ປັດຈຸບັນເຫັນວ່າຫຼາຍໆ ແບຣນສະມາດໂຟນຊັ້ນນຳ ຈະຫັນເຂົ້າມາເຮັດທຸລະກິດລົດໄຟຟ້າ ເຊິ່ງຕອນນີ້ກໍເປັນຂອງ Apple ບໍລິສັດຊັ້ນນຳດ້ານສະມາດໂຟນ.
ຂ່າວລືທີ່ວ່າ Apple ຈະຫັນມາຜະລິດລົດໄຟຟ້ານັ້ນ ເລີ່ມມາຈາກການທີ່ທາງ Apple ໄດ້ທາບທາມຜູ້ບໍລິຫານລະດັບສູງຂອງ BMW ທີ່ມີຊື່ວ່າ Ulrich Kranz ຜູ້ເຊິ່ງໄດ້ຮັບຜິດຊອບໂປຣເຈັກລົດໄຟຟ້າຂອງ BMW ເພື່ອມາເປັນຫົວໜ້າໂປຣເຈັກ “Project Titan” ລົດໄຟຟ້າຄັນທຳອິດຂອງແບຣນ Apple ນອກຈາກນັ້ນຍັງມີ Micheal Schwekutsch ອະດີດຮອງປະທານຝ່າຍວິສະວະກຳຂອງ Tesla ເຂົ້າມາເສີມທັບອີກຄົນ.
/article-new/2017/04/applelexus1-800x449.jpg?lossy)
Project Titan ເປັນໂປຣເຈັກຂອງ Apple ຮວມເອົາຫົວກະທິທາງດ້ານລົດໄຟຟ້າເຂົ້າມາຮ່ວມມືກັນ ເຊີ່ງຖືໄດ້ວ່າເປັນການເລີ່ມຕົ້ນໂປຣເຈັກທີ່ມີຄວາມສວຍງາມ ເຊິ່ງເຮັດໃຫ້ຫຼາຍໆຄົນຄາດການກັນວ່າ Apple Car ລົດໄຟຟ້າພະລັງງານສະອາດຈະໄດ້ຮັບການຜະລິດ ແລະ ພ້ອມເປີດຕົວໃຫ້ພວກເຮົານຳໃຊ້ກັນພາຍໃນປີ 2025 ທີ່ຈະມາຮອດນີ້.
ຂອບໃຈຂໍ້ມູນຈາກ :
– https://bit.ly/35mFaD3
– https://bit.ly/35laBgW
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/