ໃນປັດຈຸບັນ ພະນັກງານທົ່ວໄປ ໃນປະເທດລາວເຮົາ ຕ້ອງໃຊ້ເວລາ 5 ຫາ 6 ມື້ ຕໍ່ອາທິດ ໄປກັບການເຮັດວຽກ ເອີ້ນໄດ້ວ່າໃນໜຶ່ງອາທິດ ເກືອບຈະບໍ່ມີເວລາໃຫ້ກັບຕົນເອງ ແລະ ໄດ້ໃຊ້ຊີວິດຕາມທີ່ຕົນເອງຕ້ອງການເລີຍ ແລະ ມັນຈະດີປານໃດ ຖ້າວ່າເຮົາສາມາດລົດຈຳນວນມື້ເຮັດວຽກໄດ້ ແລ້ວເອົາເວລາທີ່ເຫຼືອ ໄປໃຊ້ຊີວິດໃນແບບທີ່ເຮົາຕ້ອງການ.
ຫຼ້າສຸດເລື່ອງດັ່ງກ່າວ ໄດ້ຖືກທົດລອງ ແລະ ໄດ້ຮັບການພິສູດແລ້ວ ເມື່ອຫຼາຍບໍລິສັດ ໃນປະເທດອັງກິດ ໄດ້ທົດລອງໃຫ້ພະນັກງານເຮັດວຽກ 4 ມື້ຕໍ່ອາທິດ ແລະ ພົບວ່າ ຄຸນະພາບຊີວິດ ຫຼື work-life balance ບວກກັບປະສິດທິພາບໃນການເຮັດວຽກ ດີຂຶ້ນ.
ໂດຍການທົດລອງດັ່ງກ່າວ ເປັນການທົດລອງລົດຈຳນວນມື້ເຮັດວຽກເຫຼືອພຽງ 4 ມື້ຕໍ່ອາທິດ ຂອງ 61 ບໍລິສັດ ໃນປະເທດອັງກິດ ໂດຍມີພະນັກງານຈຳນວນ 2.900 ຄົນເຂົ້າຮ່ວມ ໂດຍການທົດລອງໄດ້ເລີ່ມຕັ້ງແຕ່ເດືອນມິຖຸນາ 2022 ມາຮອດທ້າຍເດືອນທັນວາ 2022 ທີ່ຜ່ານມານີ້ ລວມໄລຍະເວລາ 6 ເດືອນ.

ຜົນປາກົດວ່າ ທັງພະນັກງານ ແລະ ບໍລິສັດ ມີຄວາມພໍໃຈເປັນຢ່າງຍິ່ງກັບນະໂຍບາຍນີ້ ໂດຍມີບໍລິສັດທັງໝົດ 56 ແຫ່ງ ໄດ້ປະກາດວ່າພວກເຂົາຈະສືບຕໍ່ນະໂຍບາຍເຮັດວຽກ 4 ມື້ຕໍ່ອາທິດ ຕໍ່ໄປ. ໃນນັ້ນມີ 18 ບໍລິສັດໄດ້ປະກາດວ່າພວກເຂົາຈະດຳເນີນນະໂຍບາຍເຮັດວຽກ 4 ມື້ຕໍ່ອາທິດນີ້ ແລະ ບໍ່ໄດ້ກັບໄປເຮັດວຽກອີກ 5 ມື້ຕໍ່ອາທິດ ອີກຕໍ່ໄປ.
ໂຈ ຣາຍ (Joe Ryle) ຜູ້ອໍານວຍການ ແລະ ຜູ້ດໍາເນີນນະໂຍບາຍການທົດລອງຄັ້ງນີ້ກ່າວວ່າ: “ການທົດລອງເຮັດວຽກ 4 ມື້ແມ່ນເປັນປະໂຫຍດຕໍ່ທັງພະນັກງານ ແລະ ບໍລິສັດ ຄຸນະພາບຊີວິດ ແລະ ສະຫວັດດີການຂອງພະນັກງານໄດ້ຮັບການປັບປຸງຢ່າງຫຼວງຫຼາຍ ໃນຂະນະທີ່ ປະສິດທິພາບຂອງບໍລິສັດ ຍັງຖືກຮັກສາໄວ້ຄືເກົ່າ ແລະ ມີພັດທະນາການຫຼາຍຂຶ້ນໃນເກືອບທຸກກໍລະນີ.”
ການສຶກສາພົບວ່າ ໃນຈຳນວນພະນັກງານ 2.900 ຄົນ, ຫຼາຍກວ່າ 39% ເວົ້າວ່າ ເຂົາເຈົ້າມີຄວາມກົດດັນໜ້ອຍລົງຈາກການເຮັດວຽກ, ໃນຂະນະທີ່ 40% ເວົ້າວ່າ ເຂົາເຈົ້າມີຄຸນະພາບການນອນຫຼັບທີ່ດີຂຶ້ນ ແລະ ທີ່ເຫຼືອກ່າວວ່າເຂົາເຈົ້າແບ່ງປັນວຽກງານ ແລະ ຄວາມຮັບຜິດຊອບໃນບ້ານໄດ້ດີຂຶ້ນ.

ປົກກະຕິແລ້ວການເຮັດ 5 ມື້ຕໍ່ອາທິດ ຖືເປັນປະເດັນທີ່ສັງຄົມເວົ້າເຖິງຢູ່ຕະຫຼອດມາເປັນເວລາດົນນານແລ້ວ ແຕ່ແນວຄິດນີ້ ເລີ່ມກັບມາເປັນກະແສ ແລະ ຖືກສະໜັບສະໜູນອີກເທື່ອໜຶ່ງ ໃນຍຸກທີ່ຫຼາຍໆຄົນຄິດຫາຄຸນະພາບຊີວິດ ແລະ ສຸຂະພາບກາຍ-ຈິດ ທີ່ດີຂຶ້ນ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/