5 ວິທີກວດສອບສຸຂະພາບທາງດ້ານການເງິນຂອງເຮົາ


ເມື່ອກ້າວເຂົ້າສູ່ໄລຍະໃກ້ທີ່ຈະໝົດປີແລ້ວ ຫຼາຍຄົນອາດຕ້ອງການຢາກທີ່ຈະຮູ້ວ່າຕົນເອງນັ້ນຕ້ອງເສີມ, ປັບປ່ຽນ ຫຼື ແກ້ໄຂບ່ອນໃດແດ່ກ່ຽວກັບການບໍລິຫານເງິນຂອງຕົນເອງ. ເຊິ່ງໃນມື້ນີ້ພວກເຮົາຈະພາໄປກວດສອບກ່ຽວກັບສຸຂະພາບທາງດ້ານເງິນ ທີ່ຈະຊ່ວຍໃຫ້ທ່ານສາມາດບໍລິຫານເງິນຂອງຕົນເອງໃຫ້ເໝາະສົມໃນການໃຊ້ສອຍຕ່າງໆ ແລະ ເປັນພື້ນຖານທີ່ຈະນຳມາໃຫ້ເຮົານັ້ນມີການເຕີບໂຕທາງດ້ານການເງິນໃນອະນາຄົດ, ໂດຍຈະມີການກວດສອບດັ່ງລຸ່ມນີ້.

  1. ປຽບທຽບຊັບສິນກັບໜີ້ສິນຂອງຕົນເອງ

ປະເພດສິນຊັບ

  • ສິນຊັບທີ່ມີສະພາບຄ່ອງ ໄດ້ແກ່: ເງິນສົດ ແລະ ບັນຊີເງິນຝາກປະຢັດ.
  • ສິນຊັບເພື່ອການລົງທຶນ ໄດ້ແກ່: ເງິນຝາກປະຈຳ, ຫວຍເງິນຝາກປະຢັດ ແລະ  ມູນຄ່າຫຼັກຊັບໂດຍລວມ
  • ສິນຊັບສ່ວນຕົວ ໄດ້ແກ່: ເຮືອນ, ລົດ, ແລະ ຂອງມີຄ່າຕ່າງໆ (ທີ່ຜ່ອນຈ່າຍໝົດແລ້ວ, ເຮົາເປັນເຈົ້າຂອງໂດຍສົມບູນ).

ປະເພດໜີ້ສິ້ນ

  • ໜີ້ສິນໄລຍະສັ້ນ ໄດ້ແກ່: ເປັນໜີ້ບັດເຄຣດິດ, ໜີ້ສິນຊໍາລະສິນຄ້າ, ໜີ້ບັດເງິນສົດອື່ນໆທີ່ມີອາຍຸບໍ່ເກີນ 1 ປີ
  • ໜີ້ສິນໄລຍະຍາວ ໄດ້ແກ່: ໜີ້ສິນຈາກການຜ່ອນຊື້ເຮືອນ, ໜີ້ສິນຈາກການຜ່ອນຊື້​ລົດ ເຊິ່ງມີອາຍຸຫຼາຍກວ່າ 1 ປີຂຶ້ນໄປ

ເມື່ອຮູ້ກ່ຽວກັບສິນຊັບ ແລະ ໜີ້ສິນແລ້ວເຮົາກໍຈະເລີ່ມປະເມີນກັນເລີຍໂດຍໃຊ້ສູດ

ຊັບສິນທີ່ຄວນຈະມີ = ອາຍຸ X ລາຍໄດ້ຕໍ່ປີ X 10%

ຕົວຢ່າງ: ເມື່ອລວມສິນຊັບ ແລະ ໜີ້ສິນທັງໝົດຂອງ ທ້າວ ກ ຈະມີຊັບສິນ 100,000,000 ກີບ ແລະ ໜີ້ສິນ 50,000,000 ກີບ ເຮົາຈະໄດ້

ຊັບສິນທີ່ມີຢູ່ໃນປັດຈຸບັນ 100,000,000-50,000,000 = 50,000,000 ກີບ

ຈາກນັ້ນເຮົາມາຄຳນວນ “ຊັບສິນທີ່ຄວນຈະມີ” ເຊິ່ງສາມາດຄຳນວນໄດ້ດັ່ງສູດລຸ່ມນີ້

ອີງຈາກຕົວຢ່າງຂ້າງເທີງ: ທ້າວ ກ ມີອາຍຸ 31 ປີ ມີເງິນເດືອນ 500,000 ກີບ (x 12 ເດືອນ ­= 6,000,000 ກີບຕໍ່ປີ)

ຊັບສິນທີ່ທ້າວ ກ ຄວນມີ = 31 x 6,000,000 x 10% = 18,600,000 ກີບ

ສະຫຼຸບໄດ້ວ່າ: ຈາກຊັບສິນປັດຈຸບັນທຽບກັບຊັບສິນທີ່ຄວນຈະມີ (50,000,000 : 18,600,000)

ໝາຍຄວາມວ່ທ້າວ ກ ມີຊັບສິນຫຼາຍກ່ວາຊັບສິນທີ່ຄວນຈະມີ.

ດັ່ງນັ້ນ, ຈຶ່ງຖືວ່າທ້າວ ກ ມີສຸຂະພາບທາງດ້ານການເງິນໂດຍລວມແມ່ນດີ.

  1. ບັນທຶກລາຍຈ່າຍ ແລະ ລາຍຮັບປະຈຳວັນ

ແມ່ນການກວດກາເບິ່ງພຶດຕິກຳທາງການເງິນຂອງຕົນເອງໃນປັດຈຸບັນ, ເພື່ອໃຫ້ເຮົາຮູ້ວ່າມີເງິນເຂົ້າມາຫຼາຍປານໃດ ແລະ ເງິນອອກເທົ່າໃດໃນແຕ່ລະມື້ ແລະ ແຕ່ລະເດືອນ. ນີ້ເຮັດໃຫ້ສາມາດເຫັນຈຸດຮົ່ວໄຫຼທີ່ເກີດຂຶ້ນຊ້ຳໆ ໂດຍສະເພາະແມ່ນລາຍຈ່າຍທີ່ບໍ່ຈຳເປັນທີ່ມັກເກີດຂຶ້ນເປັນເປັນປະຈຳໂດຍທີ່ເຮົາບໍ່ຮູ້ຕົວ ເຊັ່ນ: ການຊື້ເຄື່ອງຂອງຕ່າງໆ ຫຼື ຄ່າໃຊ້ຈ່າຍຂອງກິນຫຼິ້ນ, ເຄື່ອງດື່ມ, ກາເຟ, ຄ່າເດີນທາງ… ເມື່ອເຮົາຮູ້ແລ້ວກໍຊອກຫາວິທີທີ່ຈະປັບປ່ຽນ ແລະ ຫຼຸດຜ່ອນການໃຊ້ຈ່າຍເພື່ອອຸດຮູຮົ່ວທີ່ເກີດຂື້ນ.

ເຊິ່ງເປັນວິທີທີ່ງ່າຍໆທີ່ຈະຊ່ວຍວາງແຜນ ຫຼື ປັບປ່ຽນແຜນການທາງດ້ານການເງິນຂອງທ່ານໃຫ້ເໝາະສົມກວ່າຍິ່ງຂຶ້ນ.

  1. ເຮົາມີລາຍຮັບຫຼາຍກວ່າລາຍຈ່າຍຫຼືບໍ່?

ຄ່າໃຊ້ຈ່າຍທີ່ພວກເຮົາມີທຸກໆເດືອນ ພວກເຮົາກູ້ຢືມເງິນໃນອະນາຄົດເພື່ອຈ່າຍບໍ? ບັດເຄຣດິດ, ບັດເງິນສົດ, ເງິນກູ້, ເງິນກູ້ປະເພດຕ່າງໆ ຖ້າສາມາດຊໍາລະໄດ້ທັນເວລາ ແລະ ໃຊ້ໄດ້ໄວຈະຖືວ່າໂຊກດີ. ແຕ່ສຳລັບໃນໄລຍະຍາວ ຖ້າຍັງເປັນແບບນີ້ ສະຖານະການທາງດ້ານການເງິນອາດຈະຍາກທີ່ຈະໝັ້ນຄົງ.

ໂດຍວິທີການກວດສອບງ່າຍໆສຳລັບການຈັດການກັບໜີ້ສິນໃນແຕ່ລເດືອນກໍຄື

ໜີ້ສິນໃນແຕ່ລະເດືອນ = ລາຍໄດ້ຕໍ່ເດືອນ X 1/3

ຫຼືຖ້າຫາກມີໜີ້ສິນຫຼາຍກວ່າ 1/3 ຂອງລາຍໄດ້ຕໍ່ເດືອນ ເຊັ່ນ ທ້າວ ກ ມີລາຍໄດ້ 600,000 ກີບຕໍ່ເດືອນ ໂດຍພາລະໜີ້ສິນທີ່ລາວຕ້ອງຫ້າມເກີນກໍຄື 200,000 ກີບ. ເຊິ່ງຖ້າຫາກມີຫຼາຍກວ່ານັ້ນກໍຈະຕ້ອງຫາວິທີເພິ່ມລາຍໄດ້ ຫຼື ຫຼຸດຄ່າໃຊ້ຈ່າຍລົງເພື່ອສຸຂະພາບການເງິນທີ່ດີ

ໂດຍທາງແກ້ສຳລັບຄົນທີ່ມີລາຍຮັບທີ່ບໍ່ພຽງພໍກັບລາຍຈ່າຍຈະມີຢູ່ສອງວິທີຄື: ຊອກຫາວິທີຫຼຸດຜ່ອນຄ່າໃຊ້ຈ່າຍ (ເຮັດບັນທຶກລາຍຮັບລາຍຈ່າຍ) ຫຼື ເພີ່ມຊ່ອງທາງລາຍຮັບເພີ່ມເຕີມສໍາລັບຕົວທ່ານເອງ. ບໍ່ວ່າຈະເປັນແບບ  active income ຫຼື passive income

  1. ມີເງິນເຫຼືອໄວ້ເກັບອອມຢູ່ບໍ?

ຫຼາຍຄົນມັກທີ່ຈະໃຊ້ຊີວິດຢູ່ກັບປັດຈຸບັນ ໂດຍບໍ່ຄຳນຶງເຖິງອະນາຄົດ, ການທີ່ມີເງິນໃຊ້ພຽງພໍໃນແຕ່ລະມື້ ບໍ່ໄດ້ກາລັນຕີວ່າມື້ໜ້າເຮົາຈະຍັງຫາເງິນໄດ້ແບບເກົ່າຢູ່ຫຼືບໍ່… ດັ່ງ​ນັ້ນ​ ນອກເໜືອໄປຈາກການຫາເງິນໃຊ້ໃນແຕ່ລະວັນ, ເຮົາຄວນມີເງິນຝາກປະຢັດສໍາລັບເປົ້າໝາຍຕ່າງໆໃນຊີວິດ ແລະ ມີເງິນສຳຮອງໄວ້ໃຊ້ໃນເວລາທີ່ມີເຫດສຸກເສີນ. ໂດຍເງິນທັງສອງສ່ວນນີ້ ມັນບໍ່ຈໍາເປັນຕ້ອງເປັນພຽງແຕ່ເງິນສົດໃນບັນຊີເທົ່ານັ້ນ. ແຕ່ສາມາດແຈກຢາຍໃນຮູບແບບຕ່າງໆ ຫຼື ລົງທຶນເພື່ອເພີ່ມໂອກາດໃນການສ້າງຜົນຕອບແທນໄດ້.

ວິທີຄິດໄລ່ວ່າເຮົາຄວນມີເງິນເກັບເທົ່າໃດ

ເງິນເກັບອອມເພື່ອສຸກເສີນ = ລາຍຈ່າຍແຕ່ລະເດືອນ x 6

ຕົວຢ່າງ ທ້າວ ກ ມີລາຍຈ່າຍແຕ່ລະເດືອນຕົກຢູ່ ເດືອນລະ 450,000 ກີບ, ໂດຍເງິນເກັບທີ່ລາວຄວນຈະມີຄື 450,000 x 6 = 2,700,000 ກີບ. ຖ້າຫາກມີເຫດການທີ່ບໍ່ຄາດຝັນຂຶ້ນ ເງິນສ່ວນນີ້ຈະຊ່ວຍໃຫ້ລາວສາມາດຢູ່ໄດ້ໄປອີກ 6 ເດືອນ

  1. ການບໍລິຫານເງິນເກັບອອມໃຫ້ມີຜົນຕອບແທນຫຼາຍຂຶ້ນ

ຫຼາຍຄົນອາດຈະຄິດກ່ຽວກັບການລົງທຶນ ແນ່ນອນວ່າການລົງທຶນແມ່ນໜຶ່ງໃນວິທີທີ່ຈະເພີ່ມໂອກາດຂອງທ່ານໃນການສ້າງຜົນຕອບແທນໃຫ້ໄດ້ຫຼາຍຂຶ້ນ. ຢ່າງໃດກໍຕາມ, ກໍຍັງມີຫຼາຍປັດໄຈທີ່ເຂົ້າມາກ່ຽວຂ້ອງ ບໍ່ວ່າຈະເປັນເລື່ອງຂອງສະພາບການໃນຕະຫຼາດ, ອັດຕາການແລກປ່ຽນ, ຄວາມຮູ້ ແລະ ຄວາມສາມາດຂອງນັກລົງທຶນແລະອື່ນໆ.

ໂດຍສິ່ງທຳອິດທີ່ເຮົາຕ້ອງເຮັດແມ່ນຕັ້ງເປົ້າໝາຍ ແລະ ພິຈາລະນາໄລຍະເວລາທີ່ເຮົາຕ້ອງການໃຫ້ບັນລຸເປົ້າໝາຍນັ້ນ ເຊັ່ນ: ການສ້າງບັນຊີເງິນຝາກປະຢັດໃຫ້ກັບຄ່າຮຽນຂອງລູກ ຫຼື ເງິນບໍານານທີ່ໃຊ້ຈ່າຍ, ແຕ່ລະເປົ້າໝາຍຕ້ອງການເງິນທຶນທີ່ແຕກຕ່າງກັນ ແລະ ຄວາມສ່ຽງທີ່ສາມາດຍອມຮັບໄດ້ກໍ່ແຕກຕ່າງກັນ. ດັ່ງນັ້ນ, ທາງເລືອກໜຶ່ງທີ່ໜ້າສົນໃຈຄືການເລືອກຜົນຕອບແທນທີ່ມີທັງການຮັບປະກັນ ແລະ ພາກສ່ວນການລົງທຶນເພື່ອເພີ່ມໂອກາດໃນການສ້າງຜົນຕອບແທນທີ່ສູງຂຶ້ນ.

ທີ່ມາ:

bangkoklife

finnomena

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/