນເລືອດ ຫາກຫຼອດເລືອດເກີດການອັກເສບ, ຄວາມດັນຕົກ ຫຼື ລະບົບໄຫຼວຽນຜິດປົກກະຕິ ກໍອາດເຮັດໃຫ້ເກີດການ “ຫົດໂຕຊົ່ວຄາວ” ຫຼື ມີບັນຫາເລື່ອງການແຂງໂຕໄດ້ ໂດຍສະເພາະໃນຊ່ວງທີ່ຮ່າງກາຍອ່ອນແອຈາກການຕິດເຊື້ອໜັກ.
ບົດວິໄຈຈາກເອີຣົບເໜືອຍັງພົບວ່າ ຄົນໄຂ້ຊາຍບາງຄົນມີລະດັບຮໍໂມນ testosterone ຫຼຸດລົງຊົ່ວຄາວຫຼັງການຕິດເຊື້ອ Hantavirus ລວມເຖິງມີອາການອ່ອນເພຍຊຳເຮື້ອ, ຄວາມຕ້ອງການທາງເທດຫຼຸດລົງ ແລະ ປະສິດທິພາບທາງເພດຖົດຖອຍໃນໄລຍະພັກຟື້ນ.
ນອກຈາກນີ້, ນັກວິໄຈບາງສ່ວນຍັງຕັ້ງຂໍ້ສັງເກດວ່າ Hantavirus ອາດກະທົບຕໍ່ລະບົບຫຼອດເລືອດໃນລັກສະນະທີ່ຄ້າຍກັບ COVID-19 ເຊິ່ງກ່ອນໜ້ານີ້ກໍເຄີຍມີລາຍງານວ່າຄົນໄຂ້ບາງຄົນເກີດພາວະ Penile Shrinkage ຫຼື ອະໄວຍະວະຈົມລົງຊົ່ວຄາວຈາກບັນຫາການໄຫຼວຽນເລືອດ ແລະ ເນື້ອເຍື່ອເສຍຫາຍ.
ແນວໃດກໍຕາມ, ຜູ້ຊ່ຽວຊານຍ້ຳວ່າ ຍັງບໍ່ມີຫຼັກຖານທາງການແພດທີ່ຢືນຢັນວ່າ Hantavirus ອາດເຮັດໃຫ້ອະໄວຍະວະເພດນ້ອຍລົງຖາວອນຕາມທີ່ຖືກແຊເທິງອິນເຕີເນັດ. ຫຼາຍກໍລະນີທີ່ເປັນກະແສຢູ່ກໍອາດເປັນພຽງແຕ່ຜົນຂ້າງຄຽງຊົ່ວຄາວຈາກພາວະອັກເສບ, ການຂາດເລືອດ, ຄວາມຄຽດຂອງຮ່າງກາຍ ຫຼື ຮໍໂມນປ່ຽນແປງລະຫວ່າງທີ່ມີອາການຮຸນແຮງ.
ເຖິງວ່າວ່າເລື່ອງ “ຈຸກກຣູ້ນ້ອຍລົງ” ຈະກາຍເປັນກະແສຈົນຫຼາຍຄົນກັງວົນ ແຕ່ຜູ້ຊ່ຽວຊານຍ້ຳຕື່ມວ່າ ສິ່ງທີ່ອັນຕະລາຍແທ້ໆຍັງຄົງເປັນພາວະປອດເສື່ອ, ໄຕວາຍ ແລະ ການເສຍຊີວິດ ຫຼາຍກວ່າຜົນກະທົບດ້ານຮູບລັກສະນະ ຫຼື ປະສິດທິພາບທາງເພດ.
ປັດຈຸບັນຍັງບໍ່ມີວັກຊີນ ຫຼື ຢາປິ່ນປົວສະເພາະສຳລັບ Hantavirus ໃນຫຼາຍປະເທດ ເຮັດໃຫ້ການປ້ອງກັນຍັງຄົງເປັນວິທີທີ່ສຳຄັນທີ່ສຸດ ໂດຍສະເພາະການຫຼີກລ້ຽງການສຳຜັດກັບໜູ, ມູນໜູ ແລະ ພື້ນທີ່ທີ່ອາດມີເຊື້ອປົນເປື້ອນ.
ແນວໃດກໍຕາມ, ປະເດັນນີ້ກໍສະທ້ອນອີກຄັ້ງວ່າ ພະຍາດຕິດເຊື້ອຫຼາຍຊະນິດອາດສົ່ງຜົນກະທົບຕໍ່ຮ່າງກາຍຫຼາຍກວ່າທີ່ຄົນທົ່ວໄປຄິດ ແລະ ສຸຂະພາບທາງເພດກໍເປັນອີກດ້ານໜຶ່ງທີ່ນັກວິທະຍາສາດເລີ່ມໃຫ້ຄວາມສຳຄັນຫຼາຍຂຶ້ນໃນການສຶກສາຜົນໄລຍະຍາວຂອງໄວຣັສຕ່າງໆໃນອະນາຄົດ.
ແຫຼ່ງຂໍ້ມູນ: PMC, Frontiers in Cellular and Infection Microbiology, CDC, WHO, TIME


