ອັດຕາເງິນເຟີ້ຂອງ ສປປ ລາວ ໃນເດືອນ ເມສາ 2026 ພຸ່ງຂຶ້ນແຕະລະດັບ 10.2% ໂດຍໄດ້ຮັບຜົນກະທົບ ຢ່າງໜັກ ຈາກວິກິດການໃນຕາເວັນອອກ ກາງທີ່ດັນລາຄານໍ້າມັນເຊື້ອໄຟໃຫ້ແພງຂຶ້ນ. ສະຖານະການດັ່ງກ່າວໄດ້ສ້າງແຮງກົດດັນໂດຍກົງຕໍ່ຄ່າຄອງຊີບຂອງປະຊາຊົນ ໂດຍສະເພາະຄ່າຂົນສົ່ງ ແລະ ສິນຄ້າອຸປະໂພກບໍລິໂພກທີ່ປັບຕົວສູງຂຶ້ນຕາມໆກັນ. ຕາມຂໍ້ມູນຈາກ ສູນສະຖິຕິແຫ່ງຊາດ.
ອີງຕາມບົດລາຍງານຫຼ້າສຸດຈາກສູນສະຖິຕິແຫ່ງຊາດ ກະຊວງການເງິນ ລະບຸວ່າ ຕົວເລກເງິນເຟີ້ເດືອນເມສາໄດ້ຂະຫຍາຍຕົວເພີ່ມຂຶ້ນຈາກ 9.7% ໃນເດືອນມີນາ ມາເປັນ 10.2%.
ສາເຫດຕົ້ນຕໍທີ່ຍູ້ແຮງໃຫ້ສະຖານະການເງິນເຟີ້ຮຸນແຮງຂຶ້ນແມ່ນມາຈາກປັດໄຈພາຍນອກ ຄືສະພາບຄວາມບໍ່ສະຫງົບຢູ່ຕາເວັນອອກກາງ ທີ່ໄດ້ສ້າງຜົນກະທົບໂດຍກົງຕໍ່ແຫຼ່ງການຜະລິດ ແລະ ການຂົນສົ່ງນ້ຳມັນ ເຊິ່ງເຮັດໃຫ້ລາຄານ້ຳມັນດິບໃນຕະຫຼາດໂລກປັບຕົວສູງຂຶ້ນຢ່າງຕໍ່ເນື່ອງ, ປັດໄຈດັ່ງກ່າວໄດ້ສົ່ງຜົນກະທົບລູກໂຊ່ເຂົ້າມາສູ່ພາຍໃນປະເທດ ເຮັດໃຫ້ພຽງແຕ່ໃນໄລຍະວັນທີ 1 ຫາ 24 ເດືອນເມສາ ຕ້ອງມີການປັບລາຄານ້ຳມັນເຊື້ອໄຟເຖິງ 8 ຄັ້ງ ສົ່ງຜົນໃຫ້ລາຄານ້ຳມັນແອັດຊັງທຳມະດາເພີ່ມຂຶ້ນເຖິງ 24.4% ແລະ ນ້ຳມັນກາຊວນເພີ່ມຂຶ້ນສູງເຖິງ 54.6%.
ນອກຈາກນີ້, ບັນຫາເງິນກີບທີ່ສືບຕໍ່ອ່ອນຄ່າລົງເລັກນ້ອຍເມື່ອທຽບກັບເງິນໂດລາ ແລະ ເງິນບາດຍັງເປັນອີກໜຶ່ງແຮງກົດດັນສຳຄັນທີ່ເຮັດໃຫ້ອັດຕາເງິນເຟີ້ຂອງໝວດສິນຄ້ານຳເຂົ້າພຸ່ງສູງເຖິງ 13.5%
ຈາກຕົ້ນທຶນພະລັງງານ ແລະ ການນຳເຂົ້າທີ່ສູງຂຶ້ນ ໄດ້ແຜ່ຂະຫຍາຍຜົນກະທົບໄປສູ່ລາຄາສິນຄ້າ ແລະ ບໍລິການອື່ນໆໃນທ້ອງຕະຫຼາດຢ່າງເປັນວົງກວ້າງ ໂດຍໝວດທີ່ໄດ້ຮັບຜົນກະທົບໜັກໜ່ວງທີ່ສຸດແມ່ນໝວດຄົມມະນາຄົມ ແລະ ການຂົນສົ່ງ ທີ່ປັບຕົວສູງຂຶ້ນເຖິງ 23.7% ອັນໄດ້ເຮັດໃຫ້ຄ່າປີ້ຍົນ, ຄ່າລົດເມໂດຍສານ ແລະ ຄ່າບໍລິການຕ່າງໆແພງຂຶ້ນ.
ຮອງລົງມາແມ່ນການເພີ່ມຂຶ້ນຂອງໝວດທີ່ພັກອາໄສ, ນ້ຳປະປາ, ໄຟຟ້າ ແລະ ເຊື້ອເພີງຫຸງຕົ້ມ ທີ່ເພີ່ມຂຶ້ນ 19.4%, ໝວດຮັກສາສຸຂະພາບ ແລະ ຢາ ເພີ່ມຂຶ້ນ 13.7%, ໝວດການສຶກສາ ເພີ່ມຂຶ້ນ 12.3%, ລວມໄປເຖິງໝວດສະບຽງອາຫານ, ເຄື່ອງນຸ່ງຫົ່ມ ແລະ ຮ້ານອາຫານ ກໍລ້ວນແຕ່ປັບລາຄາສູງຂຶ້ນທັງໝົດ
ເງິນເຟີ້ລາວ #ເສດຖະກິດລາວ #ອັດຕາແລກປ່ຽນ #ຄ່າຄອງຊີບ #ສູນສະຖິຕິແຫ່ງຊາດ


