ກອງທຶນດ້ານການເງິນສາກົນ ຫຼື IMF ແລະ ທະນາຄານແຫ່ງ ສປປ ລາວ ຄາດການໄປໃນທິດທາງດຽວກັນວ່າ ເສດຖະກິດຂອງ ສປປ ລາວ ໃນປີ 2023 ແລະ ໃນປີ 2024 ຈະມີການເຕີບໂຕຂຶ້ນສະເລ່ຍປະມານ 4% ທ່າມກາງຄວາມບໍ່ແນ່ນອນຂອງສະພາບການເສດຖະກິດໂລກ.
ໃນການລາຍງານສະພາບເສດຖະກິດໂລກຂອງ IMF ໃນເດືອນເມສາ ທີ່ຈັດຂຶ້ນເມື່ອບໍ່ດົນມານີ້ ໄດ້ລະບຸວ່າ ທ່າມກາງຄວາມບໍ່ໝັ້ນຄົງທາງເສດຖະກິດໂລກ, ເສດຖະກິດຂອງ ສປປ ລາວ ມີທ່າທີ ທີ່ຈະເຕີບໂຕຂຶ້ນພາຍຫຼັງການຍົກເລີກຂໍ້ຈຳກັດໃນການເດີນທາງ ແລະ ການເປີດປະເທດຂອງ ຈີນ ເຊິ່ງເປັນຄູ່ຮ່ວມມືລາຍສຳຄັນຂອງ ສປປ ລາວ ເຊິ່ງຈະຊ່ວຍຊຸກຍູ້ ແລະ ປະກອບສ່ວນເຂົ້າໃນການເຕີບໂຕທາງເສດຖະກິດ ທັງໃນພາກພື້ນ ແລະ ສປປ ລາວ.

ໂດຍໃນລາຍງານຂອງ IMF ລະບຸວ່າ: ການກັບມາເປີດປະເທດຄືນໃໝ່ ແລະ ການເຕີບໂຕທາງເສດຖະກິດຂອງ ສປ ຈີນ ຈະສ້າງຜົນກະທົບທາງບວກ ເຊິ່ງຈະສ້າງຜົນກະທົບຢ່າງໃຫຍ່ກັບບັນດາປະເທດໃກ້ຄຽງ ແລະ ປະເທດທີ່ມີການເຊື່ອມໂຍງດ້ານການຄ້າທີ່ເຂັ້ມແຂງ ແລະ ປະເທດທີ່ມີການເພິ່ງພາການທ່ອງທ່ຽວຈາກຈີນ.

IMF ຄາດຄະເນວ່າເສດຖະກິດຈີນຈະເຕີບໂຕ 5,2% ໃນປີ 2023 ແລະ 4,5% ໃນປີ 2024 ໃນຂະນະທີ່ເສດຖະກິດໂລກຄາດຄະເນວ່າຈະເຕີບໂຕຊ້າລົງເປັນ 2,8% ໃນປີ 2023 ກ່ອນຈະເພີ່ມຂຶ້ນເປັນ 3% ໃນປີ 2024.
ໃນຂະນະທີ່ ທ່ານ ສຸລິສັກ ທຳນຸວົງ ຫົວໜ້າກົມນະໂຍບາຍເງິນຕາ ທະນາຄານແຫ່ງ ສປປ ລາວ ກໍໄດ້ລາຍງານໃນກອງປະຊຸມ ລາຍງານສະພາບເສດຖະກິດການເງິນ-ເງິນຕາ ໃນໄລຍະໄຕມາດທີ 1 ຂອງປີ 2023 ເມື່ອວັນທີ 13 ເມສາ ທີ່ຜ່ານມານີ້ວ່າ: ທ່າມກາງແຮງກົດດັນຈາກສະພາບເສດຖະກິດໂລກ ແຕ່ສະພາບເສດຖະກິດພາຍໃນກໍຄ່ອຍໆມີທ່າອ່ຽງດີຂຶ້ນຈາກການເປີດປະເທດ ແລະ ການເອົາໃຈໃສ່ແກ້ໄຂບັນຫາໃນຊຸມປີຜ່ານມາ ເຊິ່ງເຫັນໄດ້ຈາກອັດຕາການຂະຫຍາຍຕົວຂອງເສດຖະກິດ ທີ່ຄາດວ່າຈະຂະຫຍາຍຕົວຂຶ້ນຢູ່ໃນລະດັບ 4,5% ໃນປີ 2023 ຈາກລະດັບ 4,4% ໃນປີ 2022.

ທ່ານ ສຸລິສັກ ທຳນຸວົງ ຍັງໄດ້ໃຫ້ຮູ້ອີກວ່າ ສຳລັບອັດຕາເງິນເຟີ້ໃນປັດຈຸບັນ ເຖິງວ່າຈະຍັງຢູ່ໃນລະດັບສູງ ແຕ່ກໍມີທ່າອ່ຽງລົດລົງ, ໃນເດືອນມີນາ 2023 ແມ່ນໄດ້ລົດລົງມາທີ່ລະດັບ 40,97% ຈາກລະດັບ 41,26% ໃນເດືອນກຸມພາ 2023.
ນອກຈາກນີ້ IMF ໄດ້ຄາດຄະເນການເຕີບໂຕຂອງໄທ ຄູ່ການຄ້າຫຼັກຂອງລາວ ແມ່ນ 3,4% ໃນປີນີ້ ແລະ 3,6% ໃນປີ 2024; ຫວຽດນາມ 5,8% ສຳລັບ 2023 ແລະ 6,9% ສຳລັບ 2024; ກຳປູເຈຍ 5,8% ໃນປີ 2023 ແລະ 6,2% ໃນປີ 2024; ອິນໂດເນເຊຍ 5%ໃນປີ 2023 ແລະ 5,1% ໃນປີ 2024; ມາເລເຊຍ 4,5% ໃນປີ 2023 ແລະ 2024; ສ່ວນປະເທດມຽນມາ ແມ່ນ 2,6% ໃນປີນີ້ ແລະ ປີ 2024.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/