ໂຮງໝໍຈຸລາລົງກອນ ເລີ່ມທົດລອງ “ChulaCov19” ວັກຊີນສັນຊາດໄທຍີ່ຫໍ້ທຳອິດ


ໂຮງໝໍຈຸລາລົງກອນ, ສະພາກາຊາດໄທ, ຄະນະແພດສາດ ມະຫາວິທະຍາໄລ ຈຸລາລົງກອນ ແລະ ສູນວິໄຈວັກຊີນ ຄະນະເເພດສາດ ມະຫາວິທະຍາໄລຈຸລາລົງກອນ ໄດ້ຮ່ວມກັນທົດສອບການສັກວັກຊີນໃຫ້ກັບອາສາສະໝັກຜູ້ທີ່ຜ່ານການຄັດກອງທີ່ມີສຸຂະພາບດີໄລຍະທຳອິດ ແລະ ຕໍ່ເນື່ອງເປັນໄລຍະທີສອງ ເພື່ອສັງເກດການຕອບສະໜອງຂອງພູມຕ້ານທານ ຕໍ່ວັກຊີນ ChulaCov19

ທ່ານ ສຸດທິພົງ ວັດຊະລະສິນທຸ, ຜູ້ອຳນວຍການໂຮງໝໍຈຸລາລົງກອນ ເປີດເຜີຍວ່າ ການພັດທະນາວັກຊີນ ChulaCov19 ໃນວັນທີ 14 ມິຖຸນາ ປີ 2021 ນີ້ ເປັນມື້ທຳອິດທີ່ທົດສອບໃນອາສາສະໝັກ ຫຼື ໃນຄົນ ເປັນໄລຍະທຳອິດ ແລະ ໄລຍະທີສອງ ພາຍໃຕ້ການຄວບຄຸມດູແລຈາກຫຼາຍພາກສ່ວນ ຮ່ວມກັບແພດຜູ້ຊ່ຽວຊານ ຂອງສູນວິໄຈວັກຊີນຢ່າງໃກ້ຊິດ ເພື່ອໃຫ້ປະຊາຊົນມີຄວາມໝັ້ນໃຈ ແລະ ເຊື່ອໝັ້ນໃນຄວາມປອດໄພຂອງການທົດສອບສັກວັກຊີນ.

ກ່ອນໜ້ານັ້ນ, ທາງທີມວິໄຈໄດ້ທົດລອງສັກວັກຊີນ ກັບໜູ ແລະ ລີງມາກ່ອນ ເຊິ່ງພົບວ່າ ຢາສາມາດປ້ອງກັນເຊື້ອໄວຣັສບໍ່ໃຫ້ເຂົ້າສູ່ກະແສເລືອດ ແລະ ສ້າງພູມຕ້ານທານສູງ ຖືວ່າປະສົບຜົນສຳເລັດ ຈຶ່ງນຳມາສູ່ການຜະລິດ ແລະ ທົດສອບທາງຄີນິກໄລຍະທີ 1 ໃຫ້ກັບອາສາສະໝັກ ໂດຍແບ່ງການທົດສອບກັບ ຄົນ 72 ຄົນ: ກຸ່ມທຳອິດ ຢູ່ໃນກຸ່ມອາຍຸ 18 – 55 ປີ 36 ຄົນ ແລະ ກຸ່ມທີ່ສອງ  ຢູ່ໃນກຸ່ມອາຍຸ 65 – 75ປີ 36 ຄົນ.

ໃນສອງກຸ່ມດັ່ງກ່າວກໍແບ່ງອອກເປັນກຸ່ມຍ່ອຍອີກຄື ມີກຸ່ມທີ່ສັກ 10 ໄມໂຄກຣາມ, 25 ໄມໂຄຣກຣາມ ແລະ 50 ໄມໂຄກຣາມ ເພື່ອສັງເກດເບິ່ງວ່າ ວັກຊີນຈະມີປະສິດທິພາບສູງທີ່ປະລິມານເທົ່າໃດ ເພາະປັດຈຸບັນ ວັກຊີນ ໂມເດີນາ ແມ່ນໃຊ້ໃນປະລິມານ 100 ໄມໂຄຣກຣາມ.

ທີ່ມາ: https://www.pptvhd36.com/news/สุขภาพ/149431

ພາບ: the standard, pptvhd36

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/