ການສົ່ງອອກພືດ ແລະ ຜະລິດຕະພັນພືດຂອງລາວ ໃນ 5 ເດືອນຕົ້ນປີ ສາມາດສ້າງລາຍຮັບທະລຸ 752 ລ້ານໂດລາສະຫະລັດ ເຊິ່ງເປັນໝາກຜົນຈາກການຍົກລະດັບການຜະລິດເປັນສິນຄ້າຂາອອກ ຄວບຄູ່ກັບການຄໍ້າປະກັນສະບຽງອາຫານ. ຄວາມສຳເລັດດັ່ງກ່າວນີ້ ບໍ່ພຽງແຕ່ຊ່ວຍຫຼຸດຜ່ອນການນຳເຂົ້າເທົ່ານັ້ນ ແຕ່ຍັງເປັນການສ້າງຄວາມເຂັ້ມແຂງໃຫ້ເສດຖະກິດຖານຮາກ ຜ່ານການຫັນປ່ຽນການຜະລິດແບບກະແຈກກະຈາຍ ໄປສູ່ການລວມກຸ່ມສະຫະກອນທີ່ໄດ້ມາດຕະຖານ.
ໜັງສືພີມວຽງຈັນໃໝ່ລາຍງານວ່າ ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ເປີດເຜີຍໃນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2026 ວ່າ ທາງກະຊວງໄດ້ສຸມໃສ່ຂະຫຍາຍເນື້ອທີ່ປູກພືດສະບຽງອາຫານ ແລະ ພືດອຸດສາຫະກຳໃນລະດູແລ້ງ ເຊັ່ນ: ເຂົ້າ, ພືດຕະກູນຖົ່ວ ແລະ ຜັກຕ່າງໆ ຈົນສາມາດບັນລຸໄດ້ຕາມແຜນການທີ່ວາງໄວ້ ເພື່ອສ້າງຄວາມໝັ້ນຄົງດ້ານສະບຽງອາຫານພາຍໃນປະເທດ. ພ້ອມດຽວກັນນັ້ນ ຍັງໄດ້ເລັ່ງຍົກລະດັບກຸ່ມການຜະລິດ ໂດຍເນັ້ນການນຳໃຊ້ເຕັກນິກ ແລະ ເຕັກໂນໂລຊີທີ່ສະອາດ ເພື່ອຍົກສູງຄຸນນະພາບຜະລິດຕະພັນໃຫ້ໄດ້ມາດຕະຖານການສົ່ງອອກຢ່າງແທ້ຈິງ.
ປັດຈຸບັນ ສປປ ລາວ ສາມາດເປີດຕະຫຼາດກັບປະເທດຄູ່ຄ້າສຳເລັດແລ້ວລວມທັງໝົດ 84 ລາຍການ ເຊິ່ງປະກອບມີ ສປ ຈີນ 41 ລາຍການ (ພືດ 36 ແລະ ສັດ 5 ລາຍການ), ສສ ຫວຽດນາມ 19 ລາຍການ, ປະເທດໄທ 17 ລາຍການ ແລະ ຜົນງານອັນພົ້ນເດັ່ນຫຼ້າສຸດຄື ການລົງນາມຮ່ວມກັບປະເທດກຳປູເຈຍ ຕື່ມອີກ 7 ລາຍການ (ສັດ 1 ແລະ ພືດ 6 ລາຍການ).
ໝາກຜົນແຫ່ງຄວາມພະຍາຍາມໃນການຊຸກຍູ້ມາດຕະຖານດັ່ງກ່າວ ສະທ້ອນໃຫ້ເຫັນຢ່າງຈະແຈ້ງຈາກຕົວເລກການສົ່ງອອກໃນ 5 ເດືອນຜ່ານມາ ທີ່ພືດ ແລະ ຜະລິດຕະພັນພືດ ສາມາດປະຕິບັດໄດ້ເຖິງ 752 ລ້ານໂດລາສະຫະລັດ ຫຼື ເທົ່າກັບ 62,6% ຂອງແຜນການປີ ທີ່ຕັ້ງເປົ້າໄວ້ 1.200 ລ້ານໂດລາສະຫະລັດ ໂດຍມີສິນຄ້າສົ່ງອອກຫຼັກທີ່ສ້າງລາຍຮັບສູງຄື: ໝາກກ້ວຍ, ມັນຕົ້ນແຫ້ງ, ໝາກໂມ, ແປ້ງມັນຕົ້ນ ແລະ ກາເຟ. ຂະນະດຽວກັນ ການສົ່ງອອກສັດ ແລະ ຜະລິດຕະພັນສັດ ກໍສາມາດປະຕິບັດໄດ້ 81,21 ລ້ານໂດລາສະຫະລັດ ເຊິ່ງກວມເອົາ 40,6% ຂອງແຜນການປີ (ແຜນ 200 ລ້ານໂດລາສະຫະລັດ).
ນອກຈາກນີ້ ການສົ່ງອອກໄມ້, ຜະລິດຕະພັນໄມ້ ແລະ ເຄື່ອງປ່າຂອງດົງ ກໍສາມາດປະຕິບັດໄດ້ 158,64 ລ້ານໂດລາສະຫະລັດ ຫຼື ເທົ່າກັບ 31,7% ຂອງແຜນການ ເຊິ່ງຕົວເລກການຂະຫຍາຍຕົວເຫຼົ່ານີ້ ລ້ວນແຕ່ເປັນແຮງຂັບເຄື່ອນສຳຄັນ ໃນການສ້າງຖານລາຍຮັບເຂົ້າສູ່ປະເທດ ແລະ ຊຸກຍູ້ເສດຖະກິດແຫ່ງຊາດໃຫ້ມີຄວາມໝັ້ນຄົງ.
#ເສດຖະກິດລາວ #ສົ່ງອອກກະສິກຳ #ກະສິກຳແລະສິ່ງແວດລ້ອມ #ສິນຄ້າກະສິກຳ #ການຄ້າຕ່າງປະເທດ


