ກ່ວຕົ

ປາກົດການທາງດາລາສາດທີ່ຫຼາຍຄົນຄອຍຖ້າ ຫຼື ກໍຄືຝົນດາວຕົກ Eta Aquarids ກຳລັງສ້າງຄວາມຕື່ນຕາຕື່ນໃຈໃຫ້ກັບຜູ້ຄົນທົ່ວໂລກໃນຊ່ວງຕົ້ນເດືອນພຶດສະພານີ້ ໂດຍໃນປີ 2026 ປະກົດການດັ່ງກ່າວຈະຕົກຢູ່ໃນຊ່ວງຄືນວັນທີ 5 ຕໍ່ເນື່ອງຈົດຮອດຊ່ວງຮຸ່ງເຊົ້າວັນທີ 6 ພຶດສະພາ ເຊິ່ງເປັນຊ່ວງເວລາທີ່ສາມາດເຫັນດາວຕົກໄດ້ຫຼາຍສຸດໃນຮອບປີ.

ຝົນດາວຕົກ Eta Aquarids ເກີດຈາກເສດຊາກຂອງດາວຫາງ Halley ທີ່ຫຼົງເຫຼືອຢູ່ໃນອາວະກາດ ເມື່ອໂລກໂຄຈອນຜ່ານແນວເສດຝຸ່ນເຫຼົ່ານີ້ ອະນຸພາກຈະພຸ່ງເຂົ້າສູ່ຊັ້ນບັນຍາກາດດ້ວຍຄວາມໄວສູງ ແລະ ເຜົາໄໝ້ຈົນເກີດເປັນແສງສະຫວ່າງຄ້າຍໆດາວຕົກທີ່ເຫັນໄດ້ຈາກພື້ນໂລກ.

ຂໍ້ມູນລະບຸວ່າ ດາວຕົກຊຸດນີ້ມີຄວາມໄວສູງຫຼາຍ ໂດຍອາດເຄື່ອນທີ່ໄດ້ຮອດ 65 ກິໂລແມັດຕໍ່ວິນາທີ ຫຼື ຫຼາຍກວ່າ 100,000 ກິໂລແມັດຕໍ່ຊົ່ວໂມງ ເຮັດໃຫ້ເກີດເສັ້ນແສງຍາວ ແລະ ສວຍງາມເທິງທ້ອງຟ້າ.

ແນວໃດກໍຕາມ ປີນີ້ມີປັດໄຈທີ່ອາດຫຼຸດຄວາມຊັດເຈນຂອງປາກົດການ ຄືແສງຈາກດວງຈັນທີ່ຄ່ອນຂ້າງສະຫວ່າງ ເຊິ່ງອາດບົດບັງດາວຕົກດວງນ້ອຍໆ ເຮັດໃຫ້ຄົນທີ່ເບິ່ງຈະໄດ້ເຫັນພຽງແຕ່ດວງທີ່ສະຫວ່າງຫຼາຍເທົ່ານັ້ນ.

ຜູ້ຊ່ຽວຊານແນະນຳວ່າ ເວລາທີ່ດີທີ່ສຸດໃນການເບິ່ງຝົນດາວຕົກນີ້ແມ່ນຊ່ວງກ່ອນທີ່ຕາເວັນຂຶ້ນ ໂດຍຄວນເລືອກສະຖານທີ່ມືດ ບໍ່ມີແສງໄຟ ແລະ ສາມາດແນວເຫັນທ້ອງຟ້າທາງທິດຕາເວັນອອກ ພ້ອມປ່ອຍໃຫ້ສາຍຕາປັບໂຕກັບຄວາມມືດປະມານ 20-30 ນາທີ ເຊິ່ງຈະຊ່ວຍເພີ່ມໂອກາດໃນການແນວເຫັນດາວຕົກໄດ້ຫຼາຍຂຶ້ນ.

ນອກຈາກນີ້ ໃນປີນີ້ຍັງມີຄວາມພິເສດເພີ່ມເຕີມ ເນື່ອງຈາກດາວເຄາະສະຫວ່າງໆແບບດາວສຸກຈະປາກົດໃຫ້ເຫັນໃນຊ່ວງເວາດຽວກັນ ເຮັດໃຫ້ຄົນທີ່ຕື່ນມາເບິ່ງດາວຕົກ ອາດເຫັນໄດ້ທັງດາວຕົກ ແລະ ດາວເຄາະ ຖືເປັນອີກໜຶ່ງປາກົດການທີ່ບໍ່ຄ່ອຍມີໃຫ້ເຫັນ.

ແຫຼ່ງຂໍ້ມູນ: space, NASA Science, The Guardian, Live Science

Comments are disabled