ວໍລະຈິດ ອິນທະລາພິທັກ (Volachith Intharaphithak) ຫຼື ແຊມ ນັກຮ້ອງສຽງດີທີ່ຫຼາຍຄົນກໍຄົງຄຸ້ນຫູ ແລະ ຄຸ້ນໜ້າ. ຕະຫຼອດໄລຍະທີ່ຜ່ານມາຜົນງານກໍໂດດເດັ່ນຢູ່ສະເໝີ ມາຮອດປັດຈຸບັນກໍຍັງຄົງຮັກສາຄຸນະພາບ ຜົນງານທີ່ດີນັ້ນໄວ້ຢູ່ບໍ່ເຫີນຫ່າງ ມີຜົນງານເພງມ່ວນໆມາໃຫ້ຮັບຟັງຮັບຊົມຕະຫຼອດ ແລະ ເມື່ອບໍ່ດົນມານີ້ ກໍໄດ້ປ່ອຍຜົນງານເພງອອກມາສົດໆໃໝ່ໆ ເປັນບົດເພງທີ່ມ່ວນແຕ່ຈະແຕກຕ່າງຈາກເພງກ່ອນໆ ເພາະເພງນີ້ຈະເປັນພາສາອັງກິດລ້ວນ ແຕ່ສາມາດກົດແປຊັບພາສາລາວໄດ້ ແລະ ທີ່ສຳຄັນເພງກໍສື່ຄວາມໝາຍອອກມາໄດ້ດີ. ພິເສດໄປກວ່ານັ້ນກໍຄືເປັນເພງທີ່ແຕ່ງເອງ ແລະ ແຕ່ງຈາກຊີວິດຈິງ.
ກ່ອນໜ້ານີ້ ໜຸ່ມແຊມ ໄດ້ປ່ອຍຜົນງານເພງໜຶ່ງທີ່ຊື່ວ່າ: ຫຍັບເຂົ້າມາໃກ້ໆ ປ່ອຍອອກມາໄດ້ປະມານ 8 ເດືອນກວ່າໆ ເຊິ່ງບໍ່ໄດ້ປ່ອຍເພງມາດົນພໍສົມຄວນ, ແຕ່ມາຮອດປັດຈຸບັນ ກໍໄດ້ປ່ອຍບົດເພງ: I’m Glad I Met You ທີ່ເປັນບົດເພງໃໝ່ຫຼ້າສຸດ.
ເພງ: I’m Glad I Met You ເປັນເພງພາສາອັງກິດທັງໝົດ, ຈຸດປະສົງຂອງການເຮັດເພງເປັນອັງກິດ ເນື່ອງຈາກຢາກຈະລອງຫາແນວໃໝ່ ແລະ ຢາກຈະລອງເບິ່ງວ່ານັກຮ້ອງລາວເຮົາສາມາດເຂົ້າເຖິງຄົນຟັງຈາກຕ່າງປະເທດໄດ້ຫຼາຍເທົ່າໃດ ໃນເວລາດຽວກັນເພງນີ້ກໍໃສ່ຊັບພາສາລາວ ສາມາດກົດອ່ານຊັບພາສາລາວໄດ້ນຳພ້ອມ.

ບົດເພງນີ້ເປັນບົດເພງທີ່ແຕ່ງເອງ ແຕ່ງຈາກເລື່ອງລາວຊີວິດຂອງຄົນໃກ້ຊິດຄົນໜຶ່ງ ທີ່ທາງຄອບຄົວໄດ້ນຳເພິ່ນມາຊ່ວຍປັ້ນ ພໍເພິ່ນໄປຕ່າງປະເທດກໍບໍ່ກັບມາເລີຍ. ເພງນີ້ຈະແຕ່ງມາໄດ້ປະມານ 8 ປີ ຄ່ອຍໆປັບປ່ຽນໃຫ້ເນື້ອໃຫ້ເຂົ້າກັນຕື່ມ, ແຕ່ພໍມາປີນີ້ ເມື່ອມີໂອກາດກໍໄດ້ລົງມືເຮັດ ຕາມເວລາທີ່ເໝາະສົມ.

ຄວາມໝາຍຂອງເພງ ຈະອອກແນວບໍ່ແຮັບປີ້, ບໍ່ເສົ້າ ເຖິງແມ່ນວ່າເພງຈະອອກແນວເສົ້າ ແຕ່ໃນເວລາສັ້ນໆກໍໄດ້ມີຄວາມສຸກ ຢ່າງໜ້ອຍກໍໄດ້ພົບກັນ ເຖິງຈະບໍ່ໄດ້ຮັກກັນຕໍ່ໄປກໍຕາມ. ໃນສ່ວນຂອງບົດເພງກໍຢາກຈະສື່ເຖິງ ການໃຫ້ກຳລັງໃຈ, ໂດຍສະເພາະເລື່ອງຄວາມຮັກ ລູກກັບພໍ່-ແມ່, ຄູ່ຮັກໜຸ່ມສາວ.

ສ່ວນມິວສິກວິດີໂອ ແມ່ນກຳກັບໂດຍ ອາມີໄຊ ແກ້ວລາ ແລະ ຜະລິດໂດຍທີມງານ Lao New Wave Cinema, ເຊິ່ງອອກມາເປັນແບບມຸມມອງຂອງ God’s eye view ຫຼື ມຸມມອງຂອງພະເຈົ້າ (ຈາກທາງເທິງ) ເປັນສິລະປະການຖ່າຍທຳອີກແບບໜຶ່ງ, ນຳສະແດງໂດຍ ລູກນ້ຳ ທິດາລັດ ວົງສິລິ ແລະ ຊານົນ ມະນີຜົນ.

ຟັງເພງໄດ້ທີ່: https://bit.ly/3myB0QI
ຊ່ອງທາງການຕິດຕາມ: Sam Intharaphithak OFFICIAL (https://bit.ly/3ArSGlY)
ເຟສບຸກ: Sam Intharaphithak
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/