ຂ່າວດີສຳລັບສາຍກາເຟ ຫຼັງບົດວິໄຈໃໝ່ຈາກ Texas A&M University ພົບວ່າ ກາເຟອາດມີສ່ວນຊ່ວຍຊະລໍຄວາມເສື່ອມຂອງຮ່າງກາຍ ແລະ ຫຼຸດຜົນກະທົບຈາກຄວາມແກ່ເຖົ້າ ເຊິ່ງຄາເຟອີນບໍ່ແມ່ນພະເອກຫຼັກຢ່າງທີ່ຫຼາຍຄົນເຂົ້າໃຈ.
ບົດວິໄຈທີ່ຕີພິມໃນວາລະສານ Nutrient ລະບຸວ່າ ນັກວິໄຈຄົ້ນພົບກົນໄກສຳຄັນທີ່ເຊື່ອມໂຍງລະຫວ່າງກາເຟກັບການປ້ອງກັນພະຍາດທີ່ກ່ຽວຂ້ອງກັບອາຍຸ ຜ່ານໂປຣຕີນຊະນິດໜຶ່ງໃນຮ່າງກາຍທີ່ຊື່ວ່າ NR4A1.
NR4A1 ເປັນໂປຣຕີນທີ່ກ່ຽວຂ້ອງກັບການຄວບຄຸມການອັກເສຍ ການບຳລຸງເຊວ ແລະ ການຕອບສະໜອງຕໍ່ຄວາມຄຽດຂອງຮ່າງກາຍ. ເຊິ່ງລ້ວນເປັນປັດໄຈສຳຄັນຕໍ່ການແກ່ຊະລາ ແລະ ພະຍາດຊຳເຮື້ອຕ່າງໆ ເຊັ່ນ ມະເຮັງ, ໂຣກຫົວໃຈ ແລະ ພາວະສະໝອງເສື່ອມ.
ສິ່ງທີ່ເຮັດໃຫ້ນັກວິໄຈສົນໃຈແມ່ນ ສານສຳຄັນທີ່ອອກລິດກັບ NR4A1 ບໍ່ໄດ້ມີພຽງແຕ່ຄາເຟອີນ ແຕ່ເປັນກຸ່ມສານຈາກພືດໃນກາເຟ ເຊັ່ນ polyphenols ແລະ chlorogenic acid ເຊິ່ງພົບໄດ້ທັງໃນກາເຟປົກກະຕິ ແລະ ກາເຟ decaf ຫຼື ກາເຟທີ່ບໍ່ມີຄາເຟອີນ.
ທີມວິໄຈພົບວ່າ ເມື່ອສານເຫຼົ່ານີ້ຈັບກັບ NR4A1 ຈະຊ່ວຍຫຼຸດຄວາມເສຍຫາຍຂອງເຊວ ຫຼຸດການອັກເສບ ແລະ ຊະລໍການເຕີບໂຕຂອງເຊວມະເຮັງບາງຊະນິດ ແຕ່ເມື່ອທົດລອງປິດການເຮັດວຽນຂອງ NR4A1 ຜົນປ້ອງກັນເຫຼົ່ານີ້ຫາຍໄປທັນທີ.
ນັກວິໄຈອະທິບາຍວ່າ ນີ້ອາດເປັນໜຶ່ງໃນຄຳຕອບວ່າເປັນຫຍັງບົດວິໄຈຈຳນວນຫຼາຍໃນຊ່ວງຫຼາຍສິບປີທີ່ຜ່ານມາ ຈຶ່ງພົບວ່າຄົນທີ່ດື່ມກາເຟໃນປະລິມານທີ່ເໝາະສົມ ມັກຈະມີອາຍຸຍືນກວ່າ ແລະ ສ່ຽງຕໍ່ພະຍາດຊຳເຮື້ອທີ່ຕ່ຳກວ່າ.
ແນວໃດກໍຕາມ, ຜູ້ຊ່ຽວຊານເຕືອນວ່າ ບົດວິໄຈນີ້ຍັງຢູ່ໃນລະດັບການສຶກສາກົນໄກທາງຊີວະວິທະຍາ ແລະ ຍັງບໍ່ສາມາດລະບຸວ່າໄດ້ດື່ມກາເຟຫຼາຍແລ້ວຈະອາຍຸຍືນແນ່ນອນ ເພາະຜົນລັບຍັງຂຶ້ນຢູ່ກັບປັດໄຈອື່ນ ເຊັ່ນ ປະລິມານນ້ຳຕານ ການນອນ ອາຫານ ແລະ ສຸຂະພາບໂດຍລວມ.
ນອກຈາກນີ້, ເຖິງແມ້ຄາເຟອີນບໍ່ແມ່ນໂຕຫຼັກໃນກົນໄກຊະລໍຄວາມແກ່ເຖົ້າເທື່ອນີ້ ແຕ່ການບໍລິໂພກຄາເຟອີນຫຼາຍເກີນໄປກໍຍັງອາດສົ່ງຜົນເສຍ ເຊັ່ນ ນອນບໍ່ຫຼັບ, ຄວາມດັນສູງ ຫຼື ວິຕົກກັງວົນໄດ້ ໂດຍສະເພາະໃນບາງຄົນທີ່ໄວຕໍ່ຄາເຟອີນຫຼາຍກວ່າປົກກະຕິ.
ແຫຼ່ງຂໍ້ມູນ: PMC, erunews, Coffee and Health, Mdpi, Nature


