ພາກໃຕ້

ທ່ານ ອ໋ອງຄໍາ ຄູນສະໄໝ ຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ແຂວງອັດຕະປື ໄດ້ລາຍງານ ຕໍ່ກອງປະຊຸມສະຫຼຸບວຽກງານ ຖວທ ແຂວງ ປະຈໍາ 6 ເດືອນຕົ້ນປີ ຂຶ້ນທີ່ຫ້ອງປະຊຸມພະແນກດັ່ງກ່າວເມື່ອບໍ່ດົນມານີ້ວ່າ: ໃນໄລຍະ 6 ເດືອນຕົ້ນປີ ຢູ່ພາຍໃນແຂວງອັດຕະປື ໄດ້ມີນັກທ່ອງທ່ຽວເຂົ້າມາທ່ຽວທັງໝົດ 24,265 ຄົນ, ສ່ວນໃຫຍ່ແມ່ນນັກທ່ອງທ່ຽວພາຍໃນປະເທດ, ເມື່ອທຽບໃສ່ແຜນການປີບັນລຸໄດ້ 26% ແລະ ສາມາດກະຈາຍລາຍໄດ້ຈາກການທ່ອງທ່ຽວໄດ້ຫຼາຍກວ່າ 8 ຕື້ກີບ, ພ້ອມດຽວກັນຍັງໄດ້ເອົາໃຈໃສ່ປັບປຸງ ແລະ ພັດທະນາການທ່ອງທ່ຽວຂອງແຂວງຢ່າງຕໍ່ເນື່ອງ ແລະ ມີຈຸດສຸມ. ໃນນີ້, ໄດ້ສໍາເລັດການຜ່ານແບບເບື້ອງຕົ້ນຂອງໂຄງການພັດທະນາພູສະພອງ, ຜ່ານແບບແນວຄວາມຄິດການພັດທະນາແຫຼ່ງທ່ອງທ່ຽວເຂດບ້ານຕຳມໍຢອດ ເມືອງສະໜາມໄຊ,  ສໍາເລັດການສ້າງແຜນຟື້ນຟູການທ່ອງທ່ຽວຂອງແຂວງ ຫຼັງການລະບາດຂອງພະຍາດໂຄວິດ-19. ສ່ວນໃນ 6 ເດືອນທ້າຍປີ, ຂະແໜງການທ່ອງທ່ຽວ ແຂວງອັດຕະປື ຈະສຸມໃສ່ການສ້າງເງື່ອນໄຂ ເພື່ອດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໃຫ້ເຂົ້າມາທ່ອງທ່ຽວພາຍໃນແຂວງໃຫ້ບັນລຸຕາມແຜນທີ່ວາງໄວ້ໝົດປີ 9 ໝື່ນຄົນ ແລະ ກະຈາຍລາຍຮັບໃຫ້ໄດ້ 33 ຕື້ກີບ.

ພາກໃຕ້

ທ່ານ ອ໋ອງຄໍາ ຄູນສະໄໝ ຍັງໃຫ້ຮູ້ຕື່ມວ່າ: ທົ່ວແຂວງອັດຕະປື ມີແຫຼ່ງທ່ອງທ່ຽວທີ່ໄດ້ຂຶ້ນບັນຊີແລ້ວຈໍານວນ 68 ແຫ່ງ, ໃນນັ້ນ ແຫຼ່ງທ່ອງທ່ຽວດ້ານທໍາມະຊາດ 38 ແຫ່ງ, ດ້ານວັດທະນະທໍາ 18 ແຫ່ງ ແລະ ແຫຼ່ງທ່ອງທ່ຽວດ້ານປະຫວັດສາດ 12 ແຫ່ງ, ທົ່ວແຂວງມີຫົວໜ່ວຍທຸລະກິດບໍລິການທັງໝົດ 161 ແຫ່ງ, ມີບໍລິສັດທ່ອງທ່ຽວ 2 ຫົວໜ່ວຍ, ທົ່ວແຂວງມີໂຮງແຮມ 22 ແຫ່ງ, ເຮືອນພັກ 31 ຫຼັງ, ຮ້ານອາຫານ 62 ຮ້ານ, ຮ້ານກິນດື່ມ 42 ຮ້ານ, ຮ້ານບັນເທີງ 1 ຫົວໜ່ວຍ ແລະ ຮ້ານຄາຣາໂອເກະ 1 ຫົວໜ່ວຍ.

ພາກໃຕ້

ຂໍ້ມູນຈາກ: https://cutt.ly/vZscvHv

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ