- Pete Buttigieg, ລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງ ສະຫະລັດອາເມຣິກາ.
ທ່ານ ພີດ ບຸດຕິແຈດສ (Pete Buttigieg) ອະດີດເຈົ້າເມືອງທີ່ມີຊື່ສຽງໃນເມືອງ ເຊົ້າເບັນ (South Bend) ໃນລັດອິນເດຍນາ, ສະຫະລັດອາເມລິກາ ໃນລະຫວ່າງປີ 2012 – 2020 ເຊິ່ງເພິ່ນໄດ້ອອກນະໂຍບາຍທີ່ຖືກຍ້ອງຍໍຫຼາຍຢ່າງ. ເມື່ອທ່ານ ໂຈ ໄບເດັນ ໄດ້ຮັບຕຳແໜ່ງປະທານາທິບໍດີ ກໍໄດ້ສະເໜີຊື່ໃຫ້ ພີດ ບຸດຕິແຈດສ ໃຫ້ເປັນ ລັດຖະມົນຕີກະຊວງໂທລະຄົມມະນາຄົມຂອງສະຫະລັດອາເມຣິກາ ໃນຖານະຜູ້ເຂົ້າຊິງຄະນະລັດຖະມົນຕີຊຸດທຳອິດໃນປະຫວັດສາດສະຫະລັດອາເມຣິກາທີ່ເປັນເກ (Gay) ຢ່າງເປີດເຜີຍ.

- Jens Spahn, ລັດຖະມົນຕີກະຊວງສາທາລະນະສຸກ ສະຫະພັນສາທາລະນະລັດ ເຢຍລະມັນ.
ເຢນສ໌ ສະປັນ (Jens Spahn) ເປັນໜຶ່ງໃນນັກການເມືອງທີ່ມີຊື່ສຽງທີ່ສຸດໃນເຢຍລະມັນ ໂດຍມີຖານະເປັນລັດຖະມົນຕີກະຊວງສາທາລະນະສຸກຂອງເຢຍລະມັນເຊິ່ງເປັນປະເທດທີ່ມີປະຊາກອນຫຼາຍທີ່ສຸດໃນສະຫະພາບເອີຣົບ. ເພິ່ນເປັນທີ່ຍອມຮັບ ແລະ ຍ້ອງຍໍຫຼາຍ ໂດຍສະເພາະຜົນງານນະໂຍບາຍການຮັບມືກັບໄລຍະທີ່ມີການລະບາດເຊື້ອພະຍາດ COVID-19.

- Grant Robertson, ຮອງນາຍົກລັດຖະມົນຕີ ນິວຊີແລນ.
ແກຣນ ໂຣເບີດສັນ (Grant Robertson) ຖືກແຕ່ງຕັ້ງໃຫ້ເປັນຮອງນາຍົກລັດຖະມົນຕີ ຫຼັງຈາກ ທ່ານ ຈາຊິນດາ ອາເດີນ (Jacinda Ardern) ຊະນະການເລືອກຕັ້ງໃນຖານະນາຍົກລັດຖະມົນຕີຂອງນິວຊີແລນ ຜູ້ທີ່ບຸກເບີກຄວາມຫຼາກຫຼາຍທາງເພດ (LGBTQ+) ຂອງຄະນະລັດຖະມົນຕີຄົນທຳອິດໃນປະຫວັດສາດນິວຊີແລນ.

- Xavier Bettel, ນາຍົກລັດຖະມົນຕີ ລຸກຊຳບວກ.
ໃນປີ 2018 ເຊເວຍ ແບັດເທີນ (Xavier Bettel) ນາຍົກລັດຖະມົນຕີຜູ້ດຳລົງຕຳແໜ່ງຂອງລຸກຊຳບວກໄດ້ກາຍເປັນນາຍົກລັດຖະມົນຕີເກຄົນທຳອິດທີ່ເປີດເຜີຍໃນປະຫວັດສາດໂລກ ເຊິ່ງໄດ້ຮັບການເລືອກຕັ້ງເປັນສະໄໝທີ 2 ແລ້ວ. ເພິ່ນໄດ້ແຕ່ງງານໃນປີ 2015 ເຊິ່ງເປັນປີດຽວກັນທີ່ລຸກຊຳບວກ ອອກກົດໝາຍໃຫ້ສາມາດແຕ່ງງານເພດດຽວກັນໄດ້.

- Ana Brnabić, ນາຍົດລັດຖະມົນຕີ ເຊີເບຍ.
ອານາ ບຣານາບີສ (Ana Brnabić ) ນາຍົກລັດຖະມົນຕີ ຍິງຮັກຍິງ (lesbian) ຄົນທຳອິດຂອງປະເທດເຊີເບຍ ແລະ ເປັນແມ່ຍິງຄົນທຳອິດທີ່ດຳລົງຕຳແໜ່ງນີ້. ນອກຈາກນັ້ນ, ໃນປີ 2017 ອານາ ໄດ້ເຂົ້າຮ່ວມຂະບວນແຫ່ສະຫຼອງຢ່າງພາກພູມໃຈທີ່ເພິ່ນໄດ້ຮັບຕຳແໜ່ງ ແລະ ຍັງເປັນຍິງຮັກຍິງຢ່າງເປີດເຜີຍຄົນທຳອິດຂອງປະເທດ.

ທີ່ມາ: https://bit.ly/3q59yeR
ພາບ: Consilium, Wikipedia
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/