ປົກເວັບ 31

ວິກິດການພະລັງງານຄັ້ງໃໝ່ກຳລັງສັ່ນສະເທືອນທົ່ວອາຊີຮຸນແຮງກວ່າຊຸມປີ 1970 ຈາກການເພິ່ງພາການນຳເຂົ້າທີ່ສູງ, ສົ່ງຜົນກະທົບໜັກຕໍ່ຄ່າຄອງຊີບ ແລະ ເສດຖະກິດ. ເຖິງຢ່າງໃດກໍຕາມ, ວິກິດນີ້ໄດ້ກາຍເປັນຕົວກະຕຸ້ນສຳຄັນທີ່ເຮັດໃຫ້ອາຊີເລັ່ງປັບຕົວ ແລະ ຫັນໄປສູ່ການນຳໃຊ້ພະລັງງານສະອາດຢ່າງເຕັມຮູບແບບເພື່ອຄວາມຢູ່ລອດໃນໄລຍະຍາວ. 

ບົດຄວາມດັ່ງກ່າວ ຖືກເຜີຍແຜ່ໂດຍ japantimes ສື່ຍັກໃຫຍ່ຂອງປະເທດ ຍີ່ປຸ່ນ, ບົດຮຽນຈາກປະຫວັດສາດໄດ້ສະແດງໃຫ້ເຫັນແລ້ວວ່າ ວິກິດການພະລັງງານມັກຈະນຳໄປສູ່ການປ່ຽນແປງທີ່ໜ້າເຫຼືອເຊື່ອສະເໝີ. ເມື່ອຄັ້ງທີ່ເກີດວິກິດການນ້ຳມັນປີ 1973 ແລະ 1979, ຫຼາຍຝ່າຍຄາດການວ່າຄວາມຕ້ອງການນ້ຳມັນດິບໃນເອີຣົບຈະຍັງຄົງເພີ່ມຂຶ້ນຢ່າງຕໍ່ເນື່ອງ, ແຕ່ຄວາມຈິງກັບກົງກັນຂ້າມ. ເມື່ອປະເຊີນກັບລາຄານ້ຳມັນທີ່ພຸ່ງສູງຂຶ້ນເຖິງ 7 ເທົ່າ, ເອີຣົບໄດ້ຫັນປ່ຽນຄັ້ງໃຫຍ່ໂດຍການຫັນໄປໃຊ້ພະລັງງານນິວເຄລຍ ແລະ ອາຍແກັສທຳມະຊາດແທນ ເຊິ່ງເຮັດໃຫ້ຄວາມຕ້ອງການນ້ຳມັນດິບຫຼຸດລົງເຖິງ 20% ໃນກາງຊຸມປີ 1980 ພ້ອມທັງປ່ຽນແປງໂຄງສ້າງພະລັງງານຂອງເອີຣົບໄປຕະຫຼອດການ.

ໃນປັດຈຸບັນ, ອາຊີກຳລັງປະເຊີນກັບແຮງສັ່ນສະເທືອນໃນລັກສະນະດຽວກັນ. ຫຼາຍກວ່າ 80% ຂອງນ້ຳມັນ ແລະ ອາຍແກັສທີ່ເດີນທາງຜ່ານຊ່ອງແຄບຮໍມຸສ (Hormuz) ແມ່ນຖືກສົ່ງມາທາງຕາເວັນອອກ ໃນຂະນະທີ່ພາກພື້ນນີ້ກຳລັງຂາດແຄນນ້ຳມັນໜັກຂຶ້ນທຸກປີ. 

ປະເທດທີ່ເຄີຍເປັນຜູ້ສົ່ງອອກ ຫຼື ອຸດົມສົມບູນໄປດ້ວຍຊັບພະຍາກອນເຊັ່ນ: ຫວຽດນາມ, ມາເລເຊຍ ແລະ ອິນໂດເນເຊຍ ລ້ວນແຕ່ກາຍເປັນຜູ້ນຳເຂົ້າພະລັງງານສຸດທິໄປແລ້ວ ສ່ວນປະເທດອື່ນໆກໍກຳລັງປະເຊີນກັບບັນຫາແຫຼ່ງອາຍແກັສພາຍໃນປະເທດທີ່ກຳລັງບົກແຫ້ງ ແລະ ຕ້ອງເພິ່ງພາການນຳເຂົ້າອາຍແກັສທຳມະຊາດແຫຼວ (LNG) ທີ່ມີລາຄາແພງ. ພາວະຂາດແຄນ ແລະ ລາຄາເຊື້ອໄຟທີ່ເພີ່ມສູງຂຶ້ນນີ້ກຳລັງສົ່ງຜົນກະທົບຕໍ່ຜູ້ບໍລິໂພກຢ່າງໜັກໜ່ວງ ເຊິ່ງອາດຈະປີ້ນອັດຕາການຄາດການຕ່າງໆແບບດຽວກັບທີ່ເຄີຍເກີດຂຶ້ນໃນຍຸກ 70s.

ຜົນກະທົບດັ່ງກ່າວໄດ້ສະທ້ອນໃຫ້ເຫັນຢ່າງຊັດເຈນໃນຊີວິດປະຈຳວັນຂອງປະຊາຊົນ. ອັດຕາເງິນເຟີ້ທີ່ພຸ່ງສູງຂຶ້ນຈາກຕົ້ນທຶນພະລັງງານເຮັດໃຫ້ຄ່າອາຫານ ແລະ ການບໍລິການໃນເກົາຫຼີໃຕ້ ແລະ ຍີ່ປຸ່ນປັບຕົວສູງຂຶ້ນເປັນປະຫວັດການ. ເຖິງແມ່ນວ່າປະເທດຮັ່ງມີເຫຼົ່ານີ້ຈະມີມາດຕະການອຸດໜູນ ແລະ ນຳໃຊ້ນ້ຳມັນສຳຮອງເພື່ອຊ່ວຍຫຼຸດຜ່ອນຜົນກະທົບ ແຕ່ຄວາມເຊື່ອໝັ້ນຂອງຜູ້ບໍລິໂພກກໍຍັງຄົງຫຼຸດລົງ. 

ໃນຂະນະດຽວກັນ, ພາກການທ່ອງທ່ຽວ ແລະ ການເດີນທາງກໍໄດ້ຮັບຜົນກະທົບຢ່າງໜັກ ໂດຍສາຍການບິນຕ່າງໆຈຳເປັນຕ້ອງຫຼຸດຖ້ຽວບິນ ແລະ ເກັບຄ່າທຳນຽມເພີ່ມເນື່ອງຈາກລາຄານ້ຳມັນຍົນທີ່ສູງຂຶ້ນ. 

ສ່ວນການຄົມມະນາຄົມທາງບົກກໍສາຫັດບໍ່ແພ້ກັນ ຫຼາຍປະເທດເຊັ່ນ ປາກີສະຖານ, ຟີລິບປິນ ແລະ ສີລັງກາ ຕ້ອງປັບຫຼຸດວັນເຮັດວຽກເຫຼືອ 4 ວັນຕໍ່ອາທິດເພື່ອປະຢັດນ້ຳມັນ ຂະນະທີ່ຜູ້ຂັບຂີ່ລົດໂດຍສານສາທາລະນະຕ້ອງປະທ້ວງຍ້ອນລາຍໄດ້ທີ່ຫາຍໄປຈາກຄ່ານ້ຳມັນທີ່ແພງຂຶ້ນ. ນອກຈາກນີ້, ຊາວກະສິກອນຍັງຕ້ອງຮັບພາລະຄ່າຝຸ່ນທີ່ແພງຂຶ້ນ ແລະ ບາງເມືອງໃຫຍ່ຍັງຕ້ອງປະເຊີນກັບການຕັດໄຟຟ້າທ່າມກາງອາກາດທີ່ຮ້ອນອົບເອົ້າອີກດ້ວຍ.

ແຕ່ທ່າມກາງວິກິດນີ້, ສິ່ງໜຶ່ງທີ່ພວມເຕີບໂຕຢ່າງກ້າວກະໂດດກໍຄືພະລັງງານສະອາດ. ຄວາມຫຍຸ້ງຍາກໃນການເຂົ້າເຖິງພະລັງງານຟອດຊິວໄດ້ກະຕຸ້ນໃຫ້ເກີດການຫັນປ່ຽນຄັ້ງໃຫຍ່. ໃນອິນເດຍ, ການຂາດແຄນແກັສຫຸງຕົ້ມໄດ້ເຮັດໃຫ້ປະຊາຊົນຫັນມາໃຊ້ເຕົາໄຟຟ້າແທນຢ່າງຫຼວງຫຼາຍ. 

ຂະນະດຽວກັນ, ຕະຫຼາດລົດຍົນໄຟຟ້າ (EV) ກໍກຳລັງຂະຫຍາຍຕົວຢ່າງໄວວາໃນທົ່ວພາກພື້ນ ບໍ່ວ່າຈະເປັນຍອດຂາຍລົດ EV ມືສອງທີ່ເພີ່ມຂຶ້ນເທົ່າຕົວໃນອົດສະຕຣາລີ ຫຼື ການຂະຫຍາຍຕະຫຼາດຢ່າງດຸດັນຂອງຄ້າຍລົດຈີນ ແລະ ຫວຽດນາມໃນອາຊີຕາເວັນອອກສຽງໃຕ້. ການນຳເຂົ້າແຜງໂຊລ່າເຊວໃນຫຼາຍປະເທດເຊັ່ນ: ຟີລິບປິນ, ກຳປູເຈຍ ແລະ ອິນໂດເນເຊຍ ກໍເພີ່ມຂຶ້ນຢ່າງມະຫາສານສະທ້ອນໃຫ້ເຫັນເຖິງຄວາມຕ້ອງການທີ່ຈະຫຼຸດພົ້ນຈາກການເພິ່ງພາພະລັງງານແບບເກົ່າ.

#LaoXperts #EnergyCrisis #AsiaEconomy #CleanEnergy #EV #OilShock #GlobalNews #EconomicImpact

Comments are disabled