ລັດຖະບານມຽນມາ

ສືບເນື່ອງຈາກລັດຖະບານມຽນມາໄດ້ປະຫານນັກເຄື່ອນໄຫວທາງການເມືອງເພື່ອປະຊາທິປະໄຕຈໍານວນ 4 ຄົນເມື່ອວັນຈັນທີ່ຜ່ານມາ (25 ກໍລະກົດ) ໂດຍບໍ່ມີການຊີ້ແຈງແບບຊັດເຈນ ຈົນເຮັດໃຫ້ປະຊາຄົມໂລກອອກມາວິພາກວິຈານກັນຢ່າງຫຼວງຫຼາຍເຖິງຄວາມໄຮ້ມະນຸດສະທໍາ ຈົນເຮັດໃຫ້ມື້ວານນີ້ (26 ກໍລະກົດ) ຊໍ ມິນ ຕຸນ ໂຄສົກຝ່າຍລັດຖະບານມຽນມາອອກມາຊີ້ແຈງຢ່າງເປັນທາງການກ່ຽວກັບກໍລະນີດັ່ງກ່າວແລ້ວ.

ລັດຖະບານມຽນມາ

ສຳນັກຂ່າວຕ່າງປະເທດໄດ້ລາຍງານຄໍາເວົ້າຂອງໂຄສົກລັດຖະບານມຽນມາ ໂດຍຄໍາຊີ້ແຈງດັ່ງກ່າວແມ່ນເປັນການປົກປ້ອງກໍລະນີການປະຫານຊີວິດທີ່ເກີດຂຶ້ນວ່າ ບໍ່ແມ່ນການກະທໍາທີ່ເປັນເລື່ອງສ່ວນຕົວແຕ່ຢູ່ພາຍໃຕ້ກົດໝາຍ ແລະຈໍາເລີຍທັງ 4 ຄົນກໍໄດ້ຮັບໂອກາດໃຫ້ຊີ້ແຈງເພື່ອຕໍ່ສູ້ຄະດີດ້ວຍຕົນເອງແລ້ວ.

ຊໍ ມິນ ຕຸນ ຍັງຍໍ້າວ່າ ການກະທໍາດັ່ງກ່າວເປັນສິ່ງທິີ່ຖືກກົດໝາຍ ແລະທີ່ເຮັດລົງໄປກໍແມ່ນໃນນາມຂອງ ‘ຄວາມຍຸຕິທໍາຂອງປະຊາຊົນ’. ນອກຈາກນີ້ ໂຄສົກລັດຖະບານກ່າວອີກວ່າທາງລັດຖະບານມຽນມາຮັບຊາບດີຢູ່ແລ້ວວ່າ ການປະຫານຊີວິດທີ່ເກີດຂຶ້ນນີ້ແມ່ນຈະຕ້ອງກໍ່ໃຫ້ເກີດສຽງວິພາກວິຈານຕາມມາ.

ລັດຖະບານມຽນມາ

ສໍາລັບນັກເຄື່ອນໄຫວທາງການເມືອງຈໍານວນ 4 ຄົນທີ່ຖືກປະຫານຊີວິດໃນວັນທີ 25 ກໍລະກົດ 2022 ທີ່ຜ່ານມານັ້ນລວມມີ ຢໍ່ ມິນ ຢູ ຫຼືຮູ້ຈັກກັນໃນນາມ “ໂກ ຈິມມີ່” ເຊິ່ງເປັນແກນນໍານັກເຄື່ອນໄຫວເພື່ອປະຊາທິປະໄຕຄົນສໍາຄັນຂອງມຽນມາ ແລະ ພະໂຍ ຈີຍາ ຕໍ ອະດີດສິລະປິນ ແລະ ອະດີດຜູ້ແທນລາສະດອນພັກ NLD ຮ່ວມຢູ່ນໍາ.

ລັດຖະບານມຽນມາ

ຈາກກໍລະນີດັ່ງກ່າວ ເຮັດໃຫ້ເກີດການເຄື່ອນໄຫວຈາກລັດຖະບານຂອງຫຼາຍປະເທດ ເຊັ່ນສະຫະລັດອາເມຣິກາກໍໄດ້ອອກມາກ່າວປະນາມການກະທໍາດັ່ງກ່າວ ພ້ອມກັບກຽມພິຈາລະນາລົງໂທດມຽນມາຢ່າງຈິງຈັງ. ນອກຈາກນີ້ ຍັງມີອົງການລະຫວ່າງປະເທດຕ່າງໆ, ASEAN ກໍໄດ້ອອກມາກ່າວວ່າຮູ້ສຶກຜິດຫວັງຢ່າງໃຫຍ່ຫຼວງກັບການກະທຳດັ່ງກ່າວ, ຢູ່ທີ່ປະເທດໄທ ປະຊາຊົນຊາວມຽນມາກໍໄດ້ອອກມາລວມຕົວກັນປະທ້ວງຕໍ່ໜ້າສະຖານທູດມຽນມາປະຈຳປະເທດໄທ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ