ດູໄບປະກາດຈະໃຊ້ລົດຂົນສົ່ງສາທາລະນະທັງໝົດເປັນລົດທີ່ໄຮ້ມົນລະພິດພາຍໃນປີ 2050


ດູໄບ ມະຫານະຄອນທີ່ຂຶ້ນຊື່ເລື່ອງຄວາມທັນສະໄໝ ແລະ ເທັກໂນໂລຢີທີ່ລ້ຳໜ້າ ໄດ້ປະກາດວ່າ ຈະໃຊ້ລົດຂົນສົ່ງສາທາລະນະທັງໝົດເປັນລົດທີ່ໄຮ້ມົນລະພິດພາຍໃນປີ 2050.

ໂດຍທາງໜ່ວຍງານຄົມມະນາຄົມດູໄບ (Roads and Transport Authority,RTA) ໄດ້ເຜີຍວ່າ ຈະເພີ່ມການໃຊ້ພາຫະນະໄຟຟ້າ ແລະ ພະລັງງານໄຮໂດຣເຈນ ສຳລັບລົດ ແລະ ລົດເມສາທາລະນະ, ລົດໂຮງຮຽນ, ລົດໂດຍສານ ໃຫ້ບັນລຸເປົ້າໄດ້ 100% ໃນປີ 2050 ເຊິ່ງແຜນດັ່ງກ່າວ ສາມາດລົດການປ່ອຍກາສເຮືອນແກ້ວໄດ້ຫຼາຍເຖິງ 8 ລ້ານໂຕນ.

ນອກຈາກນີ້ ຍັງມີການຂະຫຍາຍການໃຊ້ພະລັງງານສະອາດ ເຊັ່ນພະລັງງານແສງອາທິດສຳລັບຕຶກອາຄານຕ່າງໆອີກ. ກ່ອນໜ້ານີ້ ດູໄບໄດ້ປະກາດກົນລະຍຸດໃຊ້ພະລັງງານສະອາດ ໃນປີ 2015 ໂດຍມີເປົ້າໝາຍຜະລິດພະລັງງານໄດ້ 75% ຈາກແຫຼ່ງພະລັງງານໝຸນວຽນພາຍໃນ 2050.

ຂອບໃຈທີ່ມາ: https://cutt.ly/GnNKcW5

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/