BRICS ກຸ່ມປະເທດທີ່ມີການພັດທະນາເສດຖະກິດຢ່າງໄວວາ ເຊິ່ງລວມມີ ບຣາຊິວ, ຣັດເຊຍ, ອິນເດຍ, ຈີນ ແລະ ອາຟຣິກາໃຕ້ ກຳລັງພິຈາລະນາ ເພື່ອຮັບສະມາຊິກໃໝ່ທີ່ຈະເຂົ້າຮ່ວມກຸ່ມ. ຫຼັງຈາກຫຼາຍປະເທດເຊັ່ນ ອີຣ່ານ ແລະ ຊາອຸດີອາຣະເບຍ ໄດ້ສະແດງຄວາມສົນໃຈ ແລະ ຮຽກຮ້ອງຢ່າງເປັນທາງການໃນການເຂົ້າຮ່ວມ BRICS.
ໂດຍການເຄື່ອນໄຫວຄັ້ງນີ້ ມີຂຶ້ນຫຼັງຈີນສະເໜີຂະຫຍາຍການເປັນສະມາຊິກຂອງ BRICS ໃນປີກາຍນີ້ໃນລະຫວ່າງການເປັນປະທານຂອງຈີນ ເຊິ່ງໄດ້ສ້າງຄວາມກັງວົນໃຫ້ກັບກຸ່ມປະເທດອື່ນໆ ວ່າອິດທິພົນຂອງພວກເຂົາອາດຈະໜ້ອຍລົງ ໂດຍສະເພາະຖ້າຫາກວ່າພັນທະມິດທີ່ໃກ້ຊິດຂອງຈີນໄດ້ຮັບການຍອມຮັບໃຫ້ເຂົ້າກຸ່ມ.
ເຊິ່ງຫຼາຍຄົນເບິ່ງວ່າການຂະຫຍາຍຈໍານວນສະມາຊິກຂອງ BRICS ຈາກ 5 ປະເທດທີ່ມີຢູ່ແລ້ວ ຈະເປັນຜົນດີຕໍ່ຈີນ ເຊິ່ງເປັນປະເທດເສດຖະກິດໃຫຍ່ອັນດັບສອງຂອງໂລກ. ຈີນໄດ້ພະຍາຍາມສ້າງສາຍພົວພັນທາງການທູດກັບປະເທດອື່ນໆ ເພື່ອປະເຊີນກັບອິດທິພົນຂອງສະຫະລັດ ທີ່ຄອບງຳບັນດາອົງການໃຫຍ່ໆຂອງໂລກເຊັ່ນ: ສະຫະປະຊາຊາດ (UN), ກອງທຶນເງິນຕາສາກົນ (IMF), ທະນາຄານໂລກ (World Bank) ແລະ ສະຖາບັນອື່ນໆ.

ເອກອັກຄະລັດຖະທູດອາຟຣິກາໃຕ້ Anil Suklal ໃນຖານະເປັນຕົວແທນຂອງກຸ່ມ BRICS ລະບຸວ່າ ຂໍ້ສະເໜີເພື່ອຂະຫຍາຍການເປັນສະມາຊິກຂອງ BRICS ແມ່ນໜຶ່ງໃນເປົ້າໝາຍຕົ້ນຕໍທີ່ໄດ້ປຶກສາຫາລືຢູ່ພາຍໃນກຸ່ມໃນປີນີ້. ມາຮອດປັດຈຸບັນ, ມີ 10 ກວ່າປະເທດໄດ້ສະແດງຄວາມສົນໃຈເຂົ້າຮ່ວມ BRICS.
ເອກອັກຄະລັດຖະທູດ ອາຟຣິກາໃຕ້ ກ່າວຕື່ມອີກວ່າ: ປັດຈຸບັນໂລກພວມຢູ່ໃນຂະບວນການຈັດລະບຽບຄືນໃໝ່. ມັນບໍ່ຈະແຈ້ງວ່າກົດລະບຽບໃຫມ່ແມ່ນຫຍັງ ແຕ່ ກຸ່ມ BRICS ເຊື່ອວ່າເຮົາຈໍາເປັນຕ້ອງໄດ້ກ້າວເຂົ້າໄປໃນນັ້ນ ແລະ ເປັນສ່ວນໜຶ່ງຂອງການຈັດລະບຽບໂລກໃໝ່ ທີ່ມີຄວາມຍຸຕິທໍາ, ສະເໝີພາບກັນ ແລະ ໂປ່ງໃສ.

ເຫັນໄດ້ຊັດເຈນວ່າການເຄື່ອນໄຫວຄັ້ງນີ້ ແມ່ນມີຂຶ້ນເພື່ອທ້າທາຍອຳນາດເກົ່າ ຢ່າງສະຫະລັດ ອາເມຣິກາ ເນື່ອງຈາກວ່າທັງສອງປະເທດທີ່ກຳລັງຈະພິຈາລະນາໃຫ້ເຂົ້າຮ່ວມນັ້ນ ກໍຄື ຊາອຸດີອາຣະເບຍ ແລະ ອີຣ່ານ ທັງ 2 ປະເທດນີ້ ຕ່າງກໍມີຄວາມໝາຍຄວາມສຳຄັນ ແລະ ມີຄວາມບໍ່ລົງຮອຍກັນກັບ ສະຫະລັດອາເມຣິກາ.

ການເຄື່ອນໄຫວດັ່ງກ່າວຍັງມີຂຶ້ນໃນເວລາທີ່ຫຼາຍປະເທດພັດທະນາແລ້ວ ນຳພາໂດຍບັນດາປະເທດຕາເວັນຕົກຄື ອາເມຣິກາ ແລະ ຢູໂຣບ ທີ່ພວມພະຍາຍາມຮ່ວມມື ແລະ ສະໜັບສະໜູນບັນດາພັນທະມິດຕ້ານອິດທິກຳລັງຂອງຈີນ. ກຸ່ມໃໝ່ດັ່ງກ່າວໄດ້ຮັບການສ້າງຕັ້ງ ແລະ ໄດ້ລົງນາມໃນສັນຍາການຄ້າ ແລະ ຄວາມໝັ້ນຄົງ ຫຼື ທີ່ເອີ້ນກັນວ່າກຸ່ມ Quad ທີ່ກໍ່ຕັ້ງຂຶ້ນໃນປີ 2017 ທີ່ປະກອບມີ ອາເມຣິກາ, ຍີ່ປຸ່ນ, ອິນເດຍ ແລະ ອອສເຕຣເລຍ.

ປະຊາກອນທັງໝົດຂອງກຸ່ມ BRICS ຮ່ວມກັນກວມເອົາ 42% ຂອງປະຊາກອນທັງໝົດຂອງໂລກ. ແຕ່ສະມາຊິກຂອງຕົນມີສິດລົງຄະແນນສຽງໜ້ອຍກວ່າ 15% ໃນບັນດາອົງການທົ່ວໂລກເຊັ່ນທະນາຄານ Word Bank ແລະ IMF. ແລະ ໃນປີ 2014, BRICS ໄດ້ສ້າງຕັ້ງທະນາຄານພັດທະນາໃໝ່ເພື່ອຕ້ານການດຸ່ນດ່ຽງ ອຳນາກດ ແລະ ບົດບາດຂອງ IMF ແລະ ທະນາຄານໂລກ.
ແນວໃດກໍດີ, ໃນຂະນະທີ່ຈີນ, ຣັດເຊຍ, ອາຟຣິກາໃຕ້ ແລະ ບຣາຊິນ ສະໜັບສະໜູນການຮັບສະໝັກສະມາຊິກໃໝ່.ແຕ່ອິນເດຍກັບບໍ່ເຫັນດີ. ໃນຂະນະທີ່ Brazil ເຖິງແມ່ນວ່າໄດ້ຕົກລົງທີ່ຈະເພີ່ມສະມາຊິກ ແຕ່ກໍຍັງຕ້ອງການລວມເອົາບັນດາປະເທດຈາກອາເມລິກາລາຕິນເຂົ້!ມານຳເຊັ່ນດຽວກັນ.
ໂດຍກອງປະຊຸມພິຈາລະນາເພີ່ມສະມາຊິກໃໝ່ ຈະມີຂຶ້ນໃນເດືອນສິງຫາປີນີ້. ເຊິ່ງກຸ່ມດັ່ງກ່າວເຊື່ອໝັ້ນວ່າຜູ້ນຳຢ່າງ ທ່ານສີຈິ້ນຜິງ ປະທານປະເທດຈີນ ແລະ ປະທານາທິບໍດີຣັດເຊຍ ວາລາດີເມຍ ປູຕິນ ຈະເຂົ້າຮ່ວມກອງປະຊຸມ.
ຂອບໃຈຂໍ້ມູນຈາກ: https://bit.ly/4106t1F
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/