oVRcome

ຂຶ້ນຊື່ວ່າເທັກໂນໂລຢີແລ້ວ ເປັນສິ່ງທີ່ມະນຸດປະດິດຂຶ້ນມາເພື່ອອໍານວຍຄວາມສະດວກໃຫ້ແກ່ຕົນເອງ ນອກຈາກນີ້ແລ້ວມັນຍັງມີປະໂຫຍດ ໂດຍການຊ່ວຍຄົນທີ່ມີອາການຢ້ານກົວ (Phobia) ເຊັ່ນ: ເຂັມ, ແມງໄມ້ ຫຼື ຄວາມສູງ ເພາະວ່າໄດ້ມີແອັບພິເຄຊັ່ນທີ່ມີຊື່ວ່າ ‘oVRcome’ ເຊິ່ງເປັນແອັບຈາກປະເທດນິວຊີແລນທີ່ໃຊ້ງານຜ່ານເທັກໂນໂລຢີ VR (Virtual Reality) ທີ່ມີຄວາມສາມາດຊ່ວຍບໍາບັດອາການເຫຼົ່ານີ້ໃຫ້ດີຂຶ້ນໄດ້.

oVRcome

ສໍາລັບແອັບ oVRcome ນີ້ຈະຊ່ວຍບໍາບັດອາການຢ້ານດ້ວຍວິທີ ‘Exposure Therapy’ ເຊິ່ງເປັນວິທີການບໍາບັດຄວາມຢ້ານດ້ວຍການປະເຊີນໜ້າກັບສິ່ງທີ່ເຮົາຢ້ານ ແລະມີຈຸດປະສົງເພື່ອສ້າງພູມຕ້ານທານໃຫ້ຜູ້ປ່ວຍໄດ້ຕ້ານກັບສິ່ງທີ່ເຂົາຢ້ານໄດ້ດີຂຶ້ນ.

ແລະສິ່ງທີ່ກ່າວມານີ້ບໍ່ແມ່ນການໂຄສະນາຊວນເຊື່ອແຕ່ຢ່າງໃດ ເພາະໄດ້ມີນັກວິທະຍາສາດຈາກມະຫາວິທະຍາໄລໂອທາໂກ (University of Otago) ຂອງປະເທດນິວຊີແລນ ໄດ້ສຶກສາວິໄຈຈົນພົບຫຼັກຖານທີ່ສາມາດເວົ້າໄດ້ວ່າການປິ່ນປົວດ້ວຍແອັບ oVRcome ຜ່ານເຄື່ອງ VR ສາມາດຊ່ວຍໃຫ້ຜູ້ຄົນໃຊ້ຕໍ່ສູ້ກັບອາການ Phobia ໄດ້ແທ້ ແລະ ເມືື່ອບໍ່ດົນມານນີ້ກໍໄດ້ຮັບການຕີພິມຜ່ານວາລະສານ Australian and New Zealand Journal of Psychiaty ເຊິ່ງເປັນວາລະສານທາງການທີ່ຕີພິມບົດຄວາມໃນສາຂາວິຊາຈິດຕະວິທະຍາ.

oVRcome

ທັງນີ້ ຜົນວິໄຈດັ່ງກ່າວແມ່ນມີຜູ້ເຂົ້າຮ່ວມເຮັດການທົດລອງທັງໝົດຈໍານວນ 109 ຄົນ ແລະໃຊ້ເວລາໃນການເຂົ້າຮ່ວມ 6 ອາທິດ ແລະການວິໄຈນີ້ແມ່ນມຸ່ງເນັ້ນໄປທີ່ການປິ່ນປົອາການ Phobia 5 ຢ່າງທີ່ຄົນສ່ວນຫຼາຍມັກພົບໄດ້ແກ່: ເຂັມ, ແມງມຸມ, ການບິນ, ຄວາມສູງ ແລະ ໝາ ເຊິ່ງໃນລະຫວ່າງການວິໄຈນີ້ຜູ້ເຂົ້າຮ່ວມແມ່ນຈະຕ້ອງໃສ່ແວ່ນ VR ໂດຍການເຮັດວຽກຂອງມັນຄືຈະສາຍວິດີໂອທີ່ພວກເຂົາຢ້ານ ແລະ ວິດີໂອແມ່ນຈະເພີ່ມລະດັບຄວາມຢ້ານຈາກເລັກນ້ອຍໄປຈົນເຖິງສະຖານະການທີ່ໜ້າກັງວົນຫຼາຍຂຶ້ນຕາມລໍາດັບ.

ຢ່າງໃດກໍດີວິທີນີ້ແມ່ນບໍ່ມີອັນຕະລາຍ ແລະກ່ອນເຂົ້າຮ່ວມຜູ້ເຂົ້າຮ່ວມວີໄຈຈະຕ້ອງບັນທຶກລະດັບຄວາມວິຕົກກັງວົນ ທັງກ່ອນ ແລະ ຫຼັງເບິ່ງວິດີໂອ ເພື່ອຈະສາມາດຂ້າມໄປລະດັບຖັດໄປ ກໍຕໍ່ເມື່ອຄວາມກັງວົນຂອງພວກເຂົາຕໍ່າກວ່າເກນທີ່ກໍານົດແລ້ວ.

oVRcome

ເຊິ່ງໃນໄລຍະທໍາອິດຂອງການທົດລອງ ນັກວິໄຈພົບວ່າຜູ້ເຂົ້າຮ່ວມມີຄ່າສະເລ່ຍຄວາມຢ້ານຢູ່ທີ່ 26-40 ເຊິ່ງເປັນລະດັບທີ່ຊີ້ໄດ້ວ່າມີຄວາມຢ້ານກົວປານກາງເຖິງຂັ້ນຮຸນແຮງ ແຕ່ວ່າຫຼັງຈົບການທົດລອງ ຕົວເລກນັ້ນກໍລົດລົງຢູ່ທີ່ລະດັບ 7 ເທົ່ານັ້ນ ພ້ອມກັບພົບອີກວ່າຜູ້ເຂົ້າຮ່ວມວິໄຈມີອາການຢ້ານລົດລົງ 75% ຫຼັງຈາກໃຊ້ໂປຣແກຣມປິ່ນປົວໃນໄລຍະ 6 ອາທິດ.

ທາງດ້ານ ດຣ. ຄາເມຣອນ ລາເຊຍ໌ (Cameron Lacey) ຮອງສາສະດາຈານດ້ານຈິດຕະວິທະຍາຈາກມະຫາວິທະຍາໄລໂອທາໂກ ຜູ້ເປັນຫົວໜ້າວິໄຈໃນການທົດລອງ ເຜີຍວ່າແອັບນີ້ປະສົບຄວາມສໍາເລັດໃນການບໍາບັດອາການ Phobia ແລະຊ່ວຍລົດອາການຢ້ານອີກດ້ວຍ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ