Techlife Robot Vacuum ເຄື່ອງດູດຝຸ່ນອັດສະລິຍະ ທີ່ສາມາດສັ່ງດ້ວຍ Google Assistant


TechLife Robot Vacuum ເປັນເຄື່ອງດູດຝຸ່ນອັດສະລິຍະຈາກ realme ທີ່ເຕັມໄປດ້ວຍນະວັດຕະກຳສຸດລ້ຳສະໄໝ ບໍ່ວ່າຈະເປັນເຊັນເຊີ LiDAR ທີ່ສາມາດສະແກນພື້ນທີ່ອ້ອມຂ້າງ ແລ້ວນຳມາສ້າງເປັນແຜນທີ່ 3D ພ້ອມຍັງສາມາດເຊື່ອມຕໍ່ສັ່ງການຜ່ານ Google Assistant ແລະ Alexa ໃນສະມາດໂຟນ Android ໄດ້.

ເທັກໂນໂລຢີ LiDAR ທີ່ເປັນເຊັນເຊີ 3 ມິຕິ ທີ່ໃສ່ມາໃນເຄື່ອງດູດຝຸ່ນ TechLife Robot Vacuum ນີ້ ເຮັດໃຫ້ການດູດຝຸ່ນມີຄວາມສະດວກ ພ້ອມທັງມີທິດທາງທີ່ຊັດເຈນ ເພາະເຄື່ອງດູດຝຸ່ນຈະສາມາດຮັບຮູ້ຂອບເຂດການເຮັດວຽກ ພ້ອມທັງກວດຈັບສິ່ງກີດຂວາງ ແບບ Real-Time ໄດ້.

TechLife Robot Vacuum ສາມາດກວດຈັບສະພາບພື້ນຜິວ ພ້ອມກັບແຍກແຍະວັດສະດຸຂອງພື້ນໄດ້ບໍ່ວ່າຈະເປັນ ພື້ນເບຕົງ, ພື້ນກະໂລ້, ພື້ນທີ່ປູດ້ວຍພົມ ແລະ ອື່ນໆ ເພື່ອປັບສະພາບແຮງດຶງດູດ ແລະ ເວລາ ໃຫ້ເຂົ້າກັບພື້ນຜິວຕ່າງໆແບບອັດຕະໂນມັດໄດ້, ມີລະດັບຄວາມແຮງດູດໃຫ້ປັບໄດ້ເຖິງ 4 ລະດັບເຊິ່ງເລີ່ມຕັ້ງແຕ່ 500Pa, 1200Pa, 2500Pa ແລະ ລະດັບແຮງສຸດຢູ່ທີ່ 3000Pa.

ສາມາດນຳໃຊ້ຕິດຕໍ່ກັນໄດ້ດົນສຸດ 300ນາທີ ດ້ວຍແບັດເຕີຣີ 5200mAh ນອກຈາກນີ້ຍັງສາມາດແລ່ນກັບໄປຫາບ່ອນສາກແບັດເຕີຣີໄດ້ດ້ວຍຕົນເອງກໍລະນີແບັດກຳລັງຈະໝົດ.

ແລະອີກຢ່າງໜຶ່ງທີ່ເປັນຈຸດເດັ່ນກໍຄື ເຮົາສາມາດນຳໃຊ້ຜູ້ຊ່ວຍອັດສະລິຍະໃນມືຖືຢ່າງເຊັ່ນ: Google Assistant ແລະ Alexa ໃນການສັ່ງການຫຸ່ນຍົນດູດຝຸ່ນໄດ້ ດ້ວຍຄຳສັ່ງພື້ນຖານພຽງແຕ່ “Hey Google”, “Start the Robot” – ສຳລັບ Alexa ກໍຈະເປັນ “Alexa, Turn on the robot” ພຽງເທົ່ານີ້ TechLife Robot Vacuum ກໍຈະແລ່ນອອກຈາກຖານສາກໄປເຮັດວຽກຂອງມັນ.

ສາມາດສັ່ງຈອງ realme TechLife Robot Vacuum ໄດ້ຜ່ານທາງ AliExpress ໂດຍລາຄາຢູ່ທີ່ $359.

ຂໍຂອບໃຈຂໍ້ມູນຈາກ :
https://www.realme.com/eu/realme-techlife-robot-vacuum
https://droidsans.com/realme-announced-techlife-robot-vacuum/

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/