ປົກເວັບ 47

ອົງການ FAO ຮ່ວມກັບລັດຖະບານລາວ ເປີດໂຕໂຄງການຊຸກຍູ້ການສົ່ງອອກ “ໝາກເຜັດລາວ” ດ້ວຍການວິເຄາະຕ່ອງໂສ້ມູນຄ່າ ແລະ ຈັບຄູ່ທຸລະກິດສາກົນ. ເປົ້າໝາຍເພື່ອດຶງດູດການລົງທຶນ, ຍົກລະດັບລາຍໄດ້ໃຫ້ຊາວກະສິກອນລາຍຍ່ອຍ ແລະ ຂັບເຄື່ອນເສດຖະກິດໃຫ້ສອດຄ່ອງກັບແຜນພັດທະນາແຫ່ງຊາດສະບັບທີ 10.

ຕາມການລາຍງານຂອງ FAO ປະຈຳລາວ. ກອງປະຊຸມປຶກສາຫາລືເພື່ອເປີດໂຕແຜນງານລິເລີ່ມດັ່ງກ່າວ ໄດ້ຈັດຂຶ້ນທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງກົມແຜນການ ແລະ ຮ່ວມມື ຊຶ່ງມີຜູ້ແທນຈາກຫຼາກຫຼາຍພາກສ່ວນເຂົ້າຮ່ວມ ເພື່ອຮ່ວມກັນວາງທິດທາງການດຳເນີນງານທີ່ແບ່ງອອກເປັນສອງໄລຍະສຳຄັນ

ໄລຍະທຳອິດແມ່ນການເລັ່ງສຳຫຼວດສາງຂໍ້ມູນ ແລະ ວິເຄາະຕ່ອງໂສ້ມູນຄ່າໃຫ້ສຳເລັດພາຍໃນກາງເດືອນມິຖຸນາ 2026 ນີ້ ເພື່ອສັງລວມເປັນເອກະສານແນະນຳການລົງທຶນທີ່ຄົບຖ້ວນ. 

ຫຼັງຈາກນັ້ນຈະກ້າວເຂົ້າສູ່ໄລຍະທີສອງ ຄືການຈັດກິດຈະກຳຈັບຄູ່ທຸລະກິດ ເພື່ອເຊື່ອມໂຍງຜູ້ຜະລິດ ແລະ ຜູ້ສົ່ງອອກຂອງລາວ ໃຫ້ສາມາດພົບປະເຈລະຈາການຄ້າໂດຍກົງກັບຜູ້ຊື້ ແລະ ນັກລົງທຶນຈາກຕ່າງປະເທດ ໂດຍເນັ້ນໃສ່ຕະຫຼາດເປົ້າໝາຍບຸລິມະສິດຄື ສປ ຈີນ ແລະ ສ ເກົາຫຼີ.

ທ່ານ ຈັນທະລາດ ປອງມາລາ ຜູ້ຊ່ວຍຜູ້ຕາງໜ້າອົງການ FAO ປະຈຳ ສປປ ລາວ ໄດ້ເນັ້ນໜັກວ່າ ໂຄງການນີ້ດຳເນີນງານບົນພື້ນຖານຂອງຂໍ້ມູນທີ່ເປັນຈິງ ບໍ່ແມ່ນການຄາດເດົາ ເພາະກ່ອນທີ່ຈະເຊື້ອເຊີນນັກລົງທຶນເຂົ້າມາ ຈຳເປັນຕ້ອງເຂົ້າໃຈສະພາບຕົວຈິງຂອງທ້ອງຖິ່ນຢ່າງເລິກເຊິ່ງກ່ອນວ່າ ໝາກເຜັດລາວມີຈຸດເດັ່ນໃນການນຳສະເໜີແນວໃດ ແລະ ຍັງຕ້ອງການການພັດທະນາໃນຈຸດໃດແດ່ ເພື່ອໃຫ້ໂຄງການອອກມາໜ້າເຊື່ອຖື ແລະ ສາມາດນຳໃຊ້ໄດ້ຈິງ. 

ທັດສະນະດັ່ງກ່າວສອດຄ່ອງກັບ ທ່ານ ດຣ. ພົມມີ ອິນທິຈັກ ຮອງຫົວໜ້າກົມແຜນການ ແລະ ຮ່ວມມື ທີ່ຊີ້ໃຫ້ເຫັນວ່າ ປັດຈຸບັນທຸກພາກສ່ວນກຳລັງປ່ຽນມຸມມອງໃໝ່ຕໍ່ໝາກເຜັດ ຈາກທີ່ເຄີຍເປັນພຽງຜົນລະປູກໃນວິຖີຊີວິດປະຈຳວັນ ໃຫ້ກາຍເປັນສິນຄ້າທີ່ມີທ່າແຮງດ້ານຕະຫຼາດ ສາມາດສ້າງລາຍໄດ້ ແລະ ດຶງດູດການລົງທຶນຢ່າງເປັນລະບົບ ຫຼັງຈາກທີ່ໝາກເຜັດລາວໄດ້ຮັບຄວາມສົນໃຈຢ່າງຫຼວງຫຼາຍ ໃນເວທີກອງປະຊຸມການລົງທຶນທົ່ວໂລກ HiH ທີ່ນະຄອນໂຣມ ໃນປີ 2025 ທີ່ຜ່ານມາ.

ການເຄື່ອນໄຫວຄັ້ງນີ້ ແມ່ນນອນຢູ່ໃນແຜນງານລິເລີ່ມການຮ່ວມມືເຊິ່ງກັນ ແລະ ກັນ (Hand-in-Hand Initiative – HiH) ຂອງອົງການ FAO ທີ່ນຳໃຊ້ຂໍ້ມູນ ແລະ ຫຼັກຖານຕົວຈິງເຂົ້າໃນການສົ່ງເສີມການລົງທຶນດ້ານກະສິກຳ ໂດຍໝາກເຜັດໄດ້ຖືກຄັດເລືອກໃຫ້ເປັນໜຶ່ງໃນ 5 ສິນຄ້າບຸລິມະສິດຂອງລາວ. 

ພາຍໃຕ້ການສະໜັບສະໜູນດ້ານວິຊາການຈາກໂຄງການ TCP/LAO/4004 ຂອງ FAO ການລິເລີ່ມນີ້ບໍ່ພຽງແຕ່ແນໃສ່ການຍົກລະດັບຕ່ອງໂສ້ມູນຄ່າໝາກເຜັດເທົ່ານັ້ນ ແຕ່ຍັງສອດຄ່ອງຢ່າງກົມກຽວກັບບຸລິມະສິດການພັດທະນາກະສິກຳ ພາຍໃຕ້ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ສະບັບທີ 10 (2026-2030) ເຊິ່ງຈະກາຍເປັນກົນໄກສຳຄັນໃນການຍົກລະດັບຄຸນນະພາບຊີວິດໃຫ້ແກ່ຊາວກະສິກອນລາວຢ່າງຍືນຍົງ.

#LaoXperts #ໝາກເຜັດລາວ #LaoChili #ການລົງທຶນກະສິກຳ #FAOLaos #HiHInitiative #ສົ່ງອອກສິນຄ້າລາວ #ກະສິກຳລາວ #LaoAgriculture

Comments are disabled