5 ນັກການເມືອງ LGBTQ+ ທີ່ມີອິດທິພົນຫຼາຍທີ່ສຸດໃນໂລກ


  1. Pete Buttigieg, ລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງ ສະຫະລັດອາເມຣິກາ.
    ທ່ານ ພີດ ບຸດຕິແຈດສ (Pete Buttigieg) ອະດີດເຈົ້າເມືອງທີ່ມີຊື່ສຽງໃນເມືອງ ເຊົ້າເບັນ (South Bend) ໃນລັດອິນເດຍນາ, ສະຫະລັດອາເມລິກາ ໃນລະຫວ່າງປີ 2012 – 2020 ເຊິ່ງເພິ່ນໄດ້ອອກນະໂຍບາຍທີ່ຖືກຍ້ອງຍໍຫຼາຍຢ່າງ. ເມື່ອທ່ານ ໂຈ ໄບເດັນ ໄດ້ຮັບຕຳແໜ່ງປະທານາທິບໍດີ ກໍໄດ້ສະເໜີຊື່ໃຫ້ ພີດ ບຸດຕິແຈດສ ໃຫ້ເປັນ ລັດຖະມົນຕີກະຊວງໂທລະຄົມມະນາຄົມຂອງສະຫະລັດອາເມຣິກາ ໃນຖານະຜູ້ເຂົ້າຊິງຄະນະລັດຖະມົນຕີຊຸດທຳອິດໃນປະຫວັດສາດສະຫະລັດອາເມຣິກາທີ່ເປັນເກ (Gay) ຢ່າງເປີດເຜີຍ.
  1. Jens Spahn, ລັດຖະມົນຕີກະຊວງສາທາລະນະສຸກ ສະຫະພັນສາທາລະນະລັດ ເຢຍລະມັນ.
    ເຢນສ໌ ສະປັນ (Jens Spahn) ເປັນໜຶ່ງໃນນັກການເມືອງທີ່ມີຊື່ສຽງທີ່ສຸດໃນເຢຍລະມັນ ໂດຍມີຖານະເປັນລັດຖະມົນຕີກະຊວງສາທາລະນະສຸກຂອງເຢຍລະມັນເຊິ່ງເປັນປະເທດທີ່ມີປະຊາກອນຫຼາຍທີ່ສຸດໃນສະຫະພາບເອີຣົບ. ເພິ່ນເປັນທີ່ຍອມຮັບ ແລະ ຍ້ອງຍໍຫຼາຍ ໂດຍສະເພາະຜົນງານນະໂຍບາຍການຮັບມືກັບໄລຍະທີ່ມີການລະບາດເຊື້ອພະຍາດ COVID-19.
  1. Grant Robertson, ຮອງນາຍົກລັດຖະມົນຕີ ນິວຊີແລນ.
    ແກຣນ ໂຣເບີດສັນ (Grant Robertson) ຖືກແຕ່ງຕັ້ງໃຫ້ເປັນຮອງນາຍົກລັດຖະມົນຕີ ຫຼັງຈາກ ທ່ານ ຈາຊິນດາ ອາເດີນ (Jacinda Ardern) ຊະນະການເລືອກຕັ້ງໃນຖານະນາຍົກລັດຖະມົນຕີຂອງນິວຊີແລນ ຜູ້ທີ່ບຸກເບີກຄວາມຫຼາກຫຼາຍທາງເພດ (LGBTQ+) ຂອງຄະນະລັດຖະມົນຕີຄົນທຳອິດໃນປະຫວັດສາດນິວຊີແລນ.
  1. Xavier Bettel, ນາຍົກລັດຖະມົນຕີ ລຸກຊຳບວກ.
    ໃນປີ 2018 ເຊເວຍ ແບັດເທີນ (Xavier Bettel) ນາຍົກລັດຖະມົນຕີຜູ້ດຳລົງຕຳແໜ່ງຂອງລຸກຊຳບວກໄດ້ກາຍເປັນນາຍົກລັດຖະມົນຕີເກຄົນທຳອິດທີ່ເປີດເຜີຍໃນປະຫວັດສາດໂລກ ເຊິ່ງໄດ້ຮັບການເລືອກຕັ້ງເປັນສະໄໝທີ 2 ແລ້ວ. ເພິ່ນໄດ້ແຕ່ງງານໃນປີ 2015 ເຊິ່ງເປັນປີດຽວກັນທີ່ລຸກຊຳບວກ ອອກກົດໝາຍໃຫ້ສາມາດແຕ່ງງານເພດດຽວກັນໄດ້.
  1. Ana Brnabić, ນາຍົດລັດຖະມົນຕີ ເຊີເບຍ.
    ອານາ ບຣານາບີສ (Ana Brnabić ) ນາຍົກລັດຖະມົນຕີ ຍິງຮັກຍິງ (lesbian) ຄົນທຳອິດຂອງປະເທດເຊີເບຍ ແລະ ເປັນແມ່ຍິງຄົນທຳອິດທີ່ດຳລົງຕຳແໜ່ງນີ້. ນອກຈາກນັ້ນ, ໃນປີ 2017 ອານາ ໄດ້ເຂົ້າຮ່ວມຂະບວນແຫ່ສະຫຼອງຢ່າງພາກພູມໃຈທີ່ເພິ່ນໄດ້ຮັບຕຳແໜ່ງ ແລະ ຍັງເປັນຍິງຮັກຍິງຢ່າງເປີດເຜີຍຄົນທຳອິດຂອງປະເທດ.

ທີ່ມາ: https://bit.ly/3q59yeR

ພາບ: Consilium, Wikipedia

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/