ລົດໄຟຟ້າ

ລົດໄຟຟ້າເອີ້ນໄດ້ວ່າເປັນອີກໜຶ່ງພາຫະນະທີ່ອໍານວຍຄວາມສະດວກໃຫ້ແກ່ມະນຸດເຮົາໄດ້ຫຼາຍຢ່າງ ບໍ່ວ່າຈະເປັນການເດີນທາງທັງໃນ ແລະ ນອກປະເທດ, ການຂົນສົ່ງສິນຄ້າ ຫຼື ການເຮັດທຸລະກິດຕ່າງໆ. ນອກເໜືອຈາກປະໂຫຍດຕ່າງໆທີ່ກ່າວມາແລ້ວ ມັນຍັງມີອີກຢ່າງໜຶ່ງທີ່ເຮັດໃຫ້ຫຼາຍຄົນເລືອກເດີນທາງດ້ວຍລົດໄຟຟ້າ ນັ້ນກໍຄືລະບົບການບໍລິການນັ້ນເອງ.
ສະນັ້ນແລ້ວ ມື້ນີ້ເຮົາຈະພາມາສ່ອງ 10 ປະເທດ ທີ່ມີລະບົບລົດໄຟຟ້າທີ່ດີທີ່ສຸດໃນໂລກ ເຊິ່ງມີລົດໄຟຟ້າຂອງປະເທດໃດແດ່ເຮົາມາເບິ່ງນໍາກັນເລີຍ.

ລົດໄຟຟ້າ



ໂດຍການຈັດອັນດັບນີ້ແມ່ນອ້າງອີງຈາກຫຼາຍປັດໄຈທີ່ແຕກຕ່າງກັນນັບຕັ້ງແຕ່ ການປ່ອຍແກ໊ສ CO2, ການຕິດປ້າຍບອກທາງໃນສະຖານີທີ່ມີປະສິດທິພາບ, ການຄວບຄຸມສະພາບອາກາດພາຍໃນສະຖານີໄດ້ດີ, ການຈັດສັນລະບົບການບໍລິການຕ່າງໆ ເຊັ່ນ: ມີລະບົບປະຕິບັດການທີ່ປອດໄພ ແລະອໄດ້ປະສິດທິພາບ, ມີສິ່ງອໍານວຍຄວາມສະດວກໃຫ້ຜູ້ມາໃຊ້ງານ ລວມໄປຮອດມີການຈັດເກັບສາຍໄຟຟ້າທີ່ມີຄວາມປອດໄພພຽງພໍ.

ຈາກການຈັດອັນດັບໃນຄັ້ງນີ້:
ອັນດັບ 1 ຕົກເປັນຂອງລະບົບລົດໄຟຟ້າຂອງ ຮ່ອງກົງ ເນື່ອງຈາກຄວາມທັນສະໄໝ, ຈໍາໜ່າຍປີ້ລົດໄຟຟ້າດ້ວຍລະບົບອັດຕະໂນມັດ ທີ່ສຳຄັນບໍ່ຕ້ອງໄປແຫຍ້ກັນຊື້ປີ້ ແລະ ມີເຊັນເຊີ້ອັດສະລິຍະແຈ້ງເວລາລົດໄຟຟ້າເຂົ້າ-ອອກ.

ລົດໄຟຟ້າ



ຕໍ່ມາດ້ວຍອັນດັບ 2 ແມ່ນລະບົບລົດໄຟຟ້າໃຕ້ດິນຂອງນະຄອນລອນດອນ ປະເທດອັງກິດ ທີ່ມີເຄື່ອງປັບອາກາດ, WiFi ແລະ ມີລະບົບຊໍາລະເງິນທີ່ທັນສະໄໝຫຼາຍ.

ລົດໄຟຟ້າ



ສ່ວນອັນດັບ 3 ແມ່ນລະບົບລົດໄຟຟ້າໃຕ້ດິນຂອງນະຄອນໂຕກຽວ ຍີ່ປຸ່ນ, ມີຈຸດເດັ່ນພິເສດຄືເປັນລະບົບລົດໄຟຟ້າໃຕ້ດິນທີ່ຊື່ກົງທີ່ສຸດໃນໂລກ.
ຕາມມາດ້ວຍອັນ 4 ຄືສະຖານີລົດໄຟຟ້າໃຕ້ດິນຂອງນະຄອນມອສໂກ ປະເທດຣັດເຊຍ. ອັນດັບ 5 ລົດໄຟຟ້າໃຕ້ດິນຂອງນະຄອນໂຊລ ເກົາຫຼີໃຕ້, ອັນດັບ 6 ລົດໄຟຟ້າ MRT ຂອງສິງກະໂປ, ອັນດັບ 7 ລົດໄຟຟ້າໃຕ້ດິນຂອງນະຄອນປາຣີສ ຝຣັ່ງ, ອັນດັບ 8 ລົດໄຟຟ້າໃຕ້ດິນຂອງນະຄອນນິວຢອກ ສະຫະລັດອາເມຣິກາ, ອັນດັບ 9 ລົດໄຟຟ້າຂອງນະຄອນສະຕັອກໂຮມ ສະວີເດັນ ແລະ ອັນດັບ 10 ລະບົບລົດໄຟຟ້າໃຕ້ດິນຂອງນະຄອນເອເທນສ໌ ປະເທດກຣີຊ.

ລົດໄຟຟ້າ



ຂອບໃຈຂໍ້ມູນຈາກ: https://cutt.ly/kZoex5H

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ