3 ປັດໄຈ ທີ່ Bill Gates ທຳນາຍວ່າ 2021 ຈະດີກວ່າ 2020 ຢ່າງແນ່ນອນ


ເກືອບ 6 ປີກ່ອນ ເມື່ອວັນທີ 18 ມີນາ 2015 ເທິງເວທີ TED Talks, ບິວ ເກດ ມະຫາເສດຖິໃຈບຸນ ແລະ ຜູ້ຮ່ວມກໍ່ຕັ້ງ “Microsoft” ໄດ້ທຳນາຍເອົາໄວ້ວ່າ “ສິ່ງທີ່ມະນຸດຄວນຢ້ານແທ້ໆ ບໍ່ແມ່ນສົງຄາມນິວເຄລຍ ແຕ່ເປັນໂຣກລະບາດ” ບິວ ເກດ ໄດ້ເວົ້າຊ້ຳຫຼາຍຄັ້ງວ່າ “ເຮົາຈະພົບກັບການລະບາດຄັ້ງໃຫຍ່ທີ່ເຮົາພ້ອມທີ່ຈະຮັບມືກັບມັນ” ເຊິ່ງສຸດທ້າຍແລ້ວສິ່ງທີ່ລາວໄດ້ເວົ້າກໍກາຍເປັນຈິງໃນປີ 2020 ທີ່ໂລກຕ້ອງພົບກັບການແຜ່ລະບາດຂອງໂຣກໂຄວິດ-19 ທີ່ຂ້າຊີວິດໄປກວ່າ 1.6 ລ້ານຄົນ.

ຕອນນີ້ ບິວ ເກດ ໄດ້ອອກມາທຳນາຍຊະຕາຂອງມະນຸດໃນປີ 2021 ອີກຄັ້ງ ລາວກ່າວວ່າ “ປີ 2021 ຈະເປັນປີທີ່ດີກວ່າ 2020 ແນ່ນອນ ເພາະໃນວິກິດຂອງໂຣກລະບາດ ໄດ້ເຮັດໃຫ້ໂລກສ້າງສັນຄວາມກ້າວໜ້າທາງວິທະຍາສາດຂຶ້ນມາຢ່າງຫຼວງຫຼາຍ”

“ຕອນທີ່ຂ້ອຍອ່ານເຖິງຄວາມໄວຂອງການກ້າວໜ້າທາງວິທະຍາສາດໃນປີ 2020 ຂ້ອຍເຖິງກັບຕະລຶງໄປເລີຍ” ບິວ ເກດ ຂຽນເຖິງຄວາມຮູ້ສຶກຂອງລາວໃນບົດຄວາມສ່ວນຕົວ.

“ມະນຸດບໍ່ເຄີຍມີພັດທະນາການທາງວິທະຍາສາດຕໍ່ເຊື້ອໂຣກພາຍໃນປີດຽວເທົ່າກັບໂຄວິດ-19 ພາຍໃນປີນີ້ ໃນສະຖານະການປົກກະຕິແລ້ວ ການພັດທະນາວັກຊີນມານັ້ນອາດຈະໃຊ້ເວລາເປັນ 10 ປີ ແຕ່ກາຍເປັນວ່າມີວັກຊີນຫຼາຍຕົວທີ່ຜະລິດຂຶ້ນມາພາຍໃນປີດຽວ.

ບິວ ເກດ ໄດ້ບອກເຖິງ 3 ປັດໄຈທີ່ລາວເຊື່ອວ່າຈະເປັນຕົວແປສຳຄັນທີ່ເຮັດໃຫ້ປີ 2021 ຈະເປັນ “ປີທີ່ດີຂຶ້ນ” ວ່າ:

  1. ວັກຊີນ 2 ຕົວປະສົບຄວາມສຳເລັດ ດັ່ງນັ້ນວັກຊີນອີກຫຼາຍຕົວຍ່ອມມີແນວໂນ້ມທີ່ຈະໃຊ້ໄດ້ຜົນເຊັ່ນກັນ: ເພາະວ່າວັກຊີນ 2 ຕົວທີ່ຜະລິດໂດຍ Pfizer ແລະ Moderna ນັ້ນໄດ້ຮັບການທົດລອງວ່າໄດ້ຜົນເປັນຢ່າງຍິ່ງແລະປອດໄພແທ້ໆ ໃນການປ້ອງກັນໂຣກໂຄວິດ-19 ໂດຍທີ່ວັກຊີນເຫຼົ່ານີ້ຈະເລັງໄປທີ່ຜິວໂປຣຕີນຂອງໄວຣັດເປັນປັດໄຈສຳຄັນ ເພາະສະນັ້ນ, ວັກຊີນໃດທີ່ມີລັກສະນະຄືກັນໃນຂໍ້ນີ້ກໍມີແນວໂນ້ມທີ່ຈະປະສົບຄວາມສຳເລັດໃນການປ້ອງກັນເຊັ່ນດຽວກັນ
  1. ຫຼາຍບໍລິສັດ ແລະ ນານາປະເທດໄດ້ຮຽນຮູ້ທີ່ຈະເຮັດວຽກຮ່ວມກັນ: ເພາະວ່າຄວາມຮ້າຍແຮງຂອງໂຄວິດ-19 ນັ້ນຕ້ອງການຄວາມເລັ່ງດ່ວນໃນການຮັບມື ບໍລິສັດຕ່າງໆທີ່ປົກກະຕິມຸ່ງແຂ່ງຂັນກັນ ໄດ້ເຮັດວຽກຮ່ວມກັນຢ່າງເຕັມໃຈ ແລະ ຫ້າວຫັນ

ຍົກຕົວຢ່າງບໍລິສັດຜູ້ຜະລິດວັກຊີນທີ່ໃຫຍ່ທີ່ສຸດຂອງໂລກຢ່າງ Serum Institute ຂອງອິນເດຍ ກຳລັງຜະລິດວັກຊີນໃຫ້ກັບ AstraZeneca (ບໍລິສັດຢາສັນຊາດອັງກິດ-ສະວີເດັນ)

ນອກຈາກນັ້ນປະເທດຕ່າງໆ ກໍຕ້ອງຮ່ວມມືກັນຝ່າວິກິດນີ້ໄປດ້ວຍກັນ ເຊິ່ງເປັນສັນຍານທີ່ດີສຳຫຼັບອະນາຄົດຂ້າງໜ້າ ໂດຍບິວ ເກດ ເສີມວ່າ ການຮ່ວມມືລະຫວ່າງປະເທດພາຍໃຕ້ຄວາມໂກລາຫົນນີ້ຈະເປັນກ້າວສຳຄັນໃນການຮັບມືກັບບັນຫາທີ່ສຳຄັນທີ່ສຸດແຫ່ງຍຸກ ນັ້ນກໍຄື “ການປ່ຽນແປງສະພາບທາງພູມອາກາດ” (Climate Change)

  1. ການກວດຫາໂຣກໂຄວິດ-19 ທີ່ບໍ່ສະບາຍຕົວ ຈະກາຍເປັນສິ່ງຫຼ້າຫຼັງ

ບິວ ເກດ ເປັນໜຶ່ງໃນຄົນທີ່ວິຈານການກວດຫາເຊື້ອໂຄວິດໃນສະຫະລັດອາເມຣິກາມາຕະຫຼອດ ເພາະວ່າຕ້ອງຖ້າເປັນເວລາຫຼາຍມື້ ກວ່າຈະໄດ້ຜົນກວດ ແລະ ມັນເປັນສິ່ງທີ່ “ໄຮ້ສາລະ”

ແຕ່ຕອນນີ້ ນະວັດຕະກຳກວດຫາເຊື້ອໂຣກໄດ້ພັດທະນາຂຶ້ນຫຼາຍ ໂດຍໃຫ້ຄົນທີ່ມີຄວາມສ່ຽງສາມາດເກັບຕົວຢ່າງກວດຫາໂຣກໄດ້ດ້ວຍຕົວເອງ ດ້ວຍການກວາດເຊັດປາຍດັງຂອງຕົວເອງພຽງເທົ່ານັ້ນ ແທນທີ່ຈະເປັນການໃຫ້ບຸກຄົນອື່ນໃຊ້ສຳລີກວາດເລິກເຂົ້າໄປພາຍໃນໂພງຮູດັງ

ສຳລັບໃຜທີ່ເຄີຍໄດ້ຮັບການທົດສອບຊ່ອງດັງ (Nasopharyngeal Test) ເຊິ່ງເປັນວິທີການກວດຫາເຊື້ອໄວຣັດໂຄໂຣນ້າໃນປັດຈຸບັນມາແລ້ວ ຈະຮູ້ວ່າວິທີນີ້ເຮັດໃຫ້ຜູ້ຖືກກວດມີອາການໄອຫຼືຈາມໄດ້ ເຊິ່ງມີແຕ່ຈະເພີ່ມຄວາມສ່ຽງໃຫ້ບຸກຄະລາກອນທາງການແພດທີ່ເຮັດການກວດ

ບິວ ເກດ ເສີມປິດທ້າຍວ່າ “ດ້ວຍໂຊກອີກບໍ່ເທົ່າໃດ ວັນແຫ່ງການແຍ່ໄມ້ເຂົ້າໄປກວດແບບນີ້ຈະຈົບໄປໃນທີ່ສຸດ”

ທີ່ມາ: