5 ປະເດັນໜ້າສົນໃຈ ກ່ອນເກມຊິງແຊ້ມ Community Shield ລະຫວ່າງ Liverpool ແລະ Manchester City

Liverpool

ເດີນທາງມາຮອດແລ້ວກັບນັດຊິງຊະນະເລີດ Community Shield ເຊິ່ງປີນີ້ ເປັນການພົບກັນລະຫວ່າງ ລິເວີ້ພູລ ທີມແຊ້ມ FA CUP ພົບກັບ ແມນເຊັສເຕີ້ ຊິຕີ້ ທີມແຊ້ມ ພຣີເມຍລີກ ເຊິ່ງເອີ້ນໄດ້ວ່າເປັນຄູ່ຊິງທີ່ໜ້າສົນໃຈຫຼາຍ ເນື່ອງຈາກວ່າເປັນ 2 ທີມທີ່ຊັ້ນນຳຂອງອັງກິດ ແລະ ຈາກຜົນງານທີ່ຜ່ານມາ ບວກກັບການເສີມນັກເຕະ ໃນຕະຫຼາດຮອບນີ້ຂອງແຕ່ລະທີມ ເອີ້ນໄດ້ວ່າກິນກັນບໍ່ລົງ. ມື້ນີ້ Lao X ຈະພາມາເບິ່ງ 5 ປະເດັນໜ້າສົນໃຈກ່ອນເກມຊິງແຊ້ມນັດນີ້ຈະເລີ່ມຂຶ້ນ.

Liverpool
  1. ການພົບກັນຂອງ 2 ທີມມະຫາອຳນາດ ໃນຍຸກນີ້.
Liverpool

ປະຕິເສດບໍ່ໄດ້ວ່າ ໃນປັດຈຸບັນ ຖ້າຖາມວ່າທີມໃດດີທີ່ສຸດໃນໂລກ ເຊື່ອໄດ້ວ່າ ລິເວີ້ພູລ ແລະ ແມນຊິຕີ້ ຄົງຈະເປັນ 2 ທີມ ທີ່ຫຼາຍຄົນຄິດຫາແນ່ນອນ. ເພາະນອກຈາກ ທັງສອງທີມຈະອັດແໜ້ນໄປດ້ວຍນັກເຕະຄຸນະພາບແລ້ວ ຕົວຄູເຝິກເອງບໍ່ວ່າຈະເປັນ ເຈີເກັນ ຄັອບ ຂອງລິເວີ້ພູລ ແລະ ເປບ ກົວດິເອຣ້າ ຂອງ ແມນຊິຕີ້ ຕ່າງກໍຖືກຍົກວ່າເປັນ 2 ຄູເຝິກອັນດັບຕົ້ນໆຂອງໂລກໃນຍຸກນີ້. ເຖິງແມ່ນວ່າ ໄຊຊະນະໃນນັດນີ້ ຈະຊີ້ບອກບໍ່ໄດ້ວ່າລະດູການທີ່ຈະມາຮອດນີ້ ທີມໃດຈະເປັນແຊ້ມ ແຕ່ຢ່າງໜ້ອຍໄຊຊະນະນັດນີ້ ກໍຈະຊ່ວຍເສີມສ້າງກຳລັງໃຈຂອງນັກເຕະ ແລະ ທີມງານ ເພາະສາມາດຊະນະຄູ່ແຂ່ງໂດຍກົງຂອງຕົນເອງໄດ້ ກ່ອນທີ່ຈະເປີດລະດູການນັ້ນເອງ.

  1. ບົດທົດສອບທີ່ທ້າທາຍຂອງ ດາວິນ ນູນເຢສ (Darwin Nunez)
Liverpool

ຫຼັງຈາກຖືກຕັ້ງຄວາມຫວັງ ແລະ ຖືກຈັບຜິດມາຕະຫຼອດໄລຍະ 4 ເກມກະຊັບມິດ ຂອງ ດາວິນ ນູນເຢສ ກອງໜ້າຄົນໃໝ່ລາຄາເກືອບ 100 ລ້ານຢູໂຣ ຂອງລິເວີ້ພູລ ທີ່ຕ້ອງບອກວ່າ ຖືກແຟນໆທີມອື່ນກ່າວດູຖູກມາຕະຫຼອດ. ນັດນີ້ຖືເປັນນັດທີ່ຈິງຈັງທີ່ສຸດ ເພາະມີແຊ້ມເປັນເດີມພັນ ແລະ ແນ່ນອນວ່າດ້ວຍຄ່າຕົວທີ່ຊື້ມາ ບວກກັບຊື່ສຽງຂອງຕົວລາວເອງ ແຟນໆຂອງ ລິເວີພູລ ຕ້ອງຄາດຫວັງໃຫ້ລາວເຮັດຜົນງານໄດ້ດີກວ່າ 4 ນັດທີ່ຜ່ານມາ ແຕ່ຖ້າຫັນມາຄູ່ແຂ່ງຢ່າງ ແມນຊິຕີ້ ກໍເບິ່ງຄືວ່ານັດນີ້ ຈະບໍ່ແມ່ນເລື່ອງງ່າຍປານໃດ ສຳລັບກອງໜ້າ ເລືອດອຸຣຸໄກວ ຄົນນີ້.

  1. ເກມບຸກທີ່ເຕັມໄປດ້ວຍຄຸນະພາບຂອງ ແມນເຊັສເຕີ້ ຊິຕີ້.
Liverpool

ເຖິງແມ່ນວ່າໃນປີນີ້ ແມນຊິຕີ້ ຈະບໍໄດ້ເສີມທັບນັກເຕະໃນຕຳແໜ່ງເກມບຸກຫຼາຍປານໃດ ແຕ່ດ້ວຍມາດຕະຖານເກມບຸກ ທີ່ທີມພາກັນເຮັດມາຫຼາຍປີ ບວກກັບການໄດ້ຕົວ ເອີລິ້ງ ຮາແລນ ກອງໜ້າທີ່ວ່າກັນວ່າ ຈະເປັນຊຸບເປີ້ສະຕາ ຄົນຕໍ່ໄປຂອງວົງການບານເຕະ ເທົ່ານີ້ກໍເຮັດໃຫ້ ພຣີເມຍລີກ ຕ້ອງສັ່ນສະເທືອນແລ້ວ ເພາະຂະໜາດວ່າລະດູການທີ່ຜ່ານມາ ແມນຊິຕີ້ລົງສະໜາມທຸກນັດໂດຍບໍ່ມີກອງໜ້າຕົວເປົ້າເລີຍ  ກໍຍັງສາມາດຍິງປະຕູໄດ້ຫຼາຍເຖິງ 99 ປະຕູ ຫຼາຍທີ່ສຸດໃນ ເສິກ ພຣີເມຍລີກ ຈົນສາມາດຄວ້າແຊ້ມ ພຣີເມຍລີກ ມາໄດ້ໃນທີ່ສຸດ.

  1. ຄວາມໜ້າເປັນຫ່ວງໃນຕຳແໜ່ງຜູ້ຮັກສາປະຕູຂອງ ລິເວີ້ພູລ
Liverpool

ຈຸດທີ່ໜ້າເປັນຫ່ວງທີ່ສຸດຂອງ ລິເວີ້ພູລ ໃນເກມນັດນີ້ ເບິ່ງຄືວ່າຈະເປັນເລື່ອງບັນຫາ ຄວາມພ້ອມຂອງນັກເຕະ ເພາະນັກເຕະມື 1 ມື 2 ໃນຕຳແໜ່ງຜູ້ຮັກສາປະຕູ ແມ່ນມີອາການບາດເຈັບ ແລະ ບໍ່ພ້ອມທີ່ຈະລົງສະໜາມໃນນັດນີ້ໝົດທັງສອງຄົນ ເຮັດໃຫ້ໃນນັດນີ້ ລິເວີພລູ ຈຳເປັນຕ້ອງໄດ້ສົ່ງ ຜູ້ຮັກສາປະຕູມື 3 ຢ່າງ ອາດ້ຽນ (Adrián) ລົງມາແທນ ເຊິ່ງຖ້າຖາມແຟນໆ ຂອງລິເວີ້ພູລ ຫຼາຍຄົນກໍບອກເປັນສຽງດຽວກັນວ່າຈຸດນີ້ເປັນຈຸດທີ່ໜ້າເປັນຫ່ວງທີ່ສຸດຂອງເກມນັດນີ້.

  1. ແຊ້ມທີ່ ເຈີເກັນ ຄັອບ ບໍ່ເຄີຍໄດ້
Liverpool

ນັບຕັ້ງແຕ່ ປີ 2015 ທີ່ເຈີເກັນ ຄັອບ ເຂົ້າມາຄຸມທັບ ລິເວີ້ພູລ ຄູເຝິກຊາວ ເຢຍລະມັນ ຜູ້ນີ້ ກໍພາລິເວີ້ພູລ ຄວ້າແຊ້ມໃນທຸກໆລາຍການທີ່ລົງຫຼິ້ນ ແຕ່ມີພຽງລາຍການດຽວເທົ່ານັ້ນທີ່ ເຈີເກັນ ຄັອບ ບໍ່ສາມາດພາ ລິເວີ້ພູລ ຄວ້າແຊ້ມໄດ້ ນັ້ນກໍຄື ແຊ້ມ Community Shield ທີ່ຈະລົງແຂ່ງຂັນໃນມື້ນີ້ນັ້ນເອງ. ສຳລັບ ເຈີເກັນ ຄັອບ ແມ່ນມີໂອກາດເຖິງ 2 ຄັ້ງທີ່ຈະຄວ້າແຊ້ມລາຍການນີ້ ແຕ່ສຸດທ້າຍກໍຕ້ອງຜິດຫວັງໄປໝົດ 2 ຄັ້ງ. ສະນັ້ນ ການດວນກັບ ແມນຊິຕີ້ ໃນຄັ້ງນີ້ ຖືເປັນອີກໜຶ່ງບົດພິສູດສຳລັບ ເຈີເກັນ ຄັອບ ວ່າຈະສາມາດຄວ້າກຽດຕິຍົດຄັ້ງນີ້ມາປະດັບບາລະມີຂອງຕົນເອງໄດ້ຫຼືບໍ່.

ສຳລັບເກມນັດນີ້ແມ່ນຈະລົງແຂ່ງຂັນກັນໃນວັນທີ 30 ກໍລະກົດ 2022 (ມື້ນີ້) ເວລາ 23:00 ໂມງ ມາລຸ້ນໄປນຳກັນວ່າທີມໃດຈະສາມາດຄວ້າແຊ້ມທຳອິດເພື່ອເອົາຣຶກເອົາໄຊ ໄປໄດ້ກ່ອນກັນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ