ມາຮອດມື້ນີ້ ສະຖານະການຄວາມເຄັ່ງຕຶງລະຫວ່າງ ສປ ຈີນ ກັບ ສະຫະລັດ ອາເມຣິກາ ກ່ຽວກັບ ໄຕ້ຫວັນ ເບິ່ງຄືວ່າຍັງບໍ່ມີຄວາມຜ່ອນຄາຍລົງເລີຍ ເພາະຫຼ້າສຸດ ທາງການຈີນ ໄດ້ອອກມາເຕືອນວ່າ ອາດເກີດຜົນທີ່ຮ້າຍແຮງ ຖ້າວ່າ ແນນຊີ ໂພໂລຊີ (Nancy Pelosi’s) ປະທານຜູ້ແທນສະພາ ແຫ່ງສະຫະລັດ ອາເມຣິກາ ຕັດສິນໃຈມາຢາມໄຕ້ຫວັນໃນອີກ 2-3 ອາທິດທາງໜ້ານີ້.

ຄວາມສຳພັນທີ່ນັບມື້ນັບແໜ້ນແຟ້ນຂຶ້ນຂອງ ສະຫະລັດ ອາເມຣິກາ ແລະ ໄຕ້ຫວັນນັ້ນ ໄດ້ສ້າງຄວາມບໍ່ພໍ່ໃຈໃຫ້ກັບທາງລັດຖະບານຈີນເປັນຢ່າງຍິ່ງ ເນື່ອງຈາກວ່າຈີນເບິ່ງວ່າໄຕ້ຫວັນເປັນສ່ວນໜຶ່ງຂອງພວກເຂົາ ເຖິງວ່າໄຕ້ຫວັນຈະມີສິດໃນການປົກຄອງຕົນເອງກໍຕາມ. ໂດຍທາງການຈີນປະກາດວ່າ ອາດຈະຕ້ອງ ລວມໄຕ້ຫວັນ ໂດຍການໃຊ້ກຳລັງຫາກຈຳເປັນ.

ໂດຍທາງການຈີນລະບຸວ່າ ສະຫະລັດ ອາເມຣິກາ ຈະຕ້ອງເປັນຜູ້ຮັບຜິດຊອບ ຖ້າເກີດຜົນທີ່ຮ້າຍແຮງຂຶ້ນ ຖ້າສະຫະລັດ ອາເມຣີກາຢືນຢັນທີ່ຈະເດີນທາງມາຢາມໄຕ້ຫວັນແທ້ໆ ທາງການຈີນຈະບໍ່ຍອມຢູ່ລ້າໆ ໂດຍຈະໃຊ້ມາດຕະການເດັດຂາດຈັດການກັບການແຊກແຊງຈາກພາຍນອກປະເທດ ແລະ ຄວາມພະຍາຍາມໃນການຈະປະກາດເອກະລາດຂອງໄຕ້ຫວັນ.

ສ່ວນໜຶ່ງໃນເຫດຜົນສຳຄັນທີ່ ນາງ ແນນຊີ ໂພໂລຊີ ຕ້ອງການເດີນທາງມາຢາມໄຕ້ຫວັນ ກໍຄືເພື່ອສະແດງການສະໜັບສະໜູນຈຸດຍືນຂອງໄຕ້ຫວັນ ແລະ ກະຊັບຄວາມສຳພັນຂອງສະຫະລັດ ອາເມຣິກາ ແລະ ໄຕ້ຫວັນ ໃຫ້ມີຄວາມແໜ້ນແຟ້ນຍິ່ງຂຶ້ນ. ໂດຍຕະຫຼອດເສັ້ນທາງການເມືອງຂອງ ນາງ ແນນຊີ ໂພໂລຊີ ແມ່ນລາວວິພາກວິຈານທາງການຈີນມາຕະຫຼອດ ໂດຍສະເພາະປະເດັນເລື່ອງກ່ຽວກັບການລະເມີດສິດທິມະນຸດ ຂອງລັດຖະບານຈີນ.

ນອກຈາກນີ້ ນາງ ແນນຊີ ໂພໂລຊີ ຍັງເນັ້ນຍໍ້າໃຫ້ ທາງສະຫະລັດ ອາເມຣິກາ ລວມເຖິງ ປະຊາຄົມໂລກ ຈະຕ້ອງສະໜັບສະໜູນໄຕ້ຫວັນ ເພາະໄຕ້ຫວັນອາດຕົກຢູ່ໃນພາວະສ່ຽງເຊັ່ນດຽວກັນກັບ ຢູເຄຣນ ທີ່ກຳລັງປະເຊີນຢູ່ໃນປັດຈຸບັນນີ້. ຖ້າຫາກວ່າ ແນນຊີ ໂພໂລຊີ ເດີນທາງມາຢາມໄຕ້ຫວັນແທ້ ລາວຈະເປັນຜູ້ນຳລະດັບສູງຂອງ ສະຫະລັດ ອາເມຣິກາ ຄົນທຳອິດ ທີ່ມາຢຽບແຜ່ນດິນໄຕ້ຫວັນ ນັບຕັ້ງແຕ່ປີ 1997.

ຢ່າງໃດກໍຕາມ ການເດີນທາງຄັ້ງນີ້ ບໍ່ແມ່ນຈີນຝ່າຍດຽວທີ່ບໍ່ຢາກໃຫ້ເກີດຂຶ້ນ ເພາະບໍ່ວ່າຈະທາງກອງທັບ ອາເມຣິກາ ຫຼື ທຳນຽບຂາວເອງ ຕ່າງກໍພະຍາຍາມລົດແຮງຈູງໃຈໃນການເດີນທາງມາຢາມໄຕ້ຫວັນຂອງ ແນນຊີ ໂພໂລຊີ ເພື່ອບໍ່ໃຫ້ສະຖານະການລະຫວ່າງສະຫະລັດ ອາເມຣິກາ ແລະ ຈີນ ເຄັ່ງຕຶງໄປກວ່ານີ້ອີກ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ