ຢາສູບນອກຈາກຈະສົ່ງຜົນເສຍຕໍ່ສຸຂະພາບຂອງຜູ້ທີ່ສູບ ເເລະ ຄົນອ້ອມຂ້າງເເລ້ວ, ກົ້ນຢາສູບທີ່ຖືກຖິ້ມເປັນຈຳນວນຫຼວງຫຼາຍຍັງສົ່ງຜົນກະທົບຕໍ່ສິ່ງເເວດລ້ອມ ເເລະ ສັດປ່າທີ່ກິນມັນເຂົ້່າໄປ.
Dr. Mustafa Aydın ປະທານສະມາຄົມຕໍ່ຕ້ານການສູບຢາຂອງ Turkish ແລະ ປະທານຜູ້ກໍ່ຕັ້ງຂອງ Green Homeland Platform ໄດ້ກ່າວເຖິງຜົນກະທົບຂອງກົ້ນຢາສູບຕໍ່ສຸຂະພາບຂອງມະນຸດ ເເລະ ສິ່ງເເວດລ້ອມ ໂດຍເນັ້ນໜັກເຖິງຄວາມຕ້ອງການທີ່ຈະປູກຈິດໃຕ້ສຳນຶກກ່ຽວກັບຜົນກະທົບຕໍ່ສິ່ງເເວດລ້ອມຂອງການສູບຢາ ຕະຫຼອດຈົນຮອດນົກທີ່ຕາຍຈາກກິນກົ້ນຢາສູບທີ່ຖືກຖິ້ມຊະຊາຍ.
ຢາສູບເປັນໄພຄຸກຄາມທີ່ຮ້າຍເເຮງຕໍ່ສິ່ງແວດລ້ອມ ແລະ ຊີວິດການເປັນຢູ່ຂອງມະນຸດ ໂດຍກົ້ນຢາສູບເກືອບ 5 ພັນຕື້ອັນທີ່ຜະລິດທົ່ວໂລກໃນແຕ່ລະປີ ເຮັດໃຫ້ເກີດເປັນບັນຫາອັນໃຫຍ່ເຊັ່ນ: ນົກປະມານ 1 ລ້ານໂຕຕາຍທຸກປີເນື່ອງຈາກບໍລິໂພກກົ້ນຢາສູບເຫຼົ່ານີ້.

Dr. Mustafa Aydın ກ່າວເສີມອີກວ່າ “ມັນຈໍາເປັນຕ້ອງເປີດເຜີຍຜົນກະທົບຂອງການສູບຢາ ໂດຍສະເພາະກັບສິ່ງແວດລ້ອມ, ເມື່ອພິຈະລະນາເຖິງການເສຍຊີວິດຈຳນວນຫຼາຍຈາກທົ່ວໂລກ ມີສາເຫດມາຈາກການສູບຢາ, ຢາສູບນັ້ນສົ່ງຜົນເສຍຢ່າງໃຫຍ່ຫຼວງຕໍ່ທັງສສຸຂະພາບຂອງມະນຸດ ແລະ ສິ່ງແວດລ້ອມ”
ການສຶກສາຈໍານວນຫຼາຍໄດ້ສະແດງໃຫ້ເຫັນຜົນກະທົບໃນທາງລົບຂອງກົ້ນຢາສູບຕໍ່ລະບົບນິເວດ. ການສຶກສາເຫຼົ່ານີ້ໄດ້ສະເເດງໃຫ້ເຫັນວ່າກົ້ນຢາສູບຢຸດການເຕີບໂຕຂອງພືດພັນ ແລະ ມີສ່ວນເຮັດໃຫ້ເກີດໄຟໄໝ້ປ່າເກືອບເຄິ່ງໜຶ່ງໃນ ຕຸຣເຄຍ.
ນອກນີ້, ກົ້ນຢາສູບຍັງກວມເອົາເກືອບ 40% ຂອງຂີ້ເຫຍື້ອທີ່ເກັບມາໄດ້. ຜູ້ຊ່ຽວຊານຊີ້ໃຫ້ເຫັນວ່າ ການສູບຢານັ້ນມີສ່ວນຊ່ວຍໃຫ້ເກີດການຕັດໄມ້ທຳລາຍປ່າ, ທໍາລາຍນ້ໍາ-ດິນ ແລະ ຍັງເຮັດໃຫ້ເກີດອາຊິດ ເຊິ່ງກໍໃຫ້ເກີດຄວາມາສ່ຽງຢ່າງຮຸນເເຮງຕໍ່ສະພາບເເວດລ້ອມທາງທໍາມະຊາດ.

ການຜະລິດຢາສູບນັ້ນ, ຈຳເປັນຈະຕ້ອງຕັດຕົ້ນໄມ້ຫຼາຍພັນຕົ້ນເພື່ອເຮັດເຈ້ຍຫໍ່ຢາສູບ. ສ່ວນຕົວກອງພລາສຕິກທີ່ພົບເຫັນຢູ່ໃນກົ້ນຂອງຢາສູບສາມາດຢູ່ໄດ້ຫຼາຍປີໃນສະພາບແວດລ້ອມ ເນື່ອງຈາກພວກມັນບໍ່ສາມາດຍ່ອຍສະຫຼາຍໄດ້.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/