Iq web

ປະເດັນທີ່ກຳລັງຖືກເວົ້າຫາຫຼາຍແຮງໃນໂລກວິຊາການ ແລະ ໂຊຊຽວ ຄືຄຳຖາມທີ່ວ່າ “ຄົນລຸ້ນ Gen Z ສະຫຼາດນ້ອຍກວ່າພໍ່ແມ່ແທ້ ຫຼື ບໍ່?” ຫຼັງມີງານວິໄຈຫຼາຍບ່ອນທີ່ຊີ້ໃຫ້ເຫັນວ່າ ຄະແນນການທົດສອບດ້ານສະຕິປັນຍາ ຫຼື IQ ຂອງຄົນລຸ້ນໃໝ່ອາດຫຼຸດລົງເມື່ອທຽບກັບຄົນລຸ້ນກ່ອນ.

ໃນອະດີດ, ໂລກເຄີຍພົບປາກົດການທີ່ເອີ້ນວ່າ Flynn Effect ເຊິ່ງໝາຍເຖິງການທີ່ຄະແນນ IQ ຂອງມະນຸດເພີ່ມຂຶ້ນທຸກລຸ້ນ ຫຼື Generation ຕະຫຼອດສະຕະວັດທີ 20, ໂດຍສະເຫຼ່ຍຈະເພີ່ມຂຶ້ນປະມານ 3 ຄະແນນຕໍ່ທົດສະວັດ ຈາກປັດໄຈດ້ານການສຶກສາ, ໂພຊະນາການ ແລະ ສະພາບແວດລ້ອມທີ່ດີຂຶ້ນ.

ແນວໃດກໍຕາມ, ຜົນວິໄຈໃນຊ່ວງຫຼັງເລີ່ມພົບກັບສັນຍານທີ່ອາດກົງກັນຂ້າມ ຫຼື ທີ່ເອີ້ນວ່າ Reverse Flynn Effect ເຊິ່ງໝາຍເຖິງການທີ່ຄະແນນ IQ ເລີ່ມຫຼຸດລົງໃນບາງປະເທດ ໂດຍສະເພາະໃນກຸ່ມຄົນລຸ້ນໃໝ່ ເຊັ່ນ Gen Z.

ຂໍ້ມູນຈາກຫຼາຍການສຶກສາລະບຸວ່າ ຄົນລຸ້ນ Gen Z ອາດມີຜົນການທົດສອບດ້ານຄວາມຈຳ, ການອ່ານ ແລະ ການແກ້ບັນຫາທີ່ຕ່ຳກວ່າຄົນລຸ້ນໃໝ່ກວ່າເລັກໜ້ອຍ ເມື່ອທຽບໃນຊ່ວງອາຍຸດຽວກັນ. ນອກຈາກນີ້, ຍັງມີການວິເຄາະໃນບາງປະເທດ ເຊັ່ນ Norway ທີ່ພົບວ່າຄະແນນ IQ ສູງສຸດຊ່ວງທົດສະວັດ 1990 ກ່ອນຈະເລີ່ມຫຼຸດລົງຫຼັງຈາກນັ້ນ.

ນັກວິໄຈບາງສ່ວນເຊື່ອວ່າ ສາເຫດອາດມາຈາກການປ່ຽນແປງຂອງສະພາບແວດລ້ອມ ໂດຍສະເພາະການໃຊ້ເຕັກໂນໂລຊີ ແລະ ໜ້າຈໍຫຼາຍຂຶ້ນການຮຽນຮູ້ທີ່ເພິ່ງພາອຸປະກອນດິຈິຕໍ ລວມເຖິງພຶດຕິກຳ “ເສບຂໍ້ມູນໄວ” ເຊິ່ງອາດສົ່ງຜົນຕໍ່ສະມາທິ ແລະ ການຄິດເຊີງລຶກ (Deep Thinking). ນອກເໜືອຈາກນັ້ນ, ບົດຄົ້ນຄວ້າຈາກມະຫາວິທະຍາໄລໃນສະຫະລັດຍັງພົບວ່າ ຄະແນນທົດສອບດ້ານຄວາມຄິດບາງປະເພດຫຼຸດລົງຕໍ່ເນື່ອງຕັ້ງແຕ່ປີ 2000 ເປັນຕົ້ນມາ.

ແນວໃດກໍຕາມ, ນັກວິຊາການຈຳນວນຫຼາຍອອກມາເຕືອນວ່າ “ຍັງບໍ່ໄດ້ສາມາດສະຫຼຸຸບໄດ້ວ່າ Gen Z ສະຫຼາດໜ້ອຍລົງແທ້” ເນື່ອງຈາກ IQ ເປັນພຽງເຄື່ອງມືວັດບາງດ້ານຂອງຄວາມສາມາດເທົ່ານັ້ນ ແລະ ອາດບໍ່ໄດ້ສະທ້ອນຄວາມສະຫຼາດທັງໝົດຂອງມະນຸດ.

ຜູ້ຊ່ຽວຊານຍັງຊີ້ໃຫ້ເຫັນອີກວ່າ ຄົນລຸ້ນໃໝ່ມີທັກສະໃນດ້ານອື່ນທີ່ໂດດເດັ່ນ ເຊັ່ນ ການໃຊ້ເຕັກໂນໂລຊີ, ການປະມວນຜົນຂໍ້ມູນຈຳນວນຫຼາຍ ແລະ ການເຮັດວຽກຫຼາຍຢ່າງໄດ້ພ້ອມກັນ (Multi-Tasking) ເຊິ່ງທັກສະເຫຼົ່ານີ້ບໍ່ໄດ້ຖືກວັດໃນແບບທົດສອບ IQ ແບບດັ້ງເດີມ.

ດັ່ງນັ້ນ ຄຳກ່າວທີ່ວ່າ “Gen Z ມີ IQ ຕ່ຳກວ່າພໍ່ແມ່” ອາດເປັນພຽງຂໍ້ສະຫຼຸບທີ່ຟ້າວຕັດສິນເກີນໄປ ໂດຍຂໍ້ເທັດຈິງທີ່ໃກ້ຄຽງກວ່າແມ່ນ ໂລກກຳລັງເຫັນ “ການປ່ຽນຮູບແບບຂອງຄວາມສະຫຼາດ” ຫຼາຍກວ່າການຫຼຸດລົງຂອງຄວາມສາມາດໂດຍລວມ.

ແຫຼ່ງຂໍ້ມູນ: Mind Matters, Punch Newspapers, cpduk, Popular Mechanics

Comments are disabled