ແຂວງຫຼວງພະບາງ ເຝົ້າລະວັງຮັບມືກັບໄພພິບັດນ້ຳຖ້ວມຢ່າງໃກ້ຊິດ ເພື່ອເປັນການປ້ອງກັນໄວ້ກ່ອນ


ເນື່ອງຈາກວ່າໃນປະເທດເຮົາໄລຍະນີ້ ຈາກທີ່ຫຼາຍຄົນໄດ້ເຫັນກັນວ່າ ພະຍາກອນກາດບໍ່ສົມດຸນ ເຊິ່ງບາງແຂວງກໍໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມຢ່າງໜັກໜ່ວງ ສ້າງຄວາມເສຍຫາຍນັບບໍ່ຖ້ວນ. ສະນັ້ນ ທາງແຂວງຫຼວງພະບາງ ຈຶ່ງເຫັນເຖິງຄວາມສຳຄັນກັບບັນຫາດັ່ງກ່າວນີ້ ທາງພາກສ່ວນທີ່ກ່ຽວຂ້ອງ ກໍໄດ້ຈັດກອງປະຊຸມປຶກສາຫາລືກັນ ເພື່ອເປັນການກັນໄວ້ຖ້າຫາກເກີດໄພພິບັດນ້ຳຖ້ວມຂຶ້ນ, ເຊິ່ງມີວິການ ແລະ ນະໂຍບາຍທີ່ໜ້າສົນໃຈ. ນອກຈາກນີ້ ທາງແຂວງຫຼວງພະບາງຍັງໄດ້ບໍລິຈາກລົດ ຫຼື ອຸປະກອນຕ່າງໆ ເຂົ້າໄປຊ່ວຍທາງແຂວງໄຊຍະບູລີອີກດ້ວຍ.

ໃນກອງປະຊຸມປຶກສາຫາລື ແມ່ນໄດ້ຈັດຂຶ້ນໃນວັນທີ 14 ມິຖຸນາ 2021 ທີ່ຜ່ານມາ, ມີຫຼາຍພາກສ່ວນໄດ້ເຂົ້າຮ່ວມເປັນຕົ້ນແມ່ນທ່ານ: ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫຼວງພະບາງ, ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ,​ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ, ພ້ອມຂະແໜງການຕ່າງໆ ທີ່ກ່ຽວຂ້ອງໄດ້ເຂົ້າຮ່ວມ.

ຄຳສັ່ງດ່ວນຂອງເຈົ້າແຂວງຫຼວງພະບາງ ໃນການເຝົ້າລະວັງການຮັບມືກັບໄພພິບັດນ້ຳຖ້ວມ, ພ້ອມໄດ້ມີຄຳເຫັນເນັ້ນໜັກໃຫ້ບັນດາຂະແໜງການທີ່ກ່ຽວຂ້ອງ ໂດຍສະເພາະພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ໜ່ວຍກູ້ໄພປະຈຳແຂວງ ແລະ ກອງບັນຊາການທະຫານ, ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ ໃຫ້ກຽມພ້ອມໄວ້ນຳກັນ.

ຂໍ້ມູນຈາກ: https://web.facebook.com/luangprabangnews/posts/344975056976945

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/