NASA ແລະ Space X ໄດ້ເຮັດການທົດລອງໃໝ່ ສົ່ງລູກໝຶກໄປອະວະກາດ!!!


ເອີ້ນວ່າໂກອິນເຕີບໍ່ໄດ້ແລ້ວ ຕ້ອງ Go to space ສຳລັບລູກໝຶກເຮືອງແສງ Bobtail Squid 128 ໂຕ ແລະ ສິ່ງທີ່ມີຊີວິດຂະໜາດນ້ອຍອີກ 5000 ໂຕ ທີ່ກຳລັງຈະເດີນທາງໄປສູ່ອະວະກາດ ໂດຍອົງການ NASA ສົ່ງຂຶ້ນໄປສະຖານີອະວະກາດ ISS ດ້ວຍຈະຫຼວດ Falcon 9 ຂອງບໍລິສັດ Space X ພ້ອມກັບເຄື່ອງມືການທົດລອງຕ່າງໆເມື່ອຕົ້ນເດືອນມິຖຸນາທີ່ຜ່ານມາ, ໂດຍການທົດລອງດັ່ງກ່າວຈະຊ່ວຍໃຫ້ເຂົ້າໃຈຜົນກະທົບຕ່າງໆທີ່ອາດຈະເກີດຂຶ້ນໃນອະວະກາດຫຼາຍຂຶ້ນ.

ນັກວິທະຍາສາດ ຈະຫາຄວາມສຳພັນທາງຊີວະພາບ ລະຫວ່າງຈຸລິນຊີໃນຕົວໝຶກ ແລະ ໝຶກໃນບ່ອນທີ່ມີແຮງດຶງດູດຕ່ຳ ວ່າຈະມີປະຕິກິລິຍາແບບໃດ ດ້ວຍຄວາມທີ່ໝຶກມີລະບົບພູມຕ້ານທານຄ້າຍຄືກັບມະນຸດ ແລະ ມີຈຸລິນຊີໃນລຳໄສ້ທີ່ຊ່ວຍໃນການຍ່ອຍສະຫຼາຍອາຫານ.

Jamie Foster ນັກຈຸລິນຊີວິທະຍາ ຜູ້ດູແລການທົດລອງໃນຄັ້ງນີ້ບອກວ່າ ໝຶກຈະສາມາດຊ່ວຍໃຫ້ເຮົາແກ້ບັນຫາສຸຂະພາບໃນສັດໄດ້ນຳ. ສ່ວນສັດອື່ນໆທີ່ນຳຂຶ້ນໄປນຳ ມີສັດຊະນິດໜຶ່ງເອີ້ນວ່າໝີນ້ຳ ເຊິ່ງເປັນທີ່ຮູ້ກັນວ່າເປັນສັດທີ່ແຂງແກ່ນທົນທານທີ່ສຸດ ກໍຖືກນຳມາທົດລອງວ່າ ສິ່ງທີ່ມີຊີວິດສາມາດຕອບສະໜອງ ແລະ ປັບຕົວກັບສະພາບອາກາດ, ສິ່ງແວດລ້ອມໃນອະວະກາດແນວໃດ.

ຂອບໃຈຂໍ້ມູນຈາກ:
https://cutt.ly/hnH0ZOf
https://www.sanook.com/news/8392442/

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/