ວັນຕັບອັກເສບໂລກ

28 ກໍລະກົດ ຂອງທຸກໆປີ ແມ່ນກົງກັບວັນຕັບອັກເສບໂລກ ເພື່ອຄຳນຶງເຖິງບັນຫາຕັບອັກເສບ ບີ ແລະ ຕັບອັກເສບ ຊີ ລວມໄປເຖິງສົ່ງເສີມການປ້ອງກັນ ແລະ ການປິ່ນປົວທົ່ວໂລກ.

ປັດຈຸບັນ ມີປະຊາກອນເຖິງ 500 ລ້ານຄົນ ທີ່ປ່ວຍເປັນຕັບອັກເສບ ບີ ແລະ ຕັບອັກເສບ ຊີ ຫຼື ຄິດເປັນ 1 ໃນ 12 ຂອງປະຊາກອນໂລກ.

ຖ້າບໍ່ໄດ້ຮັບການປິ່ນປົວ ມັນຈະນຳໄປສູ່ໂຣກຕັບແຂງ ຫຼື ພາວະແຊກຊ້ອນອື່ນໆໄດ້. ໃນທຸກໆປີ ມີຄົນເສຍຊີວິດຈາກຕັບອັກເສບ ບີ ແລະ ຊີ ຫຼາຍເຖິງ 1.5 ລ້ານຄົນ ເຊິ່ງຫຼາຍກວ່າຄົນທີ່ເສຍຊີວິດຈາກ HIV ອີກ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ