ອີງຕາມການຖະແຫຼງຂ່າວຂອງຄະນະສະເພາະກິດ, ສປປ ລາວ ຈະໄດ້ຮັບວັກຊີນປ້ອງກັນພະຍາດໂຄວິດ-19 ຍີ່ຫໍ້ ຈອນສັນ ແອນ ຈອນສັນ (Johnson & Johnson) ຈາກໂຄງການ COVAX ຈຳນວນ 1.008.000 ໂດສ ໃນວັນທີ 15 ກໍລະກົດ ທີ່ຈະມາເຖິງໄວໆນີ້.
ວັກຊີນດັ່ງກ່າວເປັນວັກຊີນຊະນິດເຊື້ອໄວລັດເປັນພາຫະ ເຊິ່ງເປັນວັກຊີນທີ່ສາມາດສັກພຽງເຂັມດຽວ ກໍສາມາດກະຕຸ້ນພູມຕ້ານທານພະຍາດໂຄວິດ-19 ໄດ້ແລ້ວ.
ການມາເຖິງຂອງວັກຊີນດັ່ງກ່າວ ແມ່ນສ່ວນໜຶ່ງໃນຄຳໝັ້ນສັນຍາຂອງທ່ານປະທານາທິບໍດີຂອງສະຫະລັດອາເມລິກາ ໂຈ ໄບເດັນ ເຊິ່ງສັນຍາໄວ້ວ່າ ຈະມອບວັກຊີນຈຳນວນ 80 ລ້ານໂດສ ໃຫ້ແກ່ປະເທດຕ່າງໆໃນທົ່ວໂລກ.
ປັດຈຸບັນ ປະຊາກອນຂອງ ສປປ ລາວ ແມ່ນໄດ້ຮັບວັກຊີນເຂັມທີ 1 ແລ້ວ 14% ແລະ ໄດ້ເຂັມທີ 2 ແລ້ວ ຈຳນວນ 8% ຂອງຈຳນວນປະຊາກອນທັງໝົດ.
ທີ່ມາ:
ພາບ: Frence 24
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/