ປົກເວັບ 40 1

ລາຄາຄຳໂລກພວມປະເຊີນກັບການຫຼຸດລົງລາຍເດືອນຄັ້ງໃຫຍ່ທີ່ສຸດນັບຕັ້ງແຕ່ທ້າຍປີ 2008 ໂດຍຫຼຸດລົງໄປແລ້ວກວ່າ 12% ໃນເດືອນນີ້ ຫຼັງທະນາຄານກາງສະຫະລັດ (Fed) ກຽມປັບຂຶ້ນອັດຕາດອກເບ້ຍເພື່ອສະກັດກັ້ນເງິນເຟີ້. 

ສະຖານະການນີ້ໄດ້ສົ່ງຜົນກະທົບຢ່າງໜັກຕໍ່ນັກລົງທຶນທ່າມກາງຄວາມກັງວົນດ້ານສົງຄາມ ແລະ ການແຂງຄ່າຂອງເງິນໂດລາ ເຊິ່ງເຮັດໃຫ້ຄຳສູນເສຍຄວາມໜ້າສົນໃຈໃນຖານະສິນຊັບປອດໄພ.

Reuter ລາຍງານມື້ນີ້ວ່າ ລາຄາຄຳຊື້ຂາຍທັນທີ (Spot gold) ໄດ້ປັບຕົວຫຼຸດລົງ 1% ມາຢູ່ທີ່ 3,975.04 ໂດລາຕໍ່ອອນ ໃນຂະນະທີ່ສັນຍາຊື້ຂາຍຄຳລ່ວງໜ້າຂອງສະຫະລັດສຳລັບການສົ່ງມອບເດືອນສິງຫາກໍຫຼຸດລົງ 1.2% ມາປິດທີ່ 3,988.60 ໂດລາ. 

ການປັບຕົວລົງໃນຄັ້ງນີ້ຖືເປັນການຫຼຸດລົງຕິດຕໍ່ກັນເປັນເດືອນທີ 4 ແລະ ຍັງເປັນການຫຼຸດລົງລາຍໄຕມາດຄັ້ງທຳອິດນັບຕັ້ງແຕ່ປີ 2024 ເຊິ່ງໜັກໜ່ວງທີ່ສຸດນັບແຕ່ໄຕມາດທີ 2 ຂອງປີ 2013 ເປັນຕົ້ນມາ. 

ສາເຫດຫຼັກແມ່ນມາຈາກຜົນກະທົບຂອງສົງຄາມໃນອີຣານທີ່ດັນລາຄາພະລັງງານໃຫ້ສູງຂຶ້ນຢ່າງໄວວາ ຈົນສ້າງຄວາມກັງວົນຕໍ່ພາວະເງິນເຟີ້ ແລະ ກະຕຸ້ນໃຫ້ເກີດການຄາດການວ່າຈະມີການປັບຂຶ້ນອັດຕາດອກເບ້ຍເພື່ອຮັບມືກັບສະຖານະການດັ່ງກ່າວ.

ທ່ານ Edward Meir ນັກວິເຄາະຈາກ Marex ໄດ້ໃຫ້ມຸມມອງວ່າ ພາວະເງິນເຟີ້ທີ່ສູງ ການຄາດການອັດຕາດອກເບ້ຍທີ່ເພີ່ມຂຶ້ນ ແລະ ເງິນໂດລາທີ່ແຂງຄ່າ ແມ່ນປັດໄຈຫຼັກທີ່ກົດດັນການປັບຂຶ້ນຂອງລາຄາຄຳໃນປັດຈຸບັນ ເຊິ່ງເຖິງແມ່ນວ່າຄຳຈະຖືກເບິ່ງວ່າເປັນສິນຊັບທີ່ຊ່ວຍປ້ອງກັນຄວາມສ່ຽງຈາກເງິນເຟີ້ ແຕ່ມັນກໍມັກຈະສູນເສຍແຮງດຶງດູດເມື່ອຢູ່ໃນສະພາບແວດລ້ອມທີ່ດອກເບ້ຍສູງ.

ຂະນະດຽວກັນ ນັກລົງທຶນຍັງຄາດວ່າ Fed ຈະປັບຂຶ້ນອັດຕາດອກເບ້ຍເຖິງ 3 ຄັ້ງໃນປີນີ້ ໂດຍກຳລັງຈັບຕາເບິ່ງຂໍ້ມູນການຈ້າງງານນອກພາກກະສິກຳ (Nonfarm payroll) ແລະ ຕົວເລກການຈ້າງງານພາກເອກະຊົນ (ADP) ປະຈຳເດືອນມິຖຸນາ ເພື່ອປະເມີນທິດທາງຂອງ Fed ຢ່າງໃກ້ຊິດ. ນອກຈາກນີ້ ການແຂງຄ່າຂອງເງິນໂດລາຍັງເຮັດໃຫ້ຄຳມີລາຄາແພງຂຶ້ນສຳລັບຜູ້ທີ່ຖືສະກຸນເງິນອື່ນໆອີກດ້ວຍ.

#LaoXperts #ລາຄາຄຳ #ເສດຖະກິດໂລກ #ການລົງທຶນ #ເງິນເຟີ້ #ດອກເບ້ຍນັກລົງທຶນ #GoldPrice #Fed

Comments are disabled