ປົກເວັບ 60

ທະນາຄານແຫ່ງ ສປປ ລາວ ຮ່ວມກັບລັດຖະບານອົດສະຕຣາລີ ຈັດສຳມະນາລະດັບຊາດຍົກລະດັບການຄັດກອງການລົງທຶນຕ່າງປະເທດໃນຂະແໜງການເງິນ ແນໃສ່ເພີ່ມປະສິດທິພາບການອະນຸມັດໂຄງການ ເພື່ອສ້າງສະພາບແວດລ້ອມທີ່ປອດໄພ ແລະ ດຶງດູດນັກລົງທຶນທີ່ມີຄຸນນະພາບເຂົ້າສູ່ປະເທດ.

​ກອງປະຊຸມສໍາມະນາໃນຫົວຂໍ້ “ການຄັດກອງທາງດ້ານການລົງທຶນຈາກຕ່າງປະເທດໃນຂະແໜງການເງິນ” (Foreign Investment Screening in Financial Sector) ໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 14 ພຶດສະພາ 2026 ທີ່ໂຮງແຮມອຳມາລິນ ນະຄອນຫຼວງວຽງຈັນ. 

ງານດັ່ງກ່າວໄດ້ຮັບການສະໜັບສະໜູນທຶນຈາກໂຄງການຮ່ວມມືລະຫວ່າງລັດຖະບານໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະ ອົດສະຕຣາລີ (SEAG2G) ໂດຍໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ສຸລິສັກ ທໍານຸວົງ ຮອງຜູ້ວ່າການ ທະນາຄານແຫ່ງ ສປປ ລາວ (ທຫລ) ແລະ ທ່ານ ນາງ Benita Sommerville ຮອງເອກອັກຄະລັດຖະທູດອົດສະຕຣາລີ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະນຳຈາກພາຍໃນ ທຫລ, ຜູ້ແທນຈາກກະຊວງການເງິນ, ກະຊວງອຸດສາຫະກໍາ ແລະ ການຄ້າ, ຫ້ອງການຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ເຂົ້າຮ່ວມຫຼາຍກວ່າ 40 ທ່ານ.

​ເປົ້າໝາຍສຳຄັນຂອງການສຳມະນາຄັ້ງນີ້ ແມ່ນການເປີດເວທີແລກປ່ຽນບົດຮຽນລະດັບຊ່ຽວຊານ ເພື່ອປັບປຸງຂະບວນການປະເມີນ ແລະ ອະນຸມັດໂຄງການລົງທຶນຂອງລັດຖະບານໃຫ້ມີຄວາມຮັດກຸມ ແລະ ມີປະສິດທິພາບສູງຂຶ້ນ ໂດຍສະເພາະການກັ່ນຕອງກະແສທຶນຕ່າງປະເທດທີ່ຈະໄຫຼເຂົ້າສູ່ ສປປ ລາວ. 

ຕະຫຼອດການດຳເນີນກອງປະຊຸມເຕັມວັນ ຜູ້ເຂົ້າຮ່ວມໄດ້ມີໂອກາດຫາລືຢ່າງກົງໄປກົງມາກັບຊ່ຽວຊານຈາກຄັງເງິນອົດສະຕຣາລີ (Australian Treasury) ເພື່ອຖອດຖອນປະສົບການຕົວຈິງ, ສ້າງເຄືອຂ່າຍການຮ່ວມມືທາງນະໂຍບາຍ ແລະ ກຽມຄວາມພ້ອມຮັບມືກັບລະບຽບຫຼັກການໃນຂົງເຂດການເງິນທີ່ກຳລັງປ່ຽນແປງໃໝ່.

​ຜົນສຳເລັດຈາກກອງປະຊຸມຄັ້ງນີ້ ບໍ່ພຽງແຕ່ເປັນການຮັດແໜ້ນສາຍພົວພັນຮ່ວມມືສອງຝ່າຍລະຫວ່າງລັດຖະບານລາວ ແລະ ອົດສະຕຣາລີ ແຕ່ຍັງເປັນບາດກ້າວສຳຄັນໃນການສ້າງຄວາມເຂັ້ມແຂງທາງດ້ານລະບຽບການຄຸ້ມຄອງເສດຖະກິດມະຫາພາກ. ການຍົກລະດັບກົນໄກການຄັດກອງການລົງທຶນນີ້ ຈະປະກອບສ່ວນໂດຍກົງເຂົ້າໃນການສ້າງຄວາມເຊື່ອໝັ້ນ ພ້ອມທັງເປີດກາລະໂອກາດໃໝ່ໃນການພັດທະນາສະພາບແວດລ້ອມການລົງທຶນທີ່ໂປ່ງໃສ ແລະ ມີປະສິດທິພາບສູງສຸດ.

#LaoXperts ​#ທຫລ #ການລົງທຶນຕ່າງປະເທດ #ເສດຖະກິດລາວ #BankOfLaoPDR #SEAG2G #ForeignInvestment #ASEANAustralia

Comments are disabled