Rashford ບໍ່ລືມບ້ານເກີດເມືອງນອນ ມອບເງິນຊ່ວຍເຫຼືອເດັກນ້ອຍຜູ້ທຸກຍາກຢູ່ບ້ານຂອງຕົນເຖິງ 20 ລ້ານປອນ


ແຣສຟອສ Marcus Rashford ນັກກິລາທີມຊາດອັງກິດ ແລະ ນັກກິລາສະໂມສອນແມນເຊສເຕີ ຢູໄນເຕັດ, ເປັນນັກກິລາຄົນໜຶ່ງທີ່ມີຊື່ສຽງໂດ່ງດັງ ທີ່ບໍ່ລືມບ້ານເກີດເມືອງນອນ ແລະ ຊີວິດການເປັນຢູ່ຂອງຕົນທີ່ທຸກຍາກລຳບາກມາແຕ່ນ້ອຍ, ເມື່ອມາເປັນນັກກິລາທີ່ມີຊື່ສຽງຄ່າຕົວຫຼາຍເຫຼືອລົ້ນ, ແຕ່ກໍຍັງຄິດເຖິງບ້ານເກີດຂອງຕົນຢູ່ສະເໝີ ພ້ອມບໍລິຈາກເງິນເປັນຈຳນວນ 20 ລ້ານປອນ ເພື່ອຊ່ວຍເຫຼືອໃຫ້ເດັກນ້ອຍທຸກຍາກທີ່ອັງກິດ ເຊິ່ງບໍລິຈາກໃຫ້ຫຼາຍກວ່າຊັບສິນທີ່ມີ ແລະ ຊ່ວຍເຫຼືອເດັກນ້ອຍຫຼາຍກວ່າລ້ານຄົນ.

ຕັ້ງແຕ່ຍັງນ້ອຍ ແຣສຟອສ ເປັນເດັກທີ່ເກີດມາຈາກຄອບຄົວທີ່ທຸກຍາກລຳບາກທີ່ອັງກິດ ເມືອງແມນເຊສເຕີ ອາໄສຢູ່ກັບແມ່ລ້ຽງດ່ຽວ ທີ່ຄັ້ງໜຶ່ງເຄີຍປະກອບອາຊີບເຖິງ 3 ອາຊີບພ້ອມກັນ, ເພື່ອຫາເງິນມາລ້ຽງຄອບຄົວ.

ເຊິ່ງ ແຣສຟອສ ອາດຈະເຫັນເຖິງຄວາມທຸກຍາກລຳບາກທີ່ແມ່ລ້ຽງລູກ ພ້ອມກັບຄອບຄົວທີ່ບໍ່ມີຫຍັງມາແຕ່ຍັງນ້ອຍ, ຈຶ່ງກາຍເປັນບົດຮຽນອັນສຳຄັນສຳລັບ ແຣສຟອສ ໃຫ້ເຂົ້າໃຈເຖິງເດັກນ້ອຍທີ່ຕົກທຸກໄດ້ຍາກເປັນທີ່ສຸດ ເພາະຕົນເອງກໍເຄີຍມີປະສົບການແບບນັ້ນ.

ໃນລາຍການ BBC Breakfast ແຣສຟອສ ໃຫ້ສຳພາດວ່າ: ການເປັນນັກກິລາ ຄິດວ່າຕ້ອງມີບາງສິ່ງທີ່ຊຸກຍູ້ໃຫ້ເຮົາຈາກເບື້ອງຫຼັງ ແລະ ຖ້າເຮົາໃຫຍ່ຂຶ້ນມາດ້ວຍຄອບຄົວທີ່ທຸກຍາກ ເລື່ອງລາວເຫຼົ່ານັ້ນຈະເປັນພະລັງທີ່ກະຕຸ້ນໃຫ້ເຮົາໄປສູ່ທາງທີ່ດີ.

ໃນປີ 2019 ແຣສຟອສ ອາຍຸ 21 ປີ ໄດ້ເຊັນສັນຍາສະບັບໃໝ່ ເຊິ່ງເຮັດໃຫ້ເຂົາຮັບເງິນເປັນ 200,000 ປອນຕໍ່ອາທິດ. ກິນຢູ່ສະບາຍ ໄດ້ຢູ່ເຮືອນຫຼັງໃໝ່ ມີລົດລາຄາແພງໆໃຫ້ຂັບ, ເຊິ່ງບາງຄົນອາດຄິດວ່າເຂົາຈະລືມອະດີດທີ່ເຄີຍທຸກມາ ແຕ່ກົງກັນຂ້າມ ແຣສຟອສ ໄດ້ຊ່ວຍເຫຼືອບໍລິຈາກເງິນຈຳນວນ 20 ລ້ານປອນໃຫ້ແກ່ເດັກນ້ອຍຜູ້ຕົກທຸກໄດ້ຍາກ ໃຫ້ຫຼຸດພົ້ນຈາກຄວາມທຸກໄດ້ຢ່າງໜ້າຊົມເຊີຍ.

ໄລຍະໂຄວິດລະບາດກໍໄດ້ຊ່ວຍບໍລິຈາກອາຫານຫຼາຍກວ່າພັນກ່ອງ ໃຫ້ແກ່ເດັກນ້ອຍ ແລະ ໃນເທສະການຕ່າງໆ ບາງຄັ້ງກໍບໍລິຈາກເຊັ່ນດຽວກັນ. ທີ່ສຳຄັນໄດ້ຮ່ວມທຸ່ມເທໃສ່ກິດຈະກຳການກຸສົນກັບ FareShare ເຄືອຂ່າຍການກຸສົນລະດັບປະເທດ ທີ່ມີຄວາມສາມາດແຈກຈ່າຍອາຫານໃຫ້ແກ່ບ້ານຕ່າງໆ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/