Google ກຳລັງຖືກຈັບຕາອີກຄັ້ງ ຫຼັງມີລາຍງານວ່າ ບໍລິສັດກຽມຊຸກຍູ້ອຸປະກອນສຸຂະພາບລຸ້ນໃໝ່ຢ່າງ Fitbit Air ໃຫ້ກາຍເປັນຫຼາຍກວ່າ “ສາຍຮັດສຸຂະພາບ” ທົ່ວໄປ ແລະ ອາດພັດທະນາໄປສູ່ລະບົບ AI Health Coach ຫຼື ຜູ້ຊ່ວຍສຸຂະພາບອັດສະລິຍະທີ່ເຮັດວຽກຕະຫຼອດ 24 ຊົ່ວໂມງ.
ລາຍງານຈາກຫຼາຍສື່ເຕັກໂນໂລຊີລະບຸວ່າ Fitbit Air ຖືກອອກແບບໃຫ້ແຕກຕ່າງຈາກ Smart Watch ທົ່ວໄປ ໂດຍເນັ້ນຄວາມເບົາ, ຄວາມລຽບງ່າຍ ແລະ ການຕິດຕາມສຸຂະພາບແບບຕໍ່ເນື່ອງ ຫຼາຍກວ່າການເປັນອຸປະກອນແຈ້ງເຕືອນ ຫຼື ຫຼິ້ນແອັບຄືໂມງອັດສະລິຍະທົ່ວໄປ.
ສິ່ງທີ່ເຮັດໃຫ້ຫຼາຍຝ່າຍສົນໃຈແມ່ນທິດທາງໃໝ່ຂອງ Google ທີ່ເລີ່ມປະສານ AI ເຂົ້າກັບລະບົບສຸຂະພາບຫຼາຍຂຶ້ນ ໂດຍສະເພະາະການນຳເອົາ AI ຢ່າງ Gemini ມາໃຊ້ວິເຄາະຂໍ້ມູນສຸຂະພາບຂອງຜູ້ໃຊ້ງານ ເຊັ່ນ ການນອນ, ການເຕັ້ນຂອງຫົວໃຈ ແລະ ກິດຈະກຳປະຈຳວັນເພື່ອສ້າງຄຳແນະນຳສະເພາະບຸກຄົນ.
ແນວທາງນີ້ຖືເປັນການທີ່ເລີ່ມປ່ຽນ Fitbit ຈາກ “ເຄື່ອງນັບກ້າວ” ໄປສູ່ລະບົບທີ່ຄ້າຍກັບ “Coach AI ສາຍສຸຂະພາບ” ເຊິ່ງສາມາດຮຽນຮູ້ພຶດຕິກຳຂອງຜູ້ໃຊ້ ແລະ ຊ່ວຍເຕືອນເລື່ອງສຸຂະພາບໄດ້ແບບ real-time ເຊັ່ນ ແຈ້ງເຕືອນເມື່ອພັກຜ່ອນໜ້ອຍເກີນໄປ ຫຼື ວິເຄາະວ່າຮ່າງກາຍກຳລັງມີພາວະຄຽດສະສົມ.
ເຊິ່ງນີ້ເປັນການເດີນເກມຄັ້ງສຳຄັນຂອງ Google ໃນຕະຫຼາດ wearable device ແລະ AI health ເພາະປັດຈຸບັນບໍລິສັດເຕັກໂນໂລຊີຍັກໃຫຍ່ກຳລັງແຂ່ງກັນສ້າງ ລະບົບສຸຂະພາບສ່ວນໂຕ ຜ່ານອຸປະກອນອັດສະລິຍະ ບໍ່ວ່າຈະເປັນ Apple, Samsung ຫຼື Huawei.
ແນວໃດກໍຕາມ, ປະເດັນທີ່ຖືກເວົ້າເຖິງຫຼາຍບໍ່ແພ້ກັນແມ່ນເລື່ອງຂໍ້ມູນສ່ວນໂຕ ເນື່ອງຈາກອຸປະກອນປະເພດນີ້ສາມາດເຂົ້າເຖິງຂໍ້ມູນລະອຽດຂອງຜູ້ໃຊ້, ຕັ້ງແຕ່ຄຸນນະພາບການນອນ, ອັດຕາການເຕັ້ນຫົວໃຈ ໄປຈົນຮອດພຶດຕິກຳຊີວິດປະຈຳວັນ ເຮັດໃຫ້ເກີດຄຳຖາມວ່າ ໃນອະນາຄົດບໍລິສັດເຕັກໂນໂລຊີຈະຮູ້ຈັກຮ່າງກາຍຂອງເຮົາຫຼາຍເທົ່າໃດ ແລະ ຂໍ້ມູນເຫຼົ່ານີ້ຈະຖືກນຳໄປໃຊ້ແນວໃດ.
ເຖິງແມ້ Google ຈະຢືນຢັນວ່າລະບົບຖືກອອກແບບໂດຍຄຳນຶງເຖິງຄວາມປອດໄພ ແລະ ຄວາມເປັນສ່ວນໂຕ ແຕ່ຜູ້ຊ່ຽວຊານດ້ານ privacy ເຫັນວ່າຍຸກຂອງ AI Health ກຳລັງເຮັດໃຫ້ເສັ້ນແບ່ງລະຫວ່າງ ຜູ້ຊ່ວຍສຸຂະພາບ ກັບ ການເກັບຂໍ້ມູນສ່ວນບຸກຄົນ ບາງລົງເລື້ອຍໆ.
ການມາຂອງ Fitbit Air ຈຶ່ງບໍ່ແມ່ນພຽງການເປີດໂຕອຸປະກອນໃໝ່ ແຕ່ເປັນສັນຍາລັກວ່າໂລກກຳລັງເຂົ້າສູ່ຍຸກທີ່ AI ຈະຕິດຕາມ, ວິເຄາະ ແລະ ໃຫ້ຄຳແນະນຳດ້ານສຸຂະພາບກັບມະນຸດແບບຕໍ່ເນື່ອງ ແລະ ໃນອະນາຄົດອຸປະກອນສວມໃສ່ຈະກາຍເປັນ AI ໝໍສ່ວນໂຕ ທີ່ຢູ່ເທິງຮ່າງກາຍເຮົາຕະຫຼອດເວລາ.
ແຫຼ່ງຂໍ້ມູນ: theverge, blog, techcrunch, techradar, techreplublic


